 ຫນ້າຫລັກ ກ່ຽວກັບເຮົາຮູບພາບ ຂ່າວຄາວ ຕິດຕໍ່ເຮົາ   
ມໍຣະນາສັກຂີເເຫ່ງປະເທດລາວ

 

 

 

 

     

ຊອກ​ຫາ                                             

 

ແຫ່ງຂໍ້ມູນ

       ພຣະຄຣິສຕເຈົ້າກະສັດ 

       ສລອງນັກບູນທັງຫລາຍ

 ຄຣິສຕຄົມ ອາທິດທີ່​ຕົ້ນ 

     ຄຣິສຕຄົມ ອາທິດທີ່ສອງ

 ຄຣິສຕຄົມ ອາທິດທີ່ສາມ

  ຄ​ິຮສ​ຕະ​ຄົມ​ອາ​ທິດ​ທີ່ສີ່

ພຣະຄຣິສຕະສົມພົມ

ຄືນວັນ​​ນາ​ຕັນ

ຮຸ່ງ​ອາ​ຣຸນ​ວັນ​ນາ​ຕັນ

ສລອງຄອບຄົວສັກສິດ

ພຣະຄຣິສໂຕປະຈັກ

 ພຣະຄຣິສໂຕຮັບສິນລ້າງ

ເທ​ສ​ການ​ທັມ​ມະ​ດາ:

ອາ​ທິດ​ທີ່​ສອງ

ອາ​ທິດ​ທີ່​ສີ່

ອາ​ທິດ​ທີ່​ຫ້າ

       

 

        ພີ່ນ້ອງທີ່ນັບຖື ເເລະ ຮັກເເພງ

          ເນື່ອງໃນໂອກາດທີ່ໄປຢຽ້ມຊາວລາວ ໃນປະເທດ ເເລະຕ່າງປະເທດທົ່ວໂລກ ເຮົາກໍສັງເກດເຫັນວ່າ ການປະຕິບັດຄວາມ ເຊີ່ອ ເເລະສົ່ງເສີມຄວາມສັດທາ ຍັງຂາດການຟັງ ພຣະວາຈາ ເເລະເເນວທາງ ປະຕິບັດ ສິລທັມ ຕາມຄໍາສັ່ງສອນ ຂອງພຣະວໍຣະສານ ຂອງ ພຣະ ເຢຊູຄຣິສຕເຈົ້າ ຫລາຍຢ່າງ ຫລາຍປະເດັນ ເຮັດໃຫ້ເຮົາ ມີຄວາມເປັນຫ່ວ່ງເປັນໃຍ ມາຍັງພວກພີ່ນ້ອງ ທີ່ຮູ້ອ່ານຮູ້ຂຽນ ເເລະບໍ່ຮູ້ ພາສາລາວ ມີໂອກາດ ໄດ້ສໍາພັດກັບ ພຣະວາຈາເຈົ້າ ເເລະ ພາວະນາສັນຣະເສີນ ພຣະເຈົ້າ ເພຶ່ອ ປະຕິບັດພາຣະຫນ້າທີ່ ທໍາ ມາຫາລຽ້ງຊີບ ຕາມເເບບເເນວທາງເດີນ ຂອງອົງ ພຣະເຢຊູເຈົ້າສອນສັ່ງ.

     ເຮົາຈຶ່ງປະກອບ ເເວບໄຊ ເປັນພາສາລາວ ເເລະຝຣັ່ງ ອອກສົ່ງ ສູ່ພວກພີ່ນ້ອງ ຂັ້ນຕົ້ນ ກໍ ສົ່ງບົດອ່ານ ປະຈໍາວັນອາທິດ ກ່ອນ ຕໍ່ມາ ກໍຈະອອກ ບົດເພງ, ບົດພາວະນາ ບົດຮໍາເພິງ ສິນສັກສິດ ເເລະຄໍາສອນຕາມມາ.

      ຫວັງວ່າພວກພີ່ນ້ອງ ຄົງຍິນດີຮັບ ຍິນດີ ອຸ້ມຊູ ສົ່ງເສີມ ຊ່ວຍເຫລີອ ເເລະໃຫ້ ກໍາລັງໃຈ

                    ເຮົາຂໍຄອບໃຈ ເເລະ ສົ່ງ ພອນໄຊ ຂອງພຣະເຈົ້າ ມາຍັງພວກພີ່ນ້ອງ ໂດຍອາສັຍ ພຣະບາຣະມີຂອງອົງ ພຣະເຢຊູ ຄຣິສຕເຈົ້າ ພຣະເຈົ້າຂອງເຮົາ ເເລະ ພຣະເເມ່ເຈົ້າ ມາຣີອາ ຜູ້ນິຣະມົນ, ອາເເມນ.

                                                                                          ຄຸນພໍ່ ອັງຕວນ ມອນສວັນ (ທັມທູດ ເເຫ່ງ ເເມ່ພຣະນິຣະມົນ)