ສເນີ function FP_swapImg() {//v1.0 var doc=document,args=arguments,elm,n; doc.$imgSwaps=new Array(); for(n=2; n  
   ຫນ້າຫລັກ ກ່ຽວກັບເຮົາເເຫລ່ງຂໍ້ມູນ ຮູບພາບ ຂ່າວຄາວ ຕິດຕໍ່ເຮົາ ຊອກຫາ  
ມໍຣະນາສັກຂີເເຫ່ງປະເທດລາວ

 

 

 

                                   

                               ອາທິດທີ່ 27 ເທສການ ທັມດາ  ປີທີ່ 1(A)

                                             ກົງ​ກັບ ວັນອາທິດ​ທີ່ 08 ກັນ​ຍາ ປີ 2017


      ບັດເຮິ່ມຕົ້ນ   (ອຕຮ. 13:9-10, 11)

º--- -----ɺ----- ---ð----ɭ------ĩ ɺ-Ⱦ- --ĩ--ɾ---- ɾ-ɾ-ȭ- ----ê-ɺ-ɾ: --ȭ-Ȥ-졲-.

 

    -򤸺    ---ɺ

-º흾- ------ ----񭩺 뽺-뽡- -- --Ⱦ- --- -----ξ ------ °------ ---ɾ--흾 ---ɾ- --꾭- -- --ɾ--흾 -ɾ--ù-ɸ.

 

           Ⱦ- 1 

(-. 5:1-7) --ȭ--뽺--Ȥ---- ȭ---.

-Ⱦ---- ------

ɾ----ɺ-- ù----ɾ---, ȭ-------ɾ-- 윺---ȭ--.  ---ɾ--- ---ȭ--·- --­-----. -ĩ--- --ɺ-- ----ȭ-- -----ĩ--- ---ĸ----Ͼ--ȭ --Ⱦ --ĩ-Ͼ--ȭ-- --ĩ-Ͼ--ȭ-.

- ------ ----- ! -------Ⱦ- ----ȭ----. ----ù---ȭ--- ĩ-쾨Ⱦ- --ĩ---ɸ--? --Ⱦ ----Ͼ- -- ---Ͼ-?  -- ---ù----Ⱦ ----é ----ȭ--. ---- --ù----ɭ--, --ɾ----ù----. ---ù----ɾ ---ð-Τ ---ù- ɸ-ξ- -ȴ-Ĵ--- -----ù--------.

--ȭ---- -Ȥ----- ȭ---. --ȭ----- --- -ȭ---. -----ĩ------ -----ɾ. ----ȼ--- -ĩ---ɺ-Ĺ---ɾ-ɾ-.                 (-ȭ------)

           --  (--. 79:9.12-13,14-16,19-20)

:  --ȭ------ ȭ--.

                                                ---ȭ- ------------

                                                 ------ĸ--Ⱥ---- ------.

                                                 ---ɾ----į- --- -Τ--

                                                 --쾴-į------ -- ----ɾ---

                                                Ⱥ-ù----į---Ͼ-?     (-)        

                                                -Ⱦ------쾨 ---ꉤ---ɭ---ɼ

                                      º----Ȥ--- °----.!

                                      °-켸 ----- ----ɼ----ȭ-

                                       ----------- -ĩ--ĸ.

                                       °-----ù---ù----.   (-)

         

                                                 ɸ--ɾ--- --ĩ-ġ-Ⱦ---. °-ù--ɾ--

                                                 ---- --ĩ-ɺ-- ------.

                                                 º-- --Ȥ--- °-ù--ɾ---

                                                 ĩɹ-Ⱦ--- ! °-ù--------

                                                 Ⱥ-ɸ--ɾ----ĩ-.   (-)

 

                                         Ⱦ- 2   (-. 4:6-9) ---Ȥ--- ---------ɺ.

--Ͼ----- ------- ---

-ɺ--- Ⱦ------é-: ------- ----ɺ----Ⱦ ----- 꾤-----򤸺. -ù------- ----- --ɺ----å---Ⱦ í--------ª-. -ɺ--쾨 ! ɾ--, -é-, -é--, -é--, -é---, -é---, -é----, ---Ⱦ- --ɺ----. --쉾--- ---ɺ- ɺ--å-æ-ĸ-ù-. --é----ɺ-ĩ--  -ĩ---ĸ, -é--ĩ- --ĩ---ɾ--. ------- ɸ---Ȥ--- ----------ɺ. (-ȭ-------)

 Ⱥ-----    (. 17:17)

---- ! ---- ! º---  ------ --.

°--ù--ɾ----- í----ꚭ.  ---- !

                                            ---- ©----   (-. 21:33-43)

                                                 ------ȭ--ù---.

í--- ---- ĩ-Ⱦ-----ɾ-- -----Ⱦ: ---쾨 ----꼮--숺-·: ------· ĩ-----ȭ-ĸ. 쾸-ĩ---ɺ ĩ--Ⱦ--Ͼ--ȭ- -ĩ-ɾ---ĸ-í--. ɸ-ĩ-ù--- -쾸----- 꾤-į-Ⱦ--. ------Ͼ--ȭ 쾸-----ç--쾸į---- ----ȸ-Ȥ--쾸. ---- ----ç- ɸ----, ɾ---, ȸ-ɺ--æ--. 쾸---ç--- į-쾨Ⱦ-ꈺ-Ⱥ, -----ɾ-----. ꈺ--ɾ, -ĩ------į, ©--í-å-Ⱦ ------- -- -------, ------Ⱦ: - ------ɸ ---į-ɾ-- --ĩ-----. ------------, -ī--į-- -ɾ-. -----ȭ---- 쾸----é -----? -------Ⱦ: -- ----ɾ--å---- Ⱦ---, --- ùɣ-- ---Ͼ--ĩ----.

  ----- Ⱦ----Ⱦ: ---ĩ-Ⱦ- í------ꈺ--Ⱦ: ---Ⱦ--¨--- ĩ------ɸ, -----ù---- -Ⱦ- -ɾ--- ------. - ---Ⱦ----Ⱦ: ------ ------ į--ù--- -----ù--Ͼ--ĩɔ.                (-ȭ---------ª-)

  -򤸺----   

º--- °-----------ª- ĩ-----ĸ -Ħ----- --ɾ-----캤 ----------- °-ù---ī----įí---ɾ--ꚭ.

 ---   (--. 3:25)

1.--    ---- ----- ---ĸ-å-í---- -

        ------------ɸ-.

    (1 -. 10:17)

2.--    ɺ-Ⱦ ----- ȭ-Ⱦ- ---쾨- ȡ-ȸ----

ɺ-Ⱦ ----ȸ------  -ȸ---񭩼-.

 

           ----   --ɺ

º----흾 ----- -ɾ--- ĩ--ο--쾭 ɸ------ɸ

°-----ɾ-흾- ù---- --ɾ---ĩ- í----ꚭ.

 v v v v v v v v v v v v v v v

 


ອາທິດທີ່ 25 ເທສການ ທັມດາ  ປີທີ່ 1(A)

                               ກົງ​ກັບ ວັນອາທິດ​ທີ່ 24 ກັນ​ຍາ ປີ 2017                          


                                                 ບົດ​ເ​ຣິ່ມ​ຕົ້ົ້​ນ

      ພຣະ​ອົງ​ເຈົ້ົ້າ​ກ່າວ​ວ່າ: "ເຮົາ​ເປັນ​ຄວາມ​ຮອດ​ຂອງ​ປະ​ຊາ​ກອນ ເມື່ອ​ເຂົາ​ຕົກ ​ທຸກ​ໄດ້​ ຍາກ​ ແລະ ຮ້ອງ​ ຫາ​ເຮົາ ເຮົາ​ກໍ​ ຈະ​ຟັງແລະ​ຈະ​ເປັນ​ພຣ​ະ​ອົງ​ເຈົ້າຂອງ​ເຂົາ​ສເມີໄປ.

ບົດ​ວິງວອນ

              ພວກ​ເຮົາຈົ່ງ​ອ້ອນວອນ ໂອ​ພຣ​ະ​ອົງເຈົ້ົ້າ ພ​ຣະ​ອົງ​ໄດ້​ຮວບຮວມ​ພຣ​ະ​ບັນ​ຢັດທັງ​ມວນ​ເຂົ້ົ້າ​ເປັນ​ສອ​ງ​ຂໍ້​ ຄື ໃຫ້​ຮັກ​ພຣ​ະ​ ເຈົ້າແລະ​ຮັກ​ເພື່​ອນ​ມະ​ນຸດຂໍ​ໂຜດ​ໃຫ້​ພວກ​ຂ້າ​ພະ​ເຈົ້ົ້າໄດ້​ຖື​ຕາມ​ພຣ​ະ​ບັນ​ຢັດ​ຂອງ​ພຣ​ະ​ອົງແລະ​ບັນ​ລຸ​ເຖິງ​ຊີ​ວິດ​ນິ​ຣັນ​ດອນ​ເທີ້ນ.

ບົດອ່ານ​ທີ 1  

ບົດ​ອ່ານ​ຈາກ​ໜັງ​ສື​ຂອງ​ປະ​ພາ​ສົກ​ອີ​ຊາ​ຢາ (ອ​ຊຢ. 55:6-​9)

ຄວາມ​ຄິດ​ຂອງ​ເຮົາ​ບໍ່​ແມ່ນ​ຄວາມ​ຄິດ​ຂອງ​ພວກ​ເຈົ້າ.

        ຈົ່ງ​ຊອກ​ສແວງ​ຫາ​ພຣະ​ອົງ​ເຈົ້າ​ຕລອດ​ເວ​ລາ​ທີ່​ຈະ​ພົບ​ພຣະ​ອົງ​ໄດ້ ຈົ່ງ​ຮ້ອງ​ຫາ​ພຣະ​ອົງ​ເຈົ້າ​ຕລອດ​ເວ​ລາ​ທີ່​ພຣະ​ອົງ​ ຊົງ​ສະ​ ຖິດ​ຢູ່​ໃກ້. ໃຫ້​ຄົນ​ອະ​ທັມ​ປະ​ຖິ້ມ​ຄວາມ​ປະ​ພຶດ​ຂອງ​ຕົນ ແລະ​ໃຫ້​ຄົນ​ຊົ່ວ​ຊາມ​ປະ​ຖິ້ມ​ຄວາມ​ຄິດ​ບໍ່​ດີ ກັບ​ມາ​ຫາ​ພຣະ​ອົງ​ເຈົ້າ​ ຜູ້​ຈະ​ຊົງ​ ເອັນ​ດູ​ເຂົາ ມາ​ຫາ​ພຣະ​ອົງ​ເຈົ້າ​ຂອງ​ເຮົາຜູ້​ມີ​ພຣະ​ທັຍ​ກວ້າງ​ຂວາງ​ໃນ​ການ​ອະພັຍ​ໂທດ.

      ຍ້ອນ​ພຣະ​ອົງ​ເຈົ້າ​ກ່າວ​ວ່າ: ຄວາມ​ຄິດ​ຂອງ​ເຮົາ​ບໍ່​ແມ່ນ​ຄວາມ​ຄິດ​ຂອງ​ພວກ​ເຈົ້າ ແລະ​ສາຍ​ທາງ​ຂອງ​ເຮົາ​ກໍ​ບໍ່​ແມ່ນ​ສາຍ​ທາງ​ ຂອງ​ພວກ​ເຈົ້າ. ຟ້າ​ສູງກວ່າ​ດິນ​ແນວ​ໃດ ເສັ້ນ​ທາງ​ຂອງ​ເຮົາ​ກໍ​ສູງກວ່າ​ເສັ້ນ​ທາງ​ຂອງ​ພວກ​ເຈົ້າ ແລະ​ຄວາມ​ຄິດ​ຂອງ​ເຮົາ​ ກໍ​ສູງກວ່າ​ ຄວາມ​ຄິດ​ຂອງ​ພວກ​ເຈົ້າແນວ​ນັ້ນ.  (ນີ້​ແມ່ນ​ວາ​ຈາ​ຂອງ​ພຣະ​ເປັນ​ເຈົ້າ)

ເພງ​ສັກ​ສິດ  (ພ​ສ​ສ.144:2-​3,8-​9,17-​18)

ຮັບ :  ພະ​ອົງ​ຊົງ​ສະ​ຖິດ​ຢູ່​ໃກ້​ບັນ​ດາ​ຜູ້​ທີ່​ຮ້ອງ​ຫາ​ພະ​ອົງ.

2-3       ໂອ​ພ​ຣະ​ອົງ​ເຈົ້າ ຂ້າ​ພະ​ເຈົ້າ​ຈະ​ຖວາຍ​ພອນ​ແດ່​ພຣ​ະ​ອົງ​ທຸກໆ​ວັນ

ແລະ​ຈະ​ຍ້ອງ​ຍໍ​ສັນຣະ​ເສີນ​ພຣ​ະ​ນາມ​ຂອງ​ພຣ​ະ​ອົງ​ຕລອດ​ໄປ.

ພຣ​ະ​ອົງ​ຊົງ​ເປັນ​ຜູ້​ຍິ່ງ​ໃຫຍ່ ແລະ​ສົມ​ໄດ້​ຮັບ​ການ​ຍ້ອງ​ຍໍ​ສັນ​ຣະ​ເສີນ

ຄວາມ​ຍິ່ງ​ໃຫຍ່​ຂອງ​ພຣ​ະ​ອົງ​ບໍ່​ມີ​ຂອບ​ເຂດ.  (ເຊີນ​ຮັບ)

8-9       ພ​ຣະ​ອົງ​ເຈົ້າ​ເປັນ​ຄວາມ​ອ່ອນ​ຫວານແລະ​ຄວາມ​ເມດ​ຕາ​ກະ​ຣຸ​ນາ

ບໍ່​ຊົງ​ໂກດ​ງ່າຍ ແລະ​ເຕັມ​ພຽບ​ດ້ວຍ​ຄວາມ​ຮັກ.

ພຣ​ະ​ອົງ​ເຈົ້າ​ຊົງ​ພ​ະ​ທັຍ​ດີ​ຕໍ່​ໝົດ​ທຸກ​ຄົນ

ແລະ​ຄວາມ​ອ່ອນ​ຫວານ​ຂອງ​ພຣ​ະ​ອົງ​

ແຜ່​ໄປ​ໃນ​ທຸກວຽກ​ງານ​ຂອງ​ພຣ​ະ​ອົງ.  (ເຊີນ​ຮັບ)

17-18   ພຣ​ະ​ອົງ​ເຈົ້າ​ຊົງ​ຍຸ​ຕິ​ທັມ​ໃນ​ທຸກ​ສາຍ​ທາງ​ຂອງ​ພ​ຣະ​ອົງ

ຊົງ​ເມດ​ຕາ​ໃນ​ທຸກວຽ​ກ​ການ​ຂອງ​ພ​ຣະ​ອົງ.

ພ​ຣະ​ອົງ​ສະ​ຖິດ​ຢູ່​ໃກ້​ພວກ​ທີ່​ຮ້ອງວອນ​ຂໍ​ພຣ​ະ​ອົງ

ຢູ່​ໃກ້​ທຸກ​ຄົນ​ທີ່​ຮ້ອງວອນ​ຂໍ​ພຣ​ະ​ອົງ​ດ້ວຍ​ໃຈ​ຈິງ.  (ເຊີນ​ຮັບ)

Ⱦ- 2  

.ຈົດ​ໝາຍ​ຂອງ​ນັກ​ບຸນ​ເປົາ​ໂລ​ຂຽນ​ເຖິງ​ສັດ​ຕະ​ບຸ​ລຸດ​ຊາວ​ເມືອງ​ຟີ​ລິບ

(ຟ​ລ. 1:20ຄ-​24,27) ສຳ​ຣັບ​ຂ້າ​ພະ​ເຈົ້າ​ນັ້ນ ຊີ​ວິດ​ແມ່ນ​ພຣະ​ຄ​ຣິ​ສ​ໂຕ​ເອງ

            ພີ່​ນ້ອງ​ທີ່​ຮັກ​, ບໍ່​ວ່າ​ຂ້າ​ພະ​ເຈົ້າ​ຈະ​ມີ​ຊີ​ວິດ​ຢູ່​ຫລື​ຕາຍ​ໄປ​ກໍ​ຕາມ, ພຣະ​ຄ​ຣິ​ສ​ໂຕ​ເຈົ້າ​ຈະ​ໄດ້​ຮັບ​ກຽດ​ມຸ​ງ​ຄຸນ​ ໃນ​ຕົວ​ ຂ້າ​ພະ​ເຈົ້າ. ອັນ​ທີ່​ຈິງ ສຳ​ຣັບ​ຂ້າ​ພະ​ເຈົ້າ​ນັ້ນ ຊີ​ວິດ​ແມ່ນ​ພຣະ​ຄ​ຣິ​ສ​ໂຕ​ເອງ ແລະ​ການ​ຕາຍ​ແມ່ນ​ກຳ​ໄຣ​ຂອງ​ຂ້າ​ພະ​ເຈົ້າ. ຫາກວ່າ​ ການ​ ມີ​ຊີ​ວິດ​ຢູ່​ຕໍ່​ໄປ​ ໃນ​ໂລກ​ນີ້ ຈະ​ເປັນ​ໂອ​ກາດ​ໃຫ້​ຂ້າ​ພະ​ເຈົ້າ​ທຳ​ງານ​ໄດ້​ຜົນ​ດີ​ແລ້ວ ຂ້າ​ພະ​ເຈົ້າ​ກໍ​ບໍ່​ຮູ້​ຈັກ​ວ່າ​ຈະ​ເລືອກ​ເອົາ ​ອັນ​ໃດ​ດີ. ຂ້າ​ພະ​ເຈົ້າ​ຢາກ​ທຳ​ທັງ​ ສອງ​ຢ່າງ​ຄື ຢາກ​ຕາຍ​ເສັຽ​ເພື່ອ​ຈະ​ໄດ້​ໄປ​ຢູ່​ກັບ​ພຣະ​ຄ​ຣິ​ສ​ໂຕ​ເຈົ້າ ອັນ​ເປັນ​ການ​ດີກວ່າ​ໝົດ. ແຕ່ ​ການ​ມີ​ຊີ​ວິດ​ຢູ່​ຕໍ່​ໄປ​ໃນ​ໂລກ​ນີ້ ກໍ​ຈຳ​ເປັນ​ ຢ່າງ​ຍິ່ງ​ສຳ​ຣັບ​ພວກ​ພີ່​ນ້ອງ. ຂໍ​ແຕ່​ພຽງ​ໃຫ້​ພວກ​ພີ່​ນ້ອງ​ດຳ​ເນີນ​ຊີ​ວິດ ສົມ​ກັບ​ພຣະ​ວໍ​ຣະ​ ສານ​ ຂອງ​ພຣະ​ຄ​ຣິ​ສ​ໂຕເທົ່າ​ນັ້ນ.   (ນີ້​ແມ່ນ​ວາ​ຈາ​ຂອງ​ພຣະ​ເປັນ​ເຈົ້າ)

 ອັ​ລເລ​ລູ​ຢາ (1 ຊມອ. 3:9 ແລະ​ຢງ. 6:69ຂ)

      ອັ​ລເລ​ລູ​ຢາ ! ອັ​ລ​ເລ​ລູ​ຢາ ! ໂອ​ພຣະ​ອົງ​ເຈົ້າ ເຊີນ​ກ່າວ​ອອກ​ມາ​ເຖີດ ຂ້າ​ໃຊ້​ຂອງ​ພຣະ​ອົງ​ກຳ​ລັງ​ຟັງ​ຢູ່ ພຣະ​ອົງ​ຊົງ​ມີ​ວາ​ຈາ​ທີ່​ພາ​    ໄປ​ເຖິງ ​ຊີ​ວິດ​ນິ​ຣັນ​ດອນ.  ອັ​ລ​ເລ​ລູ​ຢາ !

ພຣ​ະ​ວໍຣະ​ສານ  

ພຣ​ະ​ວໍ​ຣະ​ສານໂດຍ​ນັກ​ບຸນ​ມັດ​ເທວ  (ມ​ທ. 20:1-​16)

ຈົ້າ​ອິດ​ສາ​ຕາ​ຮ້ອນ​ຍ້ອນ​ເຮົາ​ໃຈ​ດີ​ບໍ?

           ໃນ​ເວ​ລາ​ນັ້ນ, ພຣະ​ເຢ​ຊູ​ເຈົ້າ​ໄດ້​ກ່າວ​ຄວາມ​ປຽບ​ທຽບ​ນີ້​ໃຫ້​ພ​ວກ​ສາ​ວົກ​ຟັງ​ວ່າ: ອາ​ນາ​ຈັກ​ສວັນປຽບ​ໄດ້ກັບ​ພໍ່​ເຮືອນ​ ຜູ້​ໜຶ່ງ ທີ່​ ອອກ​ໄປ​ແຕ່​ເຊົ້ົ້າໆ ເພື່ອ​ຊອກ​ຈ້າງ​ຄົນ​ໄປ​ທຳ​ງານໃນ​ສວນ​ອະ​ງຸ່ນຂອງ​ລາວ. ເມື່ອ​ໄດ້​ຕົກ​ລົງ​ຄ່​າ​ຈ້າງກັບ​ພວກ​ລູກ​ຈ້າງວ່າ ວັນ​ລະ​ຫລຽນ​ ແລ້ວ ລາວ​ກໍ​ສົ່ງ​ພວກ​ເຂົາ​ໄປ​ທຳ​ງານໃນ​ສວນ​ອະ​ງຸ່ນ​ຂອງ​ລາວ. ພໍ​ປະ​ມານເກົ້ົ້າ​ໂມງ​ເຊົ້​ົ້າ ພໍ່​ເຮືອນ​ຜູ້​ນັ້ນ​ໄດ້​ອອກ​ໄປ ແລ​ະ​ໄດ້​ເຫັນ​ຄົນ​ ອື່ນ​ອີກຢູ່​ຕາມ​ສນາມບໍ່​ມີ​ວຽກ​ເຮັດ. ພໍ່​ເຮືອນ​ຈຶ່ງ​ເວົ້ົ້າ​ກັບ​ພວກນັ້ນ​ວ່າ: ໃຫ້​ພວກ​ເຈົ້ົ້າ​ໄປ​ທຳ​ງານໃນ​ ສວນ​ອະ​ງຸ່ນ ຂອງ​ ຂ້ອຍ ຂ້ອຍ​ຈະ​ຈ່າຍ​ ຄ່າ​ຈ້າງ​ໃຫ້ຕາມ​ສົມ​ຄວນ  ແລະ​ພວກ​ເຂົາ​ກໍ​ພ້ອມ​ກັນ​ໄປ ເວ​ລາ​ປະ​ມານທ່ຽງແລະ​ບ່າຍ​ສາມ​ໂມງ ພໍ່​ເຮືອນ ​ນັ້ນ​ກໍ​ອອກ​ໄປ​ ແລະ​ໄດ້​ກະ​ ທຳ​ດັ່ງ​ເທື່ອກ​່ອນ.

                         ປະ​ມານ​ຫ້າໂມງ​ແລງ ພໍ່​ເຮືອນ​ກໍ​ອອ​ກໄປ​ອີກ ແລ​ະ​ຍັງໄດ້​ພົບ​ຄົນອື່ນໆ​ຢູ່ບ​່ອນ​ນັ້ນ ຈຶ່ງ​ເວົ້ົ້າ​ນຳ​ພວກ​ເຂົາ​ວ່າ: ເປັນ​ຫຍັງ ພວກ​ເຈົ້ົ້າ​ຈຶ່ງ​ຢູ່​ນີ້​ລ້າໆໝົດ​ມື້​ໝົດ​ເວັນ. ພວກ​ເຂົາ​ຈຶ່ງ​ຕອບ​ລາວ​ວ່າ: ຍ້ອນ​ວ່າ​ບໍ່​ມີ​ໃຜ​ມາ​ຈ້າງ​ພວກ​ເຮົາ. ພໍ່​ເຮືອນຈຶ່ງ​ ເວົ້າ​ ກັບ​ພວກ​ນັ້ນ​ວ່າ: ໃຫ້​ພວກ​ເຈົ້ົ້າ​ໄປ​ທຳ​ງານ​ໃນ​ສວນ​ອະ​ງຸ່ນ​ຂອງ​ຂ້ອຍ​ດ້ວຍ.

ເມື່ອ​ຕົກ​ຄ່ຳ​ແລ້ວ ເຈົ້ົ້າ​ຂອງ​ສວນ​ອະ​ງຸ່ນບອກ​ຜູ້​ຈັດ​ການ​ວ່າ: ຈົ່ງ​ຮ້ອງ​ພວກ​ລູກ​ ຈ້າງ​ມາ ແລະ​ຈ່າຍ​ຄ່າ​ຈ້າງ​ໃຫ້​ພວກ​ເຂົາ ໂດຍ​ເຮີ້ມ​ ຈ່າຍ​ໃຫ້​ ພວກ​ສຸດ​ທ້າຍ​ກ່ອນ. ພວກ​ທີ່​ລົງ​ທຳ​ງານ​ເວ​ລາ​ຫ້າ​ໂມງ​ແລງ​ກໍ​ເຂົ້າ​ມາ​ ແລະ​ໄດ້ ຮັບ​ຜູ​້ລະ​ໜຶ່ງ​ຫລຽນ. ພວກ​ທີ່​ເຂົ້ົ້າ​ມາ ​ທຳ​ ງ​ານ ​ກ່ອນ​ກ ໍ​ເຂົ້ົ້າ​ ມາ​ ດ້ວຍ ຫວັງ​ຈະ​ໄດ້​ຮັບ​ຫລາຍ ກວ່າ ແຕ່​ໄດ້​ຮັບຜູ້​ລະ​ໜຶ່ງ​ຫລຽນຄື​ກັນ​ດ້ວຍ. ພວກ​ເຂົາ​ຈຶ່ງ​ຮັບ​ເອົາ ​ເງິນ​ຫລຽນ​ ນັ້ນດ້ວຍ​ຈົ່ມ​ວ່າ​ ໃສ່​ເຈົ້ົ້າ​ ຂອງ​ສວນ. ພວກ​ນີ້​ມາ​ຕາມ​ຫລັງໄດ້​ທຳ​ງານ​ແຕ່​ຊົ່ວໂມງ​ດຽວ​ເທົ່າ​ນັ້ນ ທ່ານ​ກໍ​ ໃຫ້​ ຄ່າ​ຈ້າງ​ເຂົາເທົ່າ​ກັບ​ ພວກ​ຂ້າ​ນ້ອຍ ຜູ້​ໄດ້​ທົນ​ແດດ ຮ້ອນ ຕລອດ​ມື້. ເຈົ້ົ້າ​ຂ​ອງ​ສວນ​ຈຶ່ງ​ຕອບ​ຜູ້​ໜຶ່ງໃນ​ພວກ​ນັ້ນ​ວ່າ: ສະ​ຫາຍ​ເອີຍ ! ຂ້ອຍບໍ່​ ໄດ້​ເຮັດ ​ຫຍັງ​ຜິດ​ເຈົ້ົ້າ​ເລີຍ ພວກ​ເຮົາ​ບໍ່​ໄດ້​ຕົກ ​ລົງ ​ກັນ​ ໜຶ່ງ ​ຫລຽນ​ຊັ້ນ​ບໍ? ເຊີນ​ຮັບເອົາ​ສ່​ວນ​ຂອງ​ເຈົ້ົ້າ ແລ້ວ​ກໍ​ໄປ​ເສັຽ. ຂ້ອຍ​ພໍ​ໃຈ​ໃຫ້​ຜູ້​ທີ່​ມາ​ ທີຫລັງ​ເທົ່າ​ກັບ​ເຈົ້າ: ຂ້ອຍ​ບໍ່​ມີ​ສິດ​ໃຊ້​ຊັບ​ສິນ​ ຂ​ອງ​ຂ້ອຍຕາມ​ໃຈ​ຂ້ອຍ​ບໍ ຫລື​ວ່າ​ເຈົ້ົ້າມີ​ໃຈ​ອິດ​ສາຍ້ອນ​ຂ້ອຍໃຈ​ດີ​ບໍ? ດັ່ງນີ້​ແລ້ວ ພວກ​ສຸດ ​ທ້າຍຈະ​ກັບ​ເປັນ​ພວກ​ທີ່​ຕົ້​ົ້ນ ແລະ​ພວກ​ທີ່​ຕົ້ົ້ນ​ ຈະ ​ກັບ​ເປັນ​ພວກ​ສຸດ​ທ້າຍ. (ນ​ີ້​ແມ່ນວາ​ຈາ​ຂອງ​ພະ​ຄ​ຣິ​ສ​ໂຕ​ເຈົ້າ)

ບົດ​ວິງວອນ​ຖວາຍ​ບັນ​ນາ​ການ

            ໂອ​ພຣ​ະ​ເຈົ້າຜູ້​ຊົງ​ຣິດ​ທາ​ນຸ​ພາບ ໂຜດ​ຮັບ​ເອົາ​ເຄື່ອງ​ບັນ​ນາ​ການ​ທີ່​ປະ​ຊາ​ກອນ​ຂອງ​ພ​ຣະ​ອົງ​ນ້ອ​ມຖ​ວາຍ ແລະ​ຂໍ​ໃິຫ້​ເຂົາ​ໄດ້​ ຮັບ​ພ​ຣະ​ຄຸນ​ຕ່າງໆ ທີ່​ເຂົາ​ເຊື່ອ​ໝັ້ນ​ວ່າ​ຈະ​ໄດ້​ຮັບໃນ​ສິນ​ມະ​ຫາ​ສນິດ​ນີ້ດ້ວຍ​ເທີ້ນ.

ບົດ​ເພງ​ຮັບ​ສິນ  (ພ​ສ​ສ. 118:4-​5)

1.​​         ພ​ຣະ​ອົງ​ໄດ້​ຊົງ​ສັ່ງ​ໃຫ້​ຖື​ຕາມ​ພຣ​ະ​ບັນ​ຢັດ​ຂອງ​ພຣ​ະ​ອົງ​ຢ່າງ​ເຄັ່ງ​ຄັດ​ ຂໍ​ໃຫ້​ຂ້າ​ພະ​ເຈົ້ົ້າຕັ້ງ​ໜ້າ​ປະ​ຕິ​ບັດ​ ຕາມ​ແນວ​ທາງ​ ແຫ່ງ​ພ​ຣະ ​ບັນ​ຢັດ​ຂອງ​ພຣ​ະ​ອົງ​ເທີ້ນ. ຫລື     (ຢງ. 10:14)

2.​​         ພຣ​ະ​ອົງ​ເຈົ້ົ້າ​ກ່າວ​ວ່າ: "ເຮົາ​ເປັນ​ນາຍ​ຊຸມ​ພາ​ບານ​ຜູ​້ດີ  ເຮົາ​ຮູ້​ຈັກ​ໝູ່​ແກະ​ຂອງເຮົາ ແລະ​ໝູ່​ແກະ​ຂອງ​ເຮົາ​ກໍ​ຮູ້​ຈັກ​ເຮົາ​ດ້ວຍ".

        ບົດ​ວິງວອນຫລັງ​ຮັບ​ສິນ:  

--ɺ-

            º---- °--ȸ----ɾ--흾 -----ĩ-------ùɩɸ----. -ù-----ȸ--ɾ--흾ù-ĩ---Ȥ-   ---캩-----ɾ--흾-ꚭ.

                                        


                                     ວັນ​ອາ​ທິດ ທີ 19 ຕ​ລອດ​ປີ 1

ກົງກັບວັນທີ 13 ສິງຫາ 2017


                                         ບົດ​ເຣີ່ມ​ຕົ້ົ້ນ: (ພ​ສ​ສ. 73, 20,19, 22, 23)

      ໂອ​ພຣ​ະ​ອົງ​ເຈົ້ົ້າ  ໂຜດ​ຣະ​ລຶກ​ເຖິງ​ພ​ຣະ​ສັມ​ພັນ​ໄມ​ຕີ​ຂອງ​ພ​​ຣະອົງ  ໂຜດຢ່າ​ປະ​ຖິ້ມ​ວິນ​ຍານ​ ຂອງ​ພວກ​ທຸກ​ຈົນ​ ຂອງ​ພຣ​ະ​ອົງ​ຕລອດ​ ໄປ. ໂອພ​ຣະ​ອົງ​ເຈົ້ົ້າ ໂຜດ​ລຸກ​ຂຶ້ນ​ປ້ອງ​ກັນ​ສິດ​ທິ​ຂອງ​  ພຣ​ະ​ອົງ ແລະ​ໂຜດ​ຢ່າລືມ​ຄຳ​ວິງວອນຂອງ​ພວກ​ທີ່​ຊອກ​ຫາ​    ພ​ຣະ​ອົງດ້ວຍ.

     ບົດ​ວິງວອນ       

                   ພວກ​ເຮົ​າຈົ່ງ​ອ້ອນວອນ ໂອພຣະເຈົ້ົ້າຜູ້​ຊົງ​ຣິດ​ທາ​ນຸ​ພາບ ພວກ​ຂ້າ​ພະ​ເຈົ້ົ້າມີ​ສິ​ດ​ ຮຽກ​ ພຣ​ະ​ອົງ​ເປັນ​ບິ​ດາ​ໄດ້​ແລ້ວ ຂໍ​ໃຫ້​ພວກ ​ຂ້າ ​ພະ​ເຈົ້ົ້າຮູ້​ສຶກ​ພາກ​ພູມ​ໃຈ ​ທີ່​ໄດ້​ຮັບ​ກຽດ​ເປັນ​ບຸດບຸ​ນທັມ ຢ່າງ​ບໍ​ຣິ​ບູນ ເພື່ອ​ວ່າສັກ​ວັນ​ໜຶ່ງຈະ​ໄດ້​ມໍ​ຣະ​ດົກ​ທີ່​ພຣ​ະ​ອົງ​ ໄດ້​ສັນ​ຍາ​ ໄວ ້​ນັ້ນ​ແລ.

ບົດອ່ານ​ທີ  1

ບົດ​ອ່ານ​ຈາກ​ໜັງ​ສື​ພວກ​ກະ​ສັດ​ສະ​ບັບ​ທີ 1 (1 ພກ​ສ. 19:9ກ.11-​13ກ)

--į----------.

ເມື່ອ​ປະ​ພາ​ສົກ​ເອ​ລີໄປ​ເຖິງ​ພູຊີ​ໄນ, ທ່ານ​ເຂົ້ົ້າ​ໄປ​ໃນ​ຖ້ຳ​ແຫ່ງ​ໜຶ່ງ​ແລະ​ຄ້າງ​ຄືນ​ຢູ່​ທີ່​ນັ້ນ. ພຣ​ະ​ອົງ​ເຈົ້ົ້າ ຊົງ​ກ່າວກັບ​ທ່ານ​ວ່າ: ຈົ່ງ​ອອກ​ໄປ ​ຢືນ​ຢູ່​ ເທິງ​ພູຕ​ໍ່​ພຣ​ະ​ພັກ​ພຣ​ະ​ອົງ​ເຈົ້ົ້າ​ ຍ້ອນ​ວ່າ​ພຣ​ະ​ອົງ​ເຈົ້າ ຈະ​ສເດັດ ​ກາຍ​ມາ. ເມື່ອພຣ​ະ​ອົງເຈົ້ົ້າ​ໃກ້​ຈະ​ສ​ເດັດ​ມາ, ກໍ​ມີ​ລົ​ມ​ພາ​ຍຸ​ໃຫຍ່​ ພັດ​ມາ​ຢ່າງ​ແຮງ​ຈົນ​ພູ​ຜາແຕກ​ຍະ ແລະ​ໂງ່ນ​ຫີນ​ແຕກ​ເປັນ​ກ້ອນໆ ແຕ່​ພຣ​ະ​ອົງ​ເຈົ້ົ້າບໍ່​ໄດ້​ຢູ່​ໃນ​ພາ​ຍຸ​ນັ້ນ. ຫລັງ​ຈາກ​ລົມ​ພາ​ຍຸ​ຜ່ານ​ໄປ​ແລ້ວ ກໍ​ເກີດ​ແຜ່ນ​ດິນໄຫວ, ແຕ່​ພຣະ​ອົງ​ເຈົ້ົ້າ​ບໍ່​ໄດ້​ຢູ່​ໃນ​ແຜ່ນ​ດິນ​ໄຫວ​ນັ້ນ. ຫລັງ​ຈາກ​ແຜ່ນ​ດິນ​ໄຫວແລ້ວ, ກໍ​ ເກີດ​ໄຟ​ລຸກ​ຂຶ້ນ, ແຕ່​ພຣ​ະ​ອົງ​ເຈົ້ົ້າ​ ບໍ່​ໄດ້​ຢູ່​ໃນ​ໄຟ​ນັ້ນ.  ຫລັງ​ຈ​າກ​ເກີດ​ໄຟ​ແລ້ວ, ກໍ​ມີ​ລົມ​ອ່ອ​ນ​ພັດ​ມາ​ ຄ່ອຍໆ. ເມື່ອ​ເອ​ລີ​ໄດ້​ຍິນ​ສຽງ​ລົມ, ກໍ​ເອົາ​ເສື້ອ​ຕຸ້ມ​ອັດ​ໜ້າແລະ​ ອອກ​ມາ​ ຢືນ​ຢູ່​ປາກ​ຖ້ຳ. (ນີ້​ແມ່ນ​ວາ​ຈາ​ຂອງ​ພຣະ​ເປັນ​ເຈົ້າ)

              ເພງ​ສັກ​ສິດ   (ພ​ສ​ສ. 8​4, 9ກ​ຂ-​10,​11-​12,13-​14)

ຮັບ :     ໂອ​ພະ​ອົງ​ເຈົ້າ, ໂຜດ​ສຳ​ແດງ​ພະ​ເມດ​ຕາ​ກະ​ລຸ​ນາ​ຕໍ່​ພວກ​ຂ້າ​ພະ​ເຈົ້າ ແລະ​ປະ​ທານ​ພະ​ຜູ້​ບັນ​ດານ​ຄວາມ​ຮອດ​ໃຫ້​ພວກ​ຂ້າ​ພະ​ເຈົ້າ​ດ້ວຍ.

9ກ​ຂ-​10  ຂ້າ​ພະ​ເຈົ້າ​ຈະ​ຄອຍ​ຟັງ​ວາ​ຈາ​ຂອງ​ພຣະ​ອົງພຣະ​ເຈົ້າ

ດ້ວຍ​ວ່າ​ພຣະ​ອົງ​ຈະ​ກ່າວ​ເຣື່ອງ​ສັນ​ຕິ​ສຸກ​

ໃຫ້​ປະ​ຊາ​ກອນແລະ​ພວກ​ຊອບ​ທັມ​ຂອງ​ພຣະ​ອົງ​ຟັງ.

ແມ່ນ​ແທ້ ຄວາມ​ຮອດ​ຂອງ​ພຣະ​ອົງ​ຢູ່​ໃກ້​ພວກ​ທີ່​ຢ້ານ​ຈຽມ​ພຣະ​ອົງ

ແລະ​ສີ​ມຸງ​ຄຸນ​ຂອງ​ພຣະ​ອົງ​ເຈົ້າ

ຈະ​ດຳ​ຣົງ​ຢູ່​ໃນ​ແຜ່ນ​ດິນ​ຂອງ​ພວກ​ເຮົາ. (ເຊີນ​ຮັບ)

11-12  ພຣະ​ອົງ​ເຈົ້າ​ເອງ​ຈະ​ປະ​ທານ​ສັ​ພ​ຄຸນ​ຄວາມ​ດີ

ແລ້ວ​ແຜ່ນ​ດິນ​ຂອງ​ພວກ​ເຮົາ​ຈະ​ເກີດ​ໝາກ​ຜົນ

ຄວາມ​ຊອບ​ທັມ​ຈະ​ໄປ​ກ່ອນ​ພຣະ​ອົງ

ແລະ​ສັນ​ຕິ​ສຸກ​ຈະ​ຢຽບ​ຮອຍ​ພຣະ​ບາດ​ພຣະ​ອົງ​ໄປ. (ເຊີນ​ຮັບ)

ບົດອ່ານ​ທີ 2

​ຈົດ​ໝາຍ​ຂອງ​ນັກ​ບຸນ​ເປົາ​ໂລ​ຂຽນ​ເຖິງ​ສັດ​ຕະ​ບຸ​ຣຸດ​ຊາວ​ນະ​ຄອນ​ໂຣ​ມາ (ຣມ. 9:1-​5)

ຂ້າ​ພະ​ເຈົ້າ​ປາ​ຖນາ​ຢາກ​ຖືກ​ສາບ​ແສ່ງ​ເພື່ອ​ພວກ​ພີ່​ນ້ອງ.

            ພີ່​ນ້ອງ​ທີ່​ຮັກ​, ​ຂ້າ​ພະ​ເຈົ້ົ້າ​ຂໍ​ເວົ້ົ້າ​ຄວາມ​ຈິງ​ໃນ​ພຣ​ະ​ຄ​ຣິ​ສ​ໂຕ​ ຂ້າ​ພະ​ເຈົ້ົ້າ​ບໍ່ຕົວະ​ເລີຍ. ມະ​ໂນ​ ທັມ​ ຂອງ​ຂ້າ​ພະ​ເຈົ້ົ້າເປັນ​ພິ​ຍານ​ ໃຫ້​ຂ້າ​ພະ​ເຈົ້ົ້າໃນ​ພ​ຣະ​ຈິດເຈົ້າ​ແລ້ວ. ຄື​ຂ້າ​ພະ​ເຈົ້ົ້າ​ມີ​ຄວາມ ໂສກ​ ເສົ້ົ້າ​ໃຫຍ່​ຫລວງ ​ແລະ​ເຈັບ​ປວດ​ບໍ່​ຢຸດ​ຢ່ອນ​ໃນ​ດວງ​ໃຈຂອງ​ຂ້າ​ພະ​ເຈົ້ົ້າ. ຈົນ​ຂ້າ​ພະ​ເຈົ້ົ້າ​ປາຖ​ນາ​ ຢາກ​ ຖືກ​ສາບ​ແຊ່ງ ​ຕັດ​ຂາດ​ຈາກພຣ​ະ​ຄ​ຣິ​ສ​ໂຕເພື່ອ​ພວກ​ພີ່​ນ້ອງ ຜູ້​ຮ່ວມ​ເລືອດ​ເນື້ອ​ເຊື້ອ​ຊາດ​ດຽວ​ກັນ. ພວກ​ເຂົ​າ​ ເປັນ​ບຸດ​ຫລານ​ອິ​ສ​ຣາ​ແອນ, ໄດ້​ຮັບ​ສິດ​ເປັນ​ບຸດ​ບຸນ​ທັມ, ໄດ້​ຮັບ​ກຽດ​ມຸງ​ຄຸນ,​ ໄດ້​ຮັບ​ພຣ​ະ​ ສັມ​ພັນ​ໄມ​ຕີ, ໄດ້​ຮັບ​ພຣ​ະ​ທັມ​ບັນ​ຢັດ ​ທັງ​    ພິ​ທ ີ​ກັມ​ແລ​ະ​ພ​ຣະ​ສັນ​ຍາ​ຕ່າງໆ.  ພວກ​ເຂົາ​ມີ​ບັນ​ພະ​ບຸ​ຣຸດ, ສ່ວນ​ພຣ​ະ​ຄຣິ​ສ​ໂຕ​ເຈົ້ົ້າ​ເອງທາງ​ຝ່າຍ​ເນື້ອ​ໜັງ, ​ພຣ​ະ​ອົງ​ກໍ​ສືບ​ເຊື້ອ​ສາຍມາ​ ຈາກ​ພວກ​ເຂົາ​ດ້ວຍ. ພ​ຣະ​ ອົງ​ຊົງ​ຢູ່​ເໜືອ​ສັບພ​ະສິ່ງແລະ​ຊົງ​ເປັນ​ພ​ຣະ​ເຈົ້ົ້າ ຜູ້​ໄດ້​ຮັບ​ຄວາມ​ຍ້ອງ​ຍໍ​ສັນ​ຣະ​ເສີນຕ​ລອດ​ນິຣັນ​ດອນ ອາ​ ແມນ. (ນີ້​ແມ່ນ​ວາ​ຈາ​ຂອງ​ພຣະ​ເປັນ​ເຈົ້າ)

ອັ​ລ​ເລ​ລູ​ຢາ ! (ອ​ຟ.1:17-​18)

ອັ​ລ​ເລ​ລູ​ຢາ ! ອັລ​ເລ​ລູ​ຢາ ! ຂໍ​ພຣະ​ບິ​ດາ​ຂອງ​ພຣະ​ເຢ​ຊູ​ຄ​ຣິ​ສ​ໂຕພຣະ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ ສ່ອງ​ຄວາມ​ສ​ວ່າງ​ເຂົ້າ​ໃນ​ຈິດ​ໃຈ​ພວກ​ເຮົາ ເພື່ອ​ຈະ​ໄດ້​ຮູ້​ວ່າ ພຣະ​ອົງ​ຊົງ​ຮຽກ​ພວກ​ເຮົາ​ມາ​ເພື່ອ​ຄວາມ​ຫວັງ​ອັນ​ໃດ. ອັ​ລ​ເລ​ລູ​ຢາ !

ພຣ​ະ​ວໍ​ຣະ​ສານ 

ພ​ຣະ​ວໍຣະ​ສານໂດຍ​ນັກ​ບຸນ​ມັດ​ເທວ (ມ​ທ. 14:22-​33)

           ໂຜດ​ສັ່ງ​ໃຫ້​ຂ້າ​ພະ​ເຈົ້າ​ໄຕ່​ຫລັງ​ນ້ຳ​ໄປ​ຫາ​ພຣະ​ອົງ​ເຖີດ.

                        ໃນ​ເວ​ລາ​ນັ້ນ, ຫລັງ​ຈາກ​ທີ່​ໄດ້​ລ້ຽງ​ຝູງ​ຊົນ​ໃນ​ທີ່​ປ່ຽວ​ແລ້ວ ພຣະ​ເຢ​ຊູ​ເຈົ້າສັ່ງ​ບອກ ​ພວກ​ສາ​ວົກ​ໃຫ້​ລົງ​ເຮືອ​ອີກ ແລະ​ຂ້າມ​ໄປຝັ່ງນັ້ນ​ກ​່ອນພຣ​ະ​ອົງ, ຂ​ນະ​ທີ່​ພ​ຣະ​ອົງ​ກຳ​ລັງ​ບອກຝູງຄົນ​ ໃຫ້​ກັບ​ເມືອ. ແລະ​ເມື່ອ​ທຸກ​ຄົນ​ໄປ​ໝົດ​ແລ້ວ, ພຣະ​ອົງ​ກໍ​ສ​ເດັດ ​ຂຶ້ນ​ພູເພື່ອ​ພາ​ວະ​ນາ​ຕ່າງ​ຫາກ. ຈົນ​ຄ່ຳ​ ລົງ ພ​ຣະ​ອົງ​ກໍ​ຢູ່​ທີ່​ນັ້ນ​​ລໍ​າ​ພັງ​ແຕ່​ຜູ້​ດຽວ. ສ່ວນ​ເຮືອ​ກໍ​ອອກ​ໄປ​ຮອດ​ກາງ​ທະ​ເລ​ແລ້ວ​ ຟອງ​ກຳ​ລັງ​ຊັດ​ ເຂົ້ົ້າ ​ເຮືອຍ້ອນ​ໄປ​ທວນ​ລົມ. ພໍ​ເຖິງ​ເວ​ລາ​ສີ່ໂມງ​ເຊົ້ົ້າ ພຣ​ະ​ອົງ​ກໍ​ສ​ເດັດ​ຍ່າງ​ເທິງຫລັງ​ນ້ຳ​ທະ​ເລ​ ໄປ​ຫາ​ພວກ​ ເຂົາ. ເມື່ອ​ເຫັນ​ພ​ຣະ​ເຢ​ຊູ​ເຈົ້າ ໄຕ່​ຫລັງ​ນ້ຳ​ທະ​ເລມາ​ດັ່ງ​ນັ້ນ, ພວກ​ສາ​ວົກ​ຕ່າງ​ຄົນ​ກໍ​ຕົກ​ໃຈເວົ້ົ້າ​ກັນ​ວ່າ: ຜີ​ຫລອກ! ທຸກ​ຄົນ​ຢ້ານ​ແລະ​ພາ​ກັນ​ຮ້ອງ​ຂຶ້ນ. ແຕ່​ວ່າ​ທັນ​ໃດ​ນັ້ນ ພຣ​ະ​ເຢ​ຊູ​ເຈົ້ົ້າ​ກ່າວ​ແກ່​ພວກ​ເຂົາ​ວ່າ: ຈົ່ງ​ໝັ້ນ​ໃຈ​ເຖີດ! ແມ່ນ​ເຮົາ​ເອງ, ຢ່າ​ຢ້ານ​ເລີຍ. ​ຍິນ​ດັ່ງ​ນັ້ນ, ເປ​ໂຕ ທູນ​ຕອບ​ວ່າ: ພ​ຣະ​ອົງ​ເຈົ້ົ້າ, ຖ້າ​ ຫາກ​ແມ່ນ​ພຣ​ະ​ອົງ​ແລ້ວ ໂຜດ​ສັ່ງ​ໃຫ້​ຂ້າ​ນ້ອຍຍ່າງ​ເທິງ​ຫລັງ​ນ້ຳໄປ​ຫາ​ພຣ​ະ​ອົງ​ເທີ້ນ. ພຣ​ະ​ເຢ​ຊູ​ເຈົ້ົ້າ​ ກ່າວ​ວ່າ ມາໂລດ. ເປ​ໂຕລົງ​ ຈາກ ​ເຮືອແລະ​ຍ່າງ​ເທິງ​ຫລັງ​ນ້ຳໄປ​ຫາ​ພຣ​ະ​ອົງ. ແຕ່​ເມື່ອ​ເຫັນ​ລົມ ​ແຮງ​ ຫລາຍ, ເປ​ໂຕກໍ​ຮູ້​ສຶກ​ຢ້ານແລະ​ເຣີ່ມ​ຈະ​ຈົມ​ລົງ. ເພິ່ນ​ຈຶ່ງ​ຮ້ອ​ງ​ຂຶ້ນ​ວ່າ: ພຣ​ະ​ອົງ​ເຈົ້ົ້າ​! ຊ່ວຍ​ຂ້າ​ນ້ອຍ​ ແດ່ທ​້ອນ!  ທັນ​ທີ​ພຣ​ະ​ເຢ​ຊູ​ເຈົ້ົ້າກໍ​ເດ່​ພ​ຣະ​ຫັດ​ຈັບ​ເອົາ, ພ້ອມ​ກ່າວ​ວ່າ: ຄົນ​ຄວາມ​ເຊື່ອ​ນ້ອຍ! ເປັນ​ຫຍັງ​ເຈົ້ົ້າ​ ຈຶ່ງ​ໄດ້​ສົງ​ໃສ? ແລະ​ເມື່ອ​ທັງ​​ສອງ​ຂຶ້ນ​ເຮືອ​ແລ້ວ, ລົມກໍ​ສ​ງັດ​ລົງ. ສ່ວນ​ພວກ​ທີ່​ຢູ່​ໃນ​ເຮືອ​ ທຸກ​ຄົນ​ຂາບ​ລົງຕໍ່ພຣ​ະ​ພັກພຣ​​ະ​ອົງ, ພ້ອມ​ທູນ​ວ່າ: ຈິງ​ແທ້, ພ​ຣະ​ອົງແມ່ນພ​ຣະ​ບຸດ​ຂອງ​ພຣ​ະ​ເປັນ​ເຈົ້ົ້າ. (ນີ້​ແມ່ນ​ວາ​ຈາ​ຂອງ​ພຣະ​ຄ​ຣິ​ສ​ໂຕ​ເຈົ້າ)

ບົດ​ວິງວອນ​ຖວາຍ​ບັນ​ນາ​ການ

        ໂອ​ພ​ຣະ​ອົງ​ເຈົ້ົ້າ ໂຜດ​ພໍ​ພຣ​ະ​ທັຍ​ຮັບ​ເອົາ​ເຄື່ອງ​ບັນ​ນາ​ການ​ຂອງ​ພຣ​ະ​ຄ​ຣິ​ສ​ຕະ​ຈັກ​ ຊຶ່ງພຣ​ະ​ອົງ​ເອງ​ໄດ້​ຊົງ​ປະ​ທານ ເພື່ອ​ໃຫ້​ກາຍ ​ເປັນ​ສິນ​ສັກ​ສິດ​ບັນ​ດານ​ຄວາມ​ຮອດ​ແກ່​ພວກ​ຂ້າ​ພະ​ເຈົ້ົ້າ​ເທີ້ນ

ບົດ​ເພງ​ຮັບ​ສິນ (ພ​ສ​ສ. 147:14)

1. ​​  ເຢ​ຣູ​ຊາ​ແລມຈົ່ງ​ຖວາຍກຽດ​ແດ່​ພຣ​ະ​ອົງ​ເຈົ້ົ້າ ຜູ້​ໄດ້​ຊຸບ​ລ້ຽງ​ເຈົ້ົ້າດ້ວຍ​ເຂົ້ົ້າ​ສາ​ລີ​ຢ່າງດີ​ທີ່​ສຸດ. ຫລື (ຢງ. 6:51)  

2.   ພຣ​ະ​ອົງ​ເຈົ້ົ້າ​ກ່າ​ວວ່າ: "ປັງ​ທີ່​ເຮົາ​ຈະ​ປະ​ທານ​ໃຫ້​ນີ້  ແມ່ນ​ເນື້ອ​ຂອງ​ເຮົາ​ເອງເພື່ອ​ບັນ​ດານ​ຊີ​ວິ​ດໃຫ້​ໂລກ".

ບົດ​ວິງວອນ​ຫລັງ​ຮັບ​ສິນ 

ພວກ​ເຮົາ​ຈົ່ງ​ອ້ອນວອນ    ໂອ​ພຣ​ະ​ອົງເຈົ້ົ້າ ຂໍ​ໃຫ້​ການ​ຮັບ​ສິນ​ນີ້ຊ່ວຍ​ພວກ​ຂ້າ​ພຣະເຈົ້ົ້າໃຫ້​ຮອດ ແລະ​ຕັ້ງ​ໝັ້ນ​ຢູ່​ໃນ​ຄວາມ​ຈິງ​ອັນ​ຮຸ​່ງ​ເຮືອງ​ຂອງ​ພ​ຣະ​ອົງ​ເທີ້ນ.


ວັນ​ອາ​ທິດ​ທິ່ 17 ຕ​ລອດ​ປີ 1

ກົງກັບວັນທີ່ 30 ​ກໍ​ຣະ​ກົດ 2017


                                                                   ບົດ​ເຮິ້ມ​ຕົ້ົ້ນ   (ພ​ສ​ສ.  67, 6-7, 36)

        ພຮ​ະ​ເປັນ​ເຈົ້ົ້າປະ​ທັບ​ຢູ່ໃນ​ສະ​ຖານ​ສັກ​ສິດ. ພ​ຮະ​ອົງ​ໄດ້ທ້ອນ​ໂຮມ​ພວກ​ເຮົາ​ເຂົ້ົ້າ​ເປັນ​ໜຶ່ງ​ດຽວໃນ​ເຄຫາ​ຂອງ​ພຣ​ະ​ອົງ ພຣ​ະ​ອົງ ​ເອງ​ຈະ​ທານ​ຣິດ​ແລະ​ກຳ​ລັງ​ເຫື່ອ​ແຮງໃຫ້​ປະ​ຊາ​ກອນຂອງ​ພຣ​ະ​ອົງ.

ບົດ​ວິງວອນ: ພວກ​ເຮົາຈົ່ງ​ອ້ອນວອນ

        ໂອ​ພຣ​ະເຈົ້ົ້າ ພຣ​ະ​ອົງ​ແມ​່ນ​ຜູ້​ປ້ອງ​ກັນພວກ​ທີ່​ໄວ້​ໃຈ​ນຳ​ພຣ​ະ​ອົງ  ຍ້ອ​ນ​ວ່າຖ້າບໍ່​ມີພຣະ​ອົງ​ຊ່ວຍ​ແລ້ວ ກໍ​ບໍ່​ມີ​ຫຍັງ​ແໜ​້ນ​ໜາແລະ​ ສັກ​ສິດ​ໄດ​້. ຂໍ​ພຣ​ະ​ອົງ​ສຳ​ແດງ​ຄວາມ​ເມດ​ຕາຕໍ່​ພວກ​ຂ້າ​ພະ​ເຈົ້ົ້າ​ທະ​ວີ​ຂຶ້ນ ແລະ​ໂຜດ​ຄຸ້ມ​ຄອງ​ແນບ​ນຳ​ພວກ​ຂ້າ​ພະ​ເຈົ້ົ້າ ໃຫ້​ຮູ້​ຈັກ​ໃຊ້​ຂອງ​ ຂອງ​ໂລກ​ທີ່​ເປັນ​ອະ​ນິ​ຈັງໃຫ້​ເປັນ​ປ​ໂຍດ ແລະ​ຕິດ​ໃຈ​ນຳ​ສິ່ງ​ທີ່​ຖາ​ວອນຕລອດ​ໄປ​ນັ້ນເທີ້ນ.

ບົດອ່ານ​ທີ 1  

ບົດ​ອ່ານ​ຈາກ​ໜັງ​ສື​ພວກ​ກະ​ສັດ​ ສະ​ບັບ​ທີ 1: (1 ພກ​ສ. 3:5,7-​12)

ເຈົ້າ​ໄດ້​ຂໍ​ຄວາມ​ສລາດ​ຫລັກແຫລມ​ສຳ​ຣັບ​ເຈົ້າ​ເອງ.

        ໃນ​ເວ​ລາ​ກາງ​ຄືນ ພຣ​ະ​ອົງ​ເຈົ້າ​ໄດ້​ປະ​ຈັກ​ມາ​ຫາ​ຊາ​ໂລມອນ​ໃນ​ຄວາມ​ຝັນ. ພ​ຣະ​ອົງ​ຊົງ​ກ່າວ​ກັບ​ເພິ່ນ​ວ່າ: �ເຈົ້ົ້າ​ຢາກ​ໄດ້​ຫຍັງ ກໍ​ຈົ່ງ​ຂໍ​ນຳ​ເຮົາ​ແລະ​ເຮົ​າ​ຈະ​ປະ​ທານ​ໃຫ້​ເຈົ້າ. ດຽວ​ນີ້, ໂອ​ພ​ຣະ​ອົງ​ພ​ຣະ​ເຈົ້ົ້າ ພ​ຣະ​ອົງ​ໄດ້​ຊົງ​ແຕ່ງ​ຕັ້ງຂ້າ​ພະ​ເຈົ້ົ້າໃຫ້​ເປັນ​ກະ​ສັດແທນ​ ກະ ​ສັດ​ ດາ​ວິດ, ບິ​ດາ​ຂອງ​ຂ້າ​ພະ​ເຈົ້ົ້າ​ແລ້ວ. ຂ້າ​ພະ​ເຈົ້ົ້າ​ເປັນ​ພຽງ​ແຕ່​ເດັກ​ນ້ອຍ  ບໍ່​ຮູ້​ຈັກ​ເຂົ້ົ້າ​ນອກ​ອອກ​ໃນ​ຫຍັງເລີຍ ​ແລະ​ບັດ​ນີ້ ​ຜູ້​ຂ້າ​ໄດ ້​ມາ​ ຢູ່​ກາງ​ປະ​ຊາ​ກອນ​ທີ່​ພ​ຣະ​ອົງ​ໄດ້​ຊົງ​ເລືອກ​ສັນ​ໄວ້. ແມ່ນ​ປະ​ຊາ​ຊາດ​ໃຫຍ່​ເຫລືອ​ທີ່​ຈະ​ນັບຈະ​ຄະ​ນະນາ​ໄ​ດ້. ໂຜດ​ປະ​ທານ​ໃຫ້​ຂ້າ​ໃຊ້​ ຂອງ​ພຣ​ະອົງ​ມີ​ດວງ​ໃຈ​ທີ່​ສລາດ​ຫລັກ​ແຫລມ    ​ເພື່ອ​ຈະ​ໄດ້​ປົກ​ຄອງປະ​ຊາ​ກອນ​ຂອງ​ພຣ​ະ​ອົງ, ແລະ​ເພື່ອ​ໃຈ້​ແຍກແນວ​ຖືກ ແນວ​ຜິດ ດ້ວຍ.​​ ບໍ່​ດັ່ງ​ນັ້ນ, ໃຜ​ຈະ​ສາ​ມາດ​ປົກ​ຄ​ອງ​ມະ​ຫາ​ຊົນ​ອັນ​ມາກ​ມາຍ​ນີ້ໄດ້? ຄຳ​ຮ​ອ້ງ​ຂໍ​ຂອງ​ຊາ​ໂ​ລມອນ​ເປັນ​ທີ່​ຊອບ​ພຣ​ະທັຍ​ ຂອງ​ພ​ຣະ ​ອົງ​ເຈົ້ົ້າ. ພ​ຣະ​ອົງ​ຈຶ່ງ​ກ່າວ​ກັບ​ເພິ່ນ​ວ່າ: ຍ້ອນ​ເຈົ້ົ້າ​ໄດ້​ວອນ​ຂໍ​ສິ່ງ​ນີ້, ບໍ່​ໄດ້​ຂໍ​ໃຫ້​ມີ​ອາ​ຍຸ​ຍືນ, ບໍ່​ໄດ້​ຂໍ​ໃຫ້​ຮັ່ງ​ມີ, ບໍ່​ໄດ້​ຂໍ​ໃຫ້​ພວກ​ສັດ​ຕູ​ ຂອງ​ ເຈົ້ົ້າ ​ຕາຍ​ຈິບ​ຫາຍ, ແຕ່​ໄດ້​ຂໍ​ໃຫ້​ມີ​ຄວາມ​ຮູ້​ຈັກ​ໄຈ້​ແຍກ, ມີ​ວິ​ທີ​ການ​ສລຽວ​ສລາດ​ໃນ​ກາ​ນ​ປົກ​ຄອງ​ສຳ​ລັບ​ຕົວ​  ເຈົ້ົ້າ​ເອງ. ເຮົາ​ຈະ​ປະ​ທານ​ ໃຫ້​ ຕາມ​ ຄຳ​ຂໍ​ຂອງ​ເຈົ້ົ້າ​ຄື ເຮົາ​ຈະ​ປະ​ທານ​ໃຫ້​ເຈົ້ົ້າ​ມີ​ຫົວ​ຄິດ​ປັນ​ຍາ ແລະຄວາມ​ສລຽວ​ສລາດ ຢ່າງ​ບໍ່​ມີ​ໃຜ​ເຄີຍມ​ີ​ມາ​ແຕ່ ກ່ອນແລະ​ໃນ​ ພາຍ​ໜ້າ​ກໍ​ຈະ​ບໍ່​ມີ ໃຜເທົ່າ​ສເມີເຈົ້ົ້າ​ໄດ້​ເລີຍ. (ນີ້​ແມ່ນ​ວາ​ຈາ​ຂອງ​ພະ​ເປັນ​ເຈົ້າ)

ເພງ​ສັກ​ສິດ:  (ພ​ສ​ສ. 118, 57-72, 73-77,127-​128,129-​130)

ຮັບ :     ເກີນ​ວ່າ​ຂ້າ​ພະ​ເຈົ້າ​ຮັກ​ຫອມ​ພະ​​​ທັມ​ຂອງ​ພ​ຣະ​ເຈົ້າ.

57. ໂອພຣະ​ເຈົ້າ, ຂ້າ​ພະ​ເຈົ້າ​ເວົ້າ​ວ່າ

ສ່ວນ​ຂອງ​ຂ້າ​ພະ​ເຈົ້າ​ນັ້ນ​ຄື ປະ​ຕິ​ບັດ​ຕາມ​ພຣະ​ວາ​ຈາ​ຂອງ​ພຣະ​ອົງ

ສຳ​ຣັບ​ຂ້າ​ພະ​ເຈົ້າ, ພຣະ​ທັມ​ທີ່​ອອກ​ຈາກ​ພຣະ​ໂອດ​ຂອງ​ພຣະ​ອົງ

ມີ​ຄ່າກວ່າ​ເງິນກວ່າ​ຄຳ​ຫລາຍ​ລ້ານ​ແທ່ງ.    (ເຊີນ​ຮັບ)

58. ພຣ​ະ​ຫັດ​ຂອງ​ພຣ​ະ​ອົງ​ໄດ້​ສ້າງແລະ​ທຳ​ໃຫ້​ຂ້າ​ພະ​ເຈົ້າ​ໝັ້ນແກ່ນ,

ໂຜດ​ປະ​ທານ​ສະ​ຕິ​ປັນ​ຍາ​ແກ່​ຂ້າ​ພະ​ເຈົ້າ

ເພື່ອ​ຮຽນ​ຮູ້​ພະ​ະ​ບັນ​ຢັດ​ຂອງ​ພຣະ​ອົງ.

ໂຜດ​ສົ່ງ​ຄວາມ​ຮັກ​ອ່ອນ​ຫວານ​ຂອງ​ພ​ຣະ​ອົງ​ມາ​ຫາ​ຂ້າ​ພະ​ເຈົ້າ,

ຂ້າ​ພະ​ເຈົ້າ​ກໍ​ຈະ​ມີ​ຊີ​ວິດ,

ດ້ວຍ​ວ່າພຣ​ະທັມ​ຂອງ​ພຣ​ະ​ອົງເປັນ​ຄວາມ​ຍິນ​ດີ​ຂອງ​ຂ້າ​ພະ​ເຈົ້າ.  (ເຊີນ​ຮັບ)

127-128. ດ້ວຍ​ເຫດ​ນີ້ ຂ້າ​ພະ​ເຈົ້າ​ຈຶ່ງ​ຮັກ​ຫອມ​ຂໍ້​ບັນ​ຢັດ​ທຸກ​ອັນ​ຂອງ​ພ​ຣະ​ອົງລື່ນຄຳ

ແລະລື່ນ​ຄຳ​ທີ່​ປະ​ເສີດ​ເລີດ​ທີ່​ສຸດ

ດ້ວຍ​ເຫດ​ນີ້ຂ້າ​ພະ​ເຈົ້າ​​ຈຶ່ງວາງຫລັກ​ຊີວິດ​ຂອງ​ຂ້າ​ພະ​ເຈົ້າ​ທັງ​ໝົດ​

ໄປ​ຕາມ​ຂໍ້ບັງ​ຄັບ​ຂອງ​ພ​ຣະ​ອົງ,

ຂ້າ​ພະ​ເຈົ້າ​ກຽດ​ຊັງ​ທຸກ​ເສັ້ນ​ທາງ​ທຸດ​ຈະ​ຮິດ.  (ເຊີນ​ຮັບ)

129-130. ຂໍ້​ຄຳ​ສັ່ງ​ຕ່າງໆຂອງ​ພ​ຣະ​ອົງ​ເປັນ​ໜ້າ​ອັດ​ສະ​ຈັນ​ແທ້ !
ດ້ວຍ​ເຫດ​ນີ້ ຈິດ​ໃຈ​ຂ້າ​ພະ​ເຈົ້າ​ຈຶ່ງ​ຫວງ​ແຫນ​ມັນ​ໄວ້.
ການ​ຄົ້ນ​ຄວ້າ​ພ​ຣະ​ວາ​ຈາ​ຂອງ​ພຣ​ະ​ອົງ​ນັ້ນບັນ​ດານຄວາມ​ສວ່າງ,
ມັນ​ປະ​ທານຄວາມ​ເຂົ້າ​ໃຈ​ແກ່​ສາ​ມັນ​ຊົນ.  (ເຊີນ​ຮັບ)

ົດອ່ານ​ທີ 2

ຈົດ​ໝາຍ​ຂອງ​ນັກ​ບຸນ​ເປົາ​ໂລ​ຂຽນ​ເຖິງ​ສັດ​ຕະ​ບຸ​​ຣຸດ​ຊາວ​ນະ​ຄອນ​ໂຣ​ມາ (ຣມ. 8:28​-​30)

ພຣະ​ອົງ​ໄດ້​ຊົງ​ກຳ​ນົດ​ໃຫ້​ພວກ​ເຮົາເປັນ​ຮູບ​ເງົາ​ແຫ່ງ​ພຣະ​ບຸດ​ຂອງ​ພຣະ​ອົງ.

        ພີ່​ນ້ອງ​ທີ່​ຮັກ​, ພວກ​ເຮົາ​ຮູ້​ດີ​ວ່າ ​ທຸກ​ສິ່ງ​ເປັນ​ປ​ໂຍດ​ແກ່​ບັນ​ດາ​ຜູ້​ຮັກ​ຫອມ​ພ​ະ​ເຈົ້ົ້າ ຄື​ພວກ​ທີ່​ພ​ະ​ອົງ​ຊົງ​ຮຽກ​ມາ ຕາມ​ແຜນ​ການ ​ຂອ​ງພ​ະ​ອົງ. ພວກ​ທີ່​ພ​ະ​ອົງ​ຊົງ​ເລືອກ​ໄວ້​ແຕ່​ໃດໆ​ມາ ພ​ຣ​ະ​ອົງ​ໄດ້​ຊົງ​ກຳ​ໜົດ​ໃຫ້​ເຂົ​າ​ເປັນ​ຮູບ​ເງົາ​ແຫ່ງ​ພ​ຣະ​ບຸດ​ຂອງ​ພຣະ​ອົງ ​ເພື່ອ​ໃຫ້​ ພ​ະ​ ບຸດ​ໄດ້​ເປັນ​ອ້າຍ​ກົກໃນ​ໝູ່​ພີ່​ນ້ອງ​ຈຳ​ນວນ​ມາກ. ພວກ​ທີ່​ພ​ະ​ອົງ​ຊົງ​ກຳ​ໜົດ​ໄວ້​ແຕ່​ໃດໆ​ມ​າໃຫ້​ຄ້າຍ​ຄື​ກັບ​ພ​ຣະ​ບຸດ​ນັ້ນ ພ​ຣ​ະ​ອົງ​ ກໍ​ຮຽກ​ເຂົາ​ ມາ​ເໝືອນ​ກັນ; ພວກ​ທີ່​ພ​ະ​ອົງ​ຊົງ​ຮຽກ​ມາ​ນັ້ນ ພ​ຣະ​ອົງ​ກ​ໍ​ໄດ້​ໂຜດ​ໃຫ້​ເຂົາ​ເປັນ​ຜູ້​ຊອບ​ທັມ ແລະ ​ພວກ​ທີ່​ພຣ​ະ​ອົງ​ຊົງໂຜດ​ ໃຫ້ເປັນ​ ຜູ້​ຊອບ​ ທັມ​ນັ້​ນ ພຣ​ະ​ອົງ​ກໍ​ໄດ້​ປະ​ທານ​ສີ​ມຸງ​ຄຸນແກ່​ເຂົາ​ດ​້ວຍ. (ນີ້​ແມ່ນ​ວາ​ຈາ​ຂອງ​ພຣະ​ເປັນ​ເຈົ້າ)

ອັ​ນ​ເລ​ລູ​ຢາ (ມ​ທ. 11, 25)

            ອັ​ລ​ເລ​ລູ​ຢາ ! ອັລ​ເລ​ລູ​ຢາ ! ໂອ​ພ​ຣະ​ບິ​ດາ​​ເຈົ້າ ພ​ຣະ​ອົງ​ເປັນ​ເຈົ້າ​ຟ້າ​ແລະ​ແຜ່ນ​ດິນ. ຂໍ​ຖວາຍ​ພອນ​ແດ່​ພຣ​ະ​ອົງ ຍ້ອນ​ພຣ​ະ​      ອົງ ໄດ້​ ໄຂ​ສຳ​ແດງ​ຂໍ້​ເລິກ​ລັບ​ແຫ່ງ​ອາ​ນາ​ຈັກ​ແກ່​ພວກ​ຕ່ຳ​ຕ້ອຍ​ດ້ອຍ​ປັນ​ຍາ.  ອັ​ລ​ເລ​ລູ​ຢາ !

ພ​ຣະ​ວໍ​ຣະ​ສານ  

                                        ພ​ຣະ​ວໍ​ຣະ​ສານໂດຍ​ນັກ​ບຸນ​ມັດ​ເທວ, ມ​ທ 13, 4445.

ເຂົາ​ຂາຍ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ມີ​ຢູ່​ທັງ​ໝົດ ມາ​ຊື້​ເອົາ​ນາ​ທົ່ງ​ນັ້ນ.

     ໃນ​ເວ​ລາ​ນັ້ນ ພຣະ​ເຢ​ຊູ​ເຈົ້າ​ຊົງ​ກ່າວຄວາມ​ປຽບ​ທຽບ​ໃຫ້​ປະ​ຊາ​ຊົນ​ຟັງ​ວ່າ: ອາ​ນາ​ຈັກ​ສວັນປຽບ​ໄດ້​ກັບຂຸມ​ຊັບຝັງ​ຢູ່​ໃນ​ນາແຫ່ງ​ໜຶ່ງ ຄົນ​ທີ່​ພົບ​ພໍ້​ກໍ​ເຊື່ອ​ງໄວ້​ອີກ, ແລະ​ດ້ວຍ​ຄວາມ​ຍິນ​ດີ ເຂົາ​ຈະ​ຂາຍ​ທຸກ​ສິ່ງ​ທີ່​ຕົວ​ມີເພື່ອ​ມາ​ຊື້​ນາ​ທົ່ງນັ້ນ.

            ອາ​ນາ​ຈັກ​ສວັນຍັງ​ປຽບໄດ້​ກັບ​ພໍ່​ຄ້າ​ຄົນ​ໜຶ່ງ ທີ່​ຊອກ​ຊື້ແກ້ວ​ມຸກ​ດາ​ໜ່​່ວຍ​ງາມໆ ເມື່ອ​ພົບ​ເຫັນ​ແກ້ວໜ່​່ວຍ​ລາຄາສູງແລ​້ວ, ເຂົາ​  ໍ​ຈະ​ໄປ​ຂາຍ​ທຸກ​ສິ່ງ​ທີ່​ຕົວ​ມີ, ເພື່​ອມາຊື້ເອົາ​ແກ້ວ ມຸກ​ດາໜ່​ວຍ​ນັ້ນ​ໄວ.

             ອາ​ນາ​ຈັກ​ສວັນ​ຍັງ​ປຽບ​ກັບ​ມອງ​ຊຸມ​ໜຶ່ງອີກທີ່​ຖິ້ມ​ລົງ​ໄປ​ໃນ​ທະ​ເລ ແລະ​ກວາດ​ເອົາ​ປາ​ທຸກ​ຊນິິດ. ເມື່ອ​ປາເຕັມ​ມອງ  ແລ​້ວ, ຊາວ​ປະ​ມົງ​ກໍ​ຈະ​ແກ່ມອງ​ຂຶ້ນ​ຝັ່ງ ແລະ​ນັ່ງ​ລົງເລືອກ ເອົາ​ປາ​ແຊບ​ດີ​ໃສ່​ກະ​ຕ່າ; ສ່ວນ​ປາ​ບໍ່​ແຊບ​ນັ້ນ ພວກ​ເຂົາ​ຈະ​ແກວ່ງ​ຖິ້ມ. ເມື່ອ​ວັນ​ສິ້ນ​ ພິ​ພົບກໍ​ຈະ​ເປັ​ນ​ດັ່ງ​ນີີ້ດ້ວຍ, ເທວະ​ດາ​ຈະ​ລົງ​ມາ​ແຍກ​ຄົນ​ຊົ່ວ​ອອກ​ຈາກ​ຄົນ​ດີ ເພື່ອ​ຖິ້ມ​ພວກ​ເຂົາ​ລົງ​ໃນ​ຂຸມ​ໄຟ ຢູ່ບ​່ອນ​ນັ້ນ​ຈະ​ມີ​ ແຕ່​ສຽງ ​ຮ້ອງ​ໄຫ້ແລະ​ກັດ​ແຂ້ວ.

       ພວກ​ເຈົ້ົ້າ​ເຂົ້ົ້າ​ໃຈ​ເລື່ອງ​ທັງ​ໝົດ​ນີ້​ແລ້ວ​ບໍ?  ພວກ​ສາ​ວົກ​ທູນ​ຕອບ​ວ່າ: ໂດຍ ! ພວກຂ້າ​ນ້ອຍເຂົ້ົ້າ​ໃຈ​ແລ້​ວ. ແລະ​ພ​ຣະ​ອົງ​ຊົງ​ກ່າວ​ແກ່​ ພວກ​ເຂົາ​ວ່າ: ດ້ວຍ​ເຫດ​ນີ້ ອາ​ຈານ​ພຣະຄັມ​ພີ​ຜູ້​ໃດທີ່​ມາ​ເປັນ​ລູກສິດ​ແຫ່ງ​ອາ​ນາ​ຈັກ​ສວັນ ກໍ​ປຽບ​ໄດ້​ກັບ​ເຈົ້ົ້າ​ເຮືອນ  ທີ່​ເອົາ​ຊັບ​ສິນ ​ທັງ​ ໃໝ ່​ແລະ​ເກົ່າອອກ​ຈາກ​ຂຸມ​ຊັບ​ຂອງ​ຕົນ. (ນີ້​ແມ່ນ​ວາ​ຈາ​ຂອງ​ພຣະ​ຄ​ຣິ​ສ​ໂຕ​ເຈົ້າ)

ບົດ​ວິງວອນ​ຖວາຍ​ບັນນາ​ການ

        ໂອ​ພ​ຣະ​ອົງ​ເຈົ້ົ້າ ໂຜດ​ຮັບ​ເຄື່ອງ​ບູ​ຊາທີ່​ພຣ​ະອົງຜູ້​ມີ​ພຣ​ະທັຍ​ກວ້າງ​ຂວາງ ໄດ້​ກະຣຸ​ນາ​ທານ​ໃຫ້​ພວກ​ຂ້າ​ພະ​ເຈົ້ົ້ານີ້​ດ້ວຍ ເດ​ຊະ​ ພຣ​ະ​ ຄຸນ​ພຣ​ະ​ອົງ​ຊ່ວຍ  ຂໍ​ໃຫ້​ສິນ​ບູ​ຊາ​ນີ້ຊ່ວຍ​ພວກ​ຂ້າ​ພະ​ເຈົ້ົ້າ  ຈ​ຳ​ເຣີນ​ຊີ​ວິດ​ສັກ​ສິດໃນ​ຊີ​ວິດ​ນີ້  ແລະ​ພາ​ໄປ​ເຖິງ​ຄວາມ​ ສຸກ​ນິ​ນັນ​ ດອນດ້ວຍ.

-ເພງ​ຮັບ​ສິນ:    (ມ​ທ. 5, 7-​8)

1. ບຸນ​ມະ​ຫາ​ລາບ​ແກ່​ຜ​ູ້​ມີ​ໃຈ​ເອັນ​ດູ​ກະ​ຣຸ​ນາ  ຍ້ອນ​ວ່າ​ເຂົາ​ຈະ​ໄດ້​ຮັບ​ຄວາມ​ເອັນ​ດູ​ກະຣຸ​ນາ​ຕອບ​ແທນ. ບຸນ​ມະ​ຫາ​ລາບ​ແກ່​ຜູ້​ມີ​ ໃຈ​ບໍ​ຣິ​ ສຸດ ຍ້ອນ​ວ່າ​ເຂົາ​ຈະ​ໄດ້​ເຫັນ​ພຣ​ະ​ເປັນ​ເຈົ້ົ້າ ຫລື    (ພ​ສ​ສ. 102:2)

2. ວິນ​ຍານ​ຜູ້​ຂ້າ​ຈົ່ງ​ຖວາຍ​ພອນ​ແດ່​ພຣ​ະ​ອົງ​ເຈົ້ົ້າ  ແລະ​ຢ່າ​ລືມ​ຄຸນ​ງາມ​ຄວາມ​ດີ​ອັນ​ໃດທີ່​ພຣ​ະ​ອົງ​ຊົງ​ປະ​ທານ​ນັ້ນ​ເລີຍ.

ບົດ​ວິງວອນຫລັງຮັບ​ສິນ:   ພວກ​ເຮົາຈົ່ງ​ອ້ອນວອນ

        ໂອ​ພ​ະ​ອົງ​ເຈົ້ົ້າ ພວກ​ຂ້າ​ພະ​ເຈົ້ົ້າໄດ້​ຮັບ​ສິນ​ສັກ​ສິດ ​ອັນ​ເປັນ​ອະ​ນຸ​ສອນແຫ່ງ​ມະ​ຫາ​ທໍ​​ຣະ​ມານ​ຂອງ​ພ​​ຣະ​ບຸດ​ເຈົ້ົ້າສືບ​ໆໄປນີ້​ແລ້ວ ຂໍ​ໃຫ້​ພ​​ຣະ​ຄຸນ​ທີ່​ພ​ຣ​ະ​ອົງ​ເອງ​ໄດ້​ປະ​ທານ​ໃຫ້​ດ້ວຍ​ຄວາມ​ຮັກ​ອັນເຫລືອ​ລົ້ົ້ນ ຊ່ວຍ​ພວກ​ຂ້າ​ພະ​ເຈົ້ົ້າໃຫ້​ຮອດ​ເທີ້​ນ

 


ວັນ​ອາ​ທິດ​ທີ 16 ຕ​ລອດ​ປີ 1(A)

ກົງກັບວັນທີ່ 23 ​ກໍ​ຣະ​ກົດ 2017


                                                                       ບົດ​ເຮິ່ມ​ຕົ້ນ    (ພ​ສ​ສ. 53:6, 8)

            ພ​ຣະ​ເປັນ​ເຈົ້ົ້າສ​ເດັດ​ມາ​ຊ່​ວຍ​ຂ້າ​ພະ​ເຈົ້ົ້າ ແລະ​ພ​​ຣະອົງ​ເຈົ້ົ້າຊົງ​ເປັນ​ອົງ​ຄ້ຳ​ຊູວິ​ນ​ຍານ​ຂອງ​ຂ້າ​ພະ​ເຈົ້ົ້າ. ໂອ​ພຣ​ະ​ອົງ​ເຈົ້ົ້າ ຂ້າ​ພະ​ເຈົ້ົ້າ​ຈະ​ເຕັມ​ໃຈ​ຖວາຍ​ສິນ​ບູ​ຊາ​ແດ່​ພຣ​ະ​ອົງ ແລະ​ຍ້ອງ​ຍໍ​ສໍ​ຣະ​ເສີນພຣ​ະ​ນາມ​ຂອງ​ພຣ​ະ​ອົງ ດ້ວຍຍ້ອນ​ວ່າເປັນ​ການ​ຖືກ​ຕ້ອງ​ແລ.

ບົດ​ວິງວອນ: ພວກ​ເຮົາ​ຈົ່ງ​ອ້ອ​ນວອນ

        ໂອ​ພ​ຣະ​ອົງ​ເຈົ້ົ້າ ໂຜດ​ເມດ​ຕາ​ພວກ​ຂ້າ​ໃຊ້​ຂອງ​ພ​ຣະ​ອົງ ໂຜດປະ​ທານ​ພຣະ​ຄຸນ​ຕ່າງໆແກ່​ພວກ​ເຂົາ​ຫລາຍ ຂຶ້ນ ແລະ​ໃຫ້​ເຂົາ​ມີ​ຄວາມ​ເຊື່ອ  ຄວາມ​ໄວ້​ໃຈ ​ແລ​ະ​ຄວາມ​ຮັກໝັ້ນ​ຄົງ​ແຮງ​ກ້າ ເພື່ອ​ຈະ​ໄດ້​ເອົາ​ໃຈ​ໃສ່ຖື​ຕາມ ​ພຣ​ະ​ບັນ​ຢັດຂອງ​ພຣ​ະ​ອົງ​ເທີ້ນ.

ບົດອ່ານ​ທີ 1  

ບົດ​ອ່ານ​ຈາກ​ໜັງ​ສື​ຄວາມ​ສລາດ (ຄ​ສ​ລ. 12:13,16-​19)

 ພຣະ​ອົງ​ຊົງ​ປະ​ທານໃຫ້​ຄົນ​ບາບມີ​ເວ​ລາ​ກັບ​ຈິດ​ປ່ຽນ​ໃຈ.

  ໂອ​ພຣະ​ອົງ​ເຈົ້າ, ບໍ່​ມີ​ພຣະ​ອື່ນ​ໃດ​ທີ່​ຈະ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ສັບ​ພະ​ສິ່ງ​ໄດ້ ນອກ​ຈາກ​ພຣະ​ອົງ​ແຕ່​ຜູ້​ດຽວ. ຈຶ່ງ​ບໍ່​ມີ​ພຣະ​ອື່ນ​ໃດ​ ພໍ​ທີ່​ພຣະ​ອົງ​ຈະ​ສຳ​ແດງ​ໃຫ້​ເຂົາ​ເຫັນ​ວ່າ ພຣະ​ອົງ​ຊົງ​ປົກ​ຄອງ​ທຸກ​ສິ່ງ​ດ້ວຍ​ຄວາມ​ຍຸ​ຕິ​ທັມ. ຍ້ອນ​ວ່າ​ຄວາມ​ຍຸ​ຕິ​ທັມ​ຂອງ​ພຣະ​ອົງ​ ເກີດ​ມາ​ ຈາກ​ຣິດ​ທາ​ນຸ​ພາບ​ຂອງ​ພຣະ​ອົງ​ເອງ ແລະ​ສິດ​ອຳ​ນາດ​ສູງ​ສຸດ​ຂອງ​ພຣະ​ອົງ​ເໜືອ​ສັບ​ພະ​ສິ່ງ​ທັງ​ຫລາຍ ທຳ​ໃຫ້​ພຣະ​ອົງຊົງ​ເປັນ​ຜູ້​ອ່ອນ ​ຫວານ ອົດກັ້ນ​ຕໍ່​ສັບ​ພະ​ສິ່ງ​ເຫລົ່າ​ນັ້ນ. ສຳ​ລັບ​ມະ​ນຸດ​ນັ້ນ, ຜູ້​ໃດ​ມີ​ອຳ​ນາດ ຈະ​ຖືກ​ຕ້ອງ​ຫລື​ບໍ່​ຖື​ຕ້ອງ​ກໍ​ຕາມ, ເຂົາ​ກໍ​ມັກ​ສະ​ແດງ​ອຳ​ນາດ ​ຂອງ​ຕົນ ແລະ​ຜາບ​ຜູ້​ທີ່​ຈົງ​ໃຈ​ຂັດ​ສູ້​ເຂົາ. ໂອ​ພຣະ​ອົງ​ເຈົ້າ, ສ່ວນ​ພຣະ​ອົງ​ນັ້ນ, ພຣະ​ອົງ​ຊົງ​ໃຊ້​ອຳ​ນາດ​ແລະ​ຕັດ​ສິນ​ດ້ວຍ​ຄວາມ​ເມດ​ ຕາ​ ກະ​ຣຸ​ນາ. ພຣະ​ອົງ​ຊົງ​ປົກ​ຄອງ​ພວກ​ຂ້າ​ພະ​ເຈົ້າ​ດ້ວຍ​ຄວາມ​ອົດ​ກັ້ນ​ອ່ອນ​ຫວານ ຍ້ອນ​ວ່າ​ພຣະ​ອົງ​ຊົງ​ໃຊ້​ອຳ​ນາດ​ ຕາມ​ທີ່​ພຣະ​ອົງ​ ຊົງ​ພໍ​ ພຣະ​ທັຍ. ດັ່ງ​ນີ້​ພຣະ​ອົງ​ຈຶ່ງ​ຊົງ​ເປັນ​ແບບ​ຢ່າງ​ສອນ​ປະ​ຊາ​ກອນ​ທັງ​ຫລາຍ​ໃຫ້​ຊາບ​ວ່າ: ຜູ້​ຊອບ​ທັມ​ນັ້ນ​ຕ້ອງ​ເປັນ​ຜູ້​ໃຈ​ດີ​ອາ​ຣິ​ອ່ອນ​ຫວານ. ພຣະ​ອົງ​ປະ​ທານ​ໃຫ້​ບັນ​ດາ​ບຸດ​ຂອງ​ພຣະ​ອົງ​ມີ​ຄວາມ​ຫວັງ​ຄື ປະ​ທານ​ໃຫ້​ຄົນ​ບາບ​ໄດ້​ມີ​ເວ​ລາ​ກັບ​ຈິດ​ປ່ຽນ​ໃຈ.(ນີ້​ແມ່ນ​ວາ​ຈາ​ຂອງ​ພຣະ​ເປັນ​ເຈົ້າ) 

ເພງ​ສັກ​ສິດ   (ພ​ສ​ສ. 85:5-​6,9-​10,​15-​16)

ຮັບ :     ໂອ​ພຣະ​ອົງ​ເຈົ້າ, ພຣະ​ອົງ​ຊົງ​ພຣະ​ທັຍ​ດີ​ແລະ​ໃຫ້​ອະ​ພັຍ​ໂທດ.

5-6. ໂອພຣະ​ອົງ​ເຈົ້າ ພຣະ​ອົງ​ຊົງ​ພຣະ​ທັຍ​ດີ​ແລະ​ໃຫ້​ອະ​ພັຍ​ໂທດ

ພຣະ​ອົງ​ຊົງ​ເມດ​ຕາ​ຍິ່ງ​ຕໍ່​ທຸກ​ຄົນ​ທີ່​ຮ້ອງ​ຫາ​ພຣະ​ອົງ.

ໂອ​ພຣະ​ອົງ​ເຈົ້າ ໂຜດ​ສະ​ດັບ​ຟັງ​ຄຳ​ວິງວອນ​ຂອງ​ຂ້າ​ພະ​ເຈົ້າ

ໂຜດ​ຟັງ​ຂ້າ​ພະ​ເຈົ້າ​ຜູ້​ໄຫວ້ວອນ​ພຣະ​ອົງ.    (ເຊີນ​ຮັບ)

9-10. ໂອ​ພຣະ​ອົງ​ເຈົ້າ ປະ​ຊາ​ຊາດ​ທັງ​ຫລາຍ​ທີ່​ພຣະ​ອົງ​ຊົງ​ສ້າງ​

ຈະ​ມາ​ຂາບ​ລົງ​ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ

ແລະ​ຖວາຍ​ພອນ​ແດ່​ພຣະ​ນາມ​ຂອງ​ພຣະ​ອົງ.

ຍ້ອນ​ວ່າ​ພຣະ​ອົງ​ເປັນ​ຜູ້​ຍິ່ງ​ໃຫຍ່ ແລະ​ທັມຫັ​ສ​ຈັນຕ່າງໆ​ໄດ້

ມີ​ແຕ່​ພຣະ​ອົງ​ຜູ້​ດຽວ​ເທົ່າ​ນັ້ນ​ເປັນ​ພຣະ​ເຈົ້າ.            (ເຊີນ​ຣັບ)

15-16. ໂອ​ພຣະ​ອົງ​ເຈົ້າ, ສ່ວນ​ພຣະ​ອົງ​ນັ້ນ,

ພຣະ​ອົງ​ເປັນ​ຄວາມ​ອ່ອນ​ຫວານແລະ​ຄວາມ​ເມດ​ຕາ​ກະ​ຣຸ​ນາ

ພຣະ​ອົງ​ບໍ່​ຊົງ​ໂກດ​ງ່າຍແຕ່​ເຕັມ​ດ້ວຍ​ຄວາມ​ຮັກ​ແລະ​ຄວາມ​ສັດ​ຈິງ.    (ເຊີນ​ຮັບ)

ບົດອ່ານ​ທີ 2  

​ຈົດ​ໝາຍ​ຂອງ​ນັກ​ບຸນ​ເປົາ​ໂລ​ຂຽນ​ເຖິງ​ສັຕ​ບຸຮຸດ​ຊາວ​ນະ​ຄອນ​ໂຣ​ມາ(ຣມ. 8:26​-​27)

ພຣະ​ຈິດ​ເຈົ້າ​ວອນ​ຂໍ​ພຣະ​ເຈົ້າ​ເພື່ອ​ພວກ​ເຮົາ ດ້ວຍ​ສຽງ​ຮ້ອງ​ຄາງ​ເຫລືອ​ທີ່​ຈະ​ເວົ້າ​ໄດ້.

ພີ່​ນ້ອງ​ທີ່​ຮັກ​, ພຣະ​ຈິດ​ເຈົ້າ​ສ​ເດັດ​ມາຊ່ວຍ​ຊູ​ຄວາມ​ອ່ອນ​ແອ​ຂອງ​ພວກ​ເຮົາ, ຍ້ອນ​ວ່າ​ພວກ​ເຮົາ​ບໍ່​ຮູ້​ວ່າ ຄວນວອນ​ຂໍ​ຢ່າງ​ໃດ. ແຕ່​ພຣະ​ຈິດ​ ເຈົ້າ​ນັ້ນ​ເອງວອນ​ຂໍ​ພຣະ​ເຈົ້າ​ເພື່ອ​ພວກ ເຮົາ ດ້ວຍ​ສຽງ​ຮ້ອງ​ຄາງ​ເຫລືອ​ທີ່​ຈະ​ເວົ້າ​ໄດ້ ແລະ​ພຣະ​ຜູ້​ທີ່​ຊົງ​ສ່ອງ​ໃນ​ຈິດ​ໃຈ​ຂອງ​ມະ​ນຸດ ກໍ​ຊາບ ​ເຖິງ​ຄວາມ​ປາ​ຖນາ​ຂອງ​ພຣະ​ຈິດ​ເຈົ້າ ແລະ​ພຣະ​ອົງ​ຍັງ​ຊົງ​ຊາບ​ວ່າ ຄວາມວອນ​ຂໍ​ຂອງ​ພຣະ​ຈິດ​ເຈົ້າ​ເພື່ອ​ບັນ​ດາ​ພີ່​ນ້ອງ​ນັ້ນ ກໍ​ຖືກ​ຕ້ອງ​ ຕາມ​ໂຄງ​ການ​ຂອງ​ພຣະ​ເຈົ້າ. (ນີ້​ແມ່ນ​ວາ​ຈາ​ຂອງ​ພຣະ​ເປັນ​ເຈົ້າ)

ອັ​ລ​ເລ​ລູ​ຢາ  (ຢງ. 15,1​5)

          ອັ​ລ​ເລ​ລູ​ຢາ ! ອັ​ລ​ເລ​ລູ​ຢາ ! ພຣະ​ອົງ​ຊົງ​ກ່າວ​ວ່າ: ເຮົາ​ເອີ້ນ​ພວກ​ເຈົ້າ​ວ່າ​ມິດ​ສະ​ຫາຍ ຍ້ອນ​ວ່າ​ເຮົາ​ໄດ້​ໃຫ້​ພວກ​ເຈົ້າ​ຮູ້​ຈັກ​ທຸກ ​ສິ່ງ​ທີ່​ເຮົາ ໄດ້​ຍິນ ຈາກ​ພຣະ​ບິ​ດາ​ຂອງ​ເຮົາ. ອັ​ລ​ເລ​ລູ​ຢາ !

 ພຣ​ະ​ວໍ​ຣະ​ສານໂດຍ​ນັກ​ບຸນ​ມັດ​ເທວ (ມ​ທ. 13:24-​43)

 ຈົ່ງ​ປະ​ໃຫ້​ເຂົ້າ​ທັງ​ສອງ​ປົ່ງ​ຂຶ້ນ​ຈົນ​ຮອດ​ຍາມ​ກ່ຽວ.

        ໃນ​ເວ​ລາ​ນັ້ນ ພຣະ​ເຢ​ຊູ​ເຈົ້ົ້າ​ກ່າວ​ຄວາມ​ປຽບ​ທຽບ​ໃຫ້​ປະ​ຊາ​ຊົນ​ຟັງ​ວ່າ: �ອາ​ນາ​ຈັກ​ສວັນປຽບ​ຄື​ຄົນ​ຜູ້​ໜຶ່ງເອົາ​ເຂົ້ົ້າ​ປູກ​ແນວດີ ຫວ່ານ​ລົງ​ໃນ​ນາ​ຂອງ​ຕົນ. ໃນ​ເວ​ລາ​ທີ່​ພວກ​ລູກ​ຈ້າງ ນອນ​ຫລັບ ສັດ​ຕູກໍ​ໄດ້ເອົາ​ເມັດ​ຫຍ້າເຂົ້ົ້າ​ນົກມາ​ຫວ່ານ​ປົນ​ກັບ​ເຂົ້ົ້າ​ປູກແນວ​ດີ ແລ້ວ​ກໍ​ໜີ​ໄປ. ເມື່ອ​ເຂົ້ົ້າ​ອອກ​ຮວງ, ຫຍ້າ​ເຂົ້ົ້າ​ນົກ​ກໍປາ​ກົດ​ອອກ​ມາ​ດ້ວຍ. ລູກ​ຈ້າງ​ຈຶ່ງ​ໄປ​ບອກ​ເຈົ້ົ້າ​ເຮືອນ​ວ່າ: �ນາຍ​ເອີຍ, ນາ​ຍໄດ້​ ຫວ່ານເຂົ້ົ້າ​ປູກ​ແນວ​ດີ​ໃນ​ນາແມ່ນ​ບໍ? ແລ້ວ​ຫຍ້າ​ເຂົ້ົ້າ​ນົກ​ນີ້​ມາ​ແຕ່​ໃສ? ນາຍ​ເຈົ້ົ້າ​ເຮືອນ​ຕອບ​ວ່າ: ສັດ​ຕູ​ເອົາ​ມາ​ຫວ່ານ​ໃສ່. ລູກ​ຈ້າງ​ ຈຶ່ງ​ຖາມ​ວ່າ: ນາຍ​ຢາກ​ໃຫ້​ໝູ່​ຂ້າ​ນ້ອຍໄປ​ຫລົກ​ມັນ​ຖິ້ມ​ບໍ? ນາຍ​ຕອບ​ວ່າ: �ຢ່າ​ຫລົກ​ມັນ, ຢ້ານ​ວ່າ​ເວ​ລາ​ພວກ​ເຈົ້າ​ຫລົກ​ຫຍ້າ ນັ້ນ ພວກ​ເຈົ້ົ້າ​ຈະ​ຫລົກ​ທັງ​ເຂົ້ົ້າ​ດີ​ດ້ວຍ. ຈົ່ງ​ປະ​ທັງ​ສອງ​ໄວ້ຈົນ​ຮອດ​ຍາມ​ກ່ຽວ, ແລ້ວ​ເມື່ອ​ເວ​ລາ​ກ່ຽວ, ເຮົາ​ຈະ​ບອກພວກ​ຄົນ​ກ່ຽວ​ວ່າ: ຈົ່ງ​ກ່ຽວ ​ເອົາ​ຫຍ້າເຂົ້ົ້າ​ນົກກ​່ອນ, ແລ້ວມັດໄວ້ເປັ​ນ​ໂຄ້ນໆ, ເພື່ອ​ເອົາ​ໄປ​ສຸມ​ໄຟ, ສ່ວນເຂົ້ົ້າ​ດີ​ນັ້ນໃຫ້​ຂົນຂຶ້ນ​ໃສ່​ເລົ້ົ້າຂອງ​ເຮົາ.

            ພຣະ​ເຢ​ຊູ​ເຈົ້ົ້າຍັງ​ກ່າວ​ຄວາມປຽບ​ທຽບໃຫ້​ປະ​ຊາ​ຊົນ​ຟັງ​ອີກ​ເຮຶ່ອງໜຶ່ງ​ວ່າ: ອາ​ນາ​ຈັກ​ສວັນປຽບ​ໄດ້ກັບ​ເມັດຜັກ​ກາດ​ເມັດ​ໜຶ່ງ, ຊຶ່ງ​ຄົນ​ຜູ້​ໜຶ່ງເອົາ​ໄປ​ຫວ່ານ​ລົງ​ໃນ​ສວນ​ຂອງ​ຕົນ.ເປັນ​ເມັດ​ນ້ອຍກວ່າ​ເມັດ​ທຸກ​ຊນິດ. ເມື່ອ​ມັນ​ງອກ​ເປັ​ນ​ຕົ້ົ້ນ​ຂຶ້ນແລ້ວ, ມັນ​ໃຫຍ່ກວ່າ​ ພືດ​ຜັກ​ອື່ນໆ​ໃນ​ສວນ, ຈົນ​ກາຍ​ເປັນ​ກົກ​ໄມ້ ແລະ​ໝູ່​ນົກ​ຕາມ​ອາ​ກາດ​ມາ​ເຮັດ​ຮັງຢູ່​ງ່າ​ຂອງ​ມັນ​ໄດ້. ພ​ຣະ​ອົງ​ຊົງ​ກ່າວ​ຄວາມ​ປຽບ​ທຽບ​ ໃຫ້​ປະ​ຊາ​ຊົນ​ຟັງ​ອີກ​ເຮື່ອງ​ໜຶ່ງວ່າ: ອາ​ນາ​ຈັກ​ສວັນ ປຽບ​ໄດ້​ກັບ​ເຊື້ອ​ແປ້ງ ທີ່​ແມ່​ເຮືອນ​ຜູ້​ໜຶ່ງເອົາ​ມາ​ນວດ​ປະ​ສົມກັບ​ແປ້ງ​ສ​າມ​ແອ່ງ ຈົນ​ວ່າແປ້ງ​ທັງ​ໝົດ​ຟູ​ຟອງ​ຂຶ້ນ.

          ທຸກ​ເຮື່ອງນີ້, ພຣ​ະ​ເຢ​ຊູ​ເຈົ້ົ້າຊົງກ່າວ​ແກ່​ປະ​ຊາ​ຊົນ​ແຕ່​ທາງ​ປຽບ​ທຽບ, ແລະ​ພຣ​ະ​ອົງບໍ່​ກ່າວ​ຫຍັ​ງ​ແກ່​ພວກ​ເຂົາໂດຍ​ບໍ່​ຊ້​ຄວາມ​ ປຽບ​ທຽບ. ທັງ​ນີ້ກໍເພື່ອ​ໃຫ້​ສຳ​ເຣັດ​ຕາມ​ຄຳ​ທຳ​ນາຍຂອງ​ປະ​ພາ​ສົກ​ທີ່​ວ່າ: ເຮົາ​ຈະ​ກ່າວແຕ່​ຄວາມ​ປຽບ​ທຽບ; ເຮົາ​ຈະ​ປະ​ກາດ​ ເຮື່ອງ​ ລັບ​ລີ້ຕັ້ງແຕ່​ວັນ​ສ້າງ​ໂລກ​ມາ.

            ເມື່ອ​ໄດ້​ສັ່ງໃຫ້​ຝູງ​ຄົນ​ກັບ​ໄປ​ແລ້ວ, ພຣ​ະ​ເຢ​ຊູ​ເຈົ້ົ້າ​ກ​ໍ​ເຂົ້ົ້າ​ໄປ​ໃນ​ເຮືອນ ແລະ​ພວກ​ສາ​ວົກ​ກໍ​  ເຂົ້ົ້າ​ມາ​ຫາ​ພ​ຣະ​ອົງທູນ​ວ່າ: ຂໍ​ພຣ​ະ​ ອົງອະ​ທິ​ບາຍ​ແຈ້ງໆ​ໃຫ້​ພວກ​ຂ້າ​ນ້ອຍຮູ້ເຮື່ອງ​ຫຍ້າ​ເຂົ້ົ້າ​ນົກໃນ​ນາ. ພຣ​ະ​ອົງ​ຈຶ່ງ​ກ່າວ​ຕອບ​ພວກ​ເຂົາ​ວ່າ: ຜູ້​ທີ່​ຫວ່ານ​ເຂົ້ົ້າປູກ​ແນວ​ດີ ແມ່ນ​ບຸດ​ແຫ່ງ​ມະ​ນຸດ; ທົ່ງ​ນາ​ແມ່ນ​ໂລກ​ພິ​ພົບ; ເມ​ັດ​ເຂົ້ົ້າ​ປູກ​ແນວ​ດີແມ່ນ​ບຸດ​ແຫ່ງ​ອາ​ນາ​ຈັກ; ຫຍ້າ​ເຂົ້ົ້າ​ນົກ​ແມ່ນ​ລູກ​ຂອງ​ຜີ​ປີ​ສາດ. ສັດ​ຕູ​ທີ່​ມາຫວ່ານ​ຫຍ້າ​ເຂົ້ົ້າ​ນົກ​ແມ່ນ​ຜີ​ປີ​ສາດ. ຮະ​ດູ​ກ່ຽວແມ່ນ​ວັນ​ສິ້ນ​ພິ​ພົບ. ພວກ​ຄົນ​ກ່ຽວແມ່ນ​ພວກ​ເທວະ​ດາ. ຫຍ້າ​ເຂົ້ົ້າ​ນົກ​ໄດ້​ ຖືກ ຕັດ​ກ່ຽວ​ແລະ​ຖືກ​ເຜົາ​ໄຟ​ແນວ​ໃດ, ເມື່ອ​ວັນ​ສິ້ນ​ພິ​ພົບ​ກໍ​ຈະ​ເປັນ​ແນວ​ນັ້ນ​ດ້ວຍ. ບຸດ​ແຫ່ງ​ມະ​ນຸດ​ຈະ​ສົ່ງ​ເທວະ​ດາມາ​ຄັດ​ແຍກ​ການ​ສະ​ດຸດ​ ທຸກ​ຊນິດ ແລະ​ຄົນ​ອະທັມທັງ​ຫລາຍ​ອອກ​ຈາກ​ອາ​ນາ​ຈັກ, ແລະ​ຈະ​ຖິ້ມພວກ​ເຂົາ​ລົງ​ໃນ​ຂຸມ​ໄຟ; ຢູ່ບ​່ອນ​ນັ້ນຈະ​ມີ​ແຕ່​ສຽງ​ຮ້ອງ​ໄຫ້ ແລະ​ ກັດ​ແຂ້ວ. ສ່ວນ​ພວກ​ຊອບ​ທັມ, ພວກ​ເຂົາ​ຈະ​ຮຸ່ງ​ເຮືອງ​ເຫລືອງ​ເຫລື້ອມຄືດວງ​ຕາ​ເວັນໃນ​ອາ​ນາ​ຈັກຂອງ  ພຣ​ະ​ເປັນ​ເຈົ້ົ້າ. ຜູ້ໃດ​ມີ​ຫູ​ຈົ່ງ ​ຟັງ​ເອົາ ! (ນີ້​ແມ່ນ​ວາ​ຈາ​ຂອງ​ພຣະ​ຄ​ຣິ​ສ​ໂຕ​ເຈົ້າ)

ບົດ​ວິງວອນຖວາຍ​ບັນ​ນາ​ການ

                   ໂອ​ພຣ​ະ​ເຈົ້ົ້າ  ພຣ​ະ​ອົງ​ໄດ້​ຮວບ​ຮວມການ​ບູ​ຊາ​ຕ່າງໆໃນ​ພຣ​ະ​ທັມ​ເກົ່າ ​ໃຫ້​ເປັນ​ການ​ບູ​ຊາ​ອັນ​ສົມ​ບູນແຕ່​ຢ່າງ​ດຽວ ຂໍ​ໂຜດ​ຮັບ​ເຄື່ອງ​ບູ​ຊາທີ່​ພວກ​ຄົນ​ໃຊ້​ສັດ​ຊື່ນ້ອມ​ຖວາຍ​ພຣ​ະ​ອົງ​ຢູ່ນີ້ ແລະ​ອວຍ​ພຣ​ະພອນ​ໃຫ້​ເຄື່ອງ​ບູ​ຊາ​ສັກ​ສິດໄປ ຄືພຣ​ະ​ອົງໄດ້​ອວຍ​ ພຣະ​ ພອນໃຫ້​ເຄື່ອງ​ບູ​ຊາ​ຂອງອາ​ແບນ ແຕ່​ກ່ອນ ຂໍ​ໃຫ້ເຄື່ອງ​ບູ​ຊາຊຶ່ງ​ແຕ່​ລະ​ຄົນ​ນ້ອມ​ຖວາຍ​ເພື່ອ​ສີ​ມຸງ​ຄຸນ​ຂອງ​ພ​ຣະ​ອົງ​ນີ້ ໄດ້​ບັນ​ດານ​ ຄວາມ​ຮອດ​ໃຫ້​ທຸກ​ຄົນ​ເທີ້ນ.

ເພງຮັບ​ສິນ    (ພ​ສ​ສ.  110, 4-​5)

1.​​ ພຣ​ະ​ອົງ​ເຈົ້ົ້າເປັນ​ຜ​ູ້​ມີ​ພຣ​ະ​ທັຍ​ເມດ​ຕາ​ອ່ອນ​ຫວານ  ຊົງ​ລຳ​ລຶກ​ເຖິງ​ສິ່ງ​ມະ​ຫັ​ສ​ຈັນ​ຂອງ​ພຣະ​ອົງ. ພ​ຣະ​ອົງ​ຊົງ​ປະ​ທານ​ອາ​ຫານແກ່​ຜູ້​ທີ່​ ຢ້ານ​ຈຽມ​ພຣະ​ອົງ. ຫລື  (ສຍ. 20:3)

2.​​ ເຫັນ​ບໍ ! ເຮົາ​ກຳ​ລັງ​ຢືນ​ຢູ່​ທີ່​ປະ​ຕູແລະ​ເຄາະ​ເອີ້ນ. ຖ້າ​ຜູ້​ໃດ​ຍິນ​ສຽງ​ເຮົາ​ເອີ້ນ​ແລ້ວ ແລະ​ມາ​ໄຂ​ປະ​ຕູ​ເອົາ ​ເຮົາ​ກໍ​ຈະ​ເຂົ້ົ້າ​ໄປ​ຫ​າ​ຜູ້​ນັ້​ນ ແລະ​ຈະ​ຮັບ​ປະ​ທານ​ຮ​່ວມ​ກັບ​ເຂົາ  ແລະ​ເຂົາ​ກໍ​ຮັບ​ປະທານຮ່ວມ​ກັບ​ເຮົາ.

ບົດ​ວິງວອນ​ຫຼັງ​ຮັບ​ສິນ

 ພວກ​ເຮົາຈົ່ງ​ອ້ອນວອນ    ໂອ​ພຣ​ະ​ອົງ​ເຈົ້ົ້າ ໂຜດ​ສະ​ຖິດ​ຢູ່​ນຳ​ປະ​ຊາ​ກອນ ທີ່​ພຣ​ະ​ອົງ​ໄດ້​ບັນ​ດານ​ໃຫ້​ຊາບ​ຊຶ້ງ​ໃນ​​ຂໍ້​ເລິກ​ລັບ​ສວັນ ແລະ​ ໂຜດ​ໃຫ້​ພວກ​ເຂົາປະ​ຖິ້ມ​ສະ​ພາບ​ຄົນ​ເກົ່າເພື່ອ​ຮັບ​ເອົາ​ຊີ​ວິ​ດນິ​ຣັນ​ດອນເທີ້ນ

 


ັນ​ອາ​ທິດ​ທີ 15 ຕ​ລອດ​ປີ 1

ກົງກັບວັນທິ່ 16 ກໍ​ຣະ​ກົດ 2017


                                                                     ບົດ​ເຣິ້ມ​ຕົ້ົ້ນ   (ພ​ສ​ສ. 16, 15)

        ສ່ວນ​ຂ້າ​ພະ​ເຈົ້ົ້າ ຂ້າ​ພະ​ເຈົ້ົ້າຈະ​ຊົມ​ພ​​ຣະ​ພັກ​ອັນ​ຊົງ​ຄວາມ​ຍຸ​ຕິ​ທັມ​ຂອງ​ພ​ຣ​ະ​ອົງ ແລະ​ຈະ​ມີ​ຄວາມ​ເບີກ​ບານ​ໃຈໄດ້​ເຫັນ​ສີ​ມຸງ​ຄຸນ​ ຂອງ​ພ​​ຣະ​ອົງໃນ​ເວ​ລາ​ຕື່ນ​ຂຶ້ນມາ.

ບົດ​ວິງວອນ:   --ɺ

        ໂອ​ພ​ຣະ​ເຈົ້ົ້າ ພຣ​ະ​ອົງ​ໄດ້​ສຳ​ແດງ​ຄວາມ​ສ​ວ່າງ​ແຫ່ງ​ຄວາມ​ຈິງ​ຂອງ​ພຣ​ະ​ອົງ​ໃຫ້​ພວກ​ທີ່​ຫລົງ​ທາງ ເພື່ອ​ໃຫ້​ເຂົາ​ໄດ້ຫລົບ​ມາ​ຫາ ເສັ້ນ​ທາງ​ອັນ​ທ່ຽງ​ກົງ ຂໍ​ໂຜດໃຫ້ພວກ​ທີ່ສຳ​ແດງ​ຕົວ​ວ່າເປັນ​ຄ​ຣິ​ສ​ຕັງ​ນັ້ນ ໄດ້​ປະ​ຖິ້ມ​ສິ່ງ​ທີ່​ຂັດ​ແຍ່ງ​ກັບ​ຊື່ຄ​ຣິ​ສ​ຕັງ​ນັ້ນ​ເສັຍ  ແລ້ວ​ມາ​ຖື​ຕາມ​ ສິ່ງທີ່​ເໝາະ​ສົມ​ກັບ​ຊື່​ນັ້ນເທີ້​ນ.

ບົດອ່ານ​ທີ 1  

                                  ບົດ​ອ່ານ​ຈາກ​ໜັງ​ສື​ຂອງ​ປະ​ພາ​ສົກ​ອີ​ຊາ​ຢາ (ອ​ຊຢ. 55:10-​11)

                                                                   ຝົນທຳ​ໃຫ້​ແຜ່ນ​ດິນ​ເກີດ​ຜົນ​ອຸ​ດົມ.

        ພຣະ​ອົງ​ເຈົ້າ​ກ່າວ​ດັ່ງ​ນີ້: ຝົນ​ແລະ​ນ້ຳ​ໝອກ​ກ້າມ​ຕົກ​ຈາກ​ຟ້າ​ຈະ​ບໍ່​ຕ່າວ​ຄືນ ໂດຍ​ບໍ່​ໄດ້​     ຮ​ວາຍ​ຮຳ​ແຜ່ນ​ດິນ, ໂດຍ​ບໍ່​ໄດ້​ທຳ​ ໃຫ້​ເກີດ​ຜົນ​ອຸ​   ດົ​ມ ເພື່ອ​ປະ​ທານ​ແນວ​ປູກ​ແກ່​ຜູ້​ຫວ່ານ ແລະ​ອາ​ຫານ​ອັນ​ແຊບ​ນົວ​ແນວ​ໃດ, ວາ​ຈາ​ທີ່​ອອກ​ຈາກ​ປາກ​ຂອງ​ເຮົາ​ ກໍ​ແນວ​ ນັ້ນ, ວາ​ຈາ​ນີ້​ຈະ​ບໍ່​ຕ່າວ​ຄືນ​ເມືອ​ຫາ​ເຮົາ​ຢ່າງ​ບໍ່​ເກີດ​ຜົນ ໂດຍ​ບໍ່​ໄດ້​ກະ​ທຳ​ສິ່ງ​ທີ່​ເຮົາ​ປາດ​ຖນາ ແລະ​ປະ​ຕິ​ບັດ​ໜ້າ​ທີ່​ຂອງ​ຕົນ​ໃຫ້​ສຳ​ເຣັດ. (ນີ້​ແມ່ນ​ວາ​ຈາ​ຂອງ​ພຣະ​ເປັນ​ເຈົ້າ)

ເພງ​ສັກ​ສິດ   (ພ​ສ​ສ. 64:10,11-​12,​13-​14)

ຮັບ :     ລາງ​ເມັດ​ຕົກ​ໃນ​ດິນ​ດີ ມັນ​ກໍ​ເກີດ​ຜົນ​ເປັນ​ທະ​ວີ​ຄູນ.

10        ພຣະ​ອົງ​ຊົງ​ສ​ເດັດ​ມາ​ຢ້ຽມ​ຢາມ​ແຜ່ນ​ດິນ ແລະ​ຮ​ວາຍ​ຮຳ​ໃຫ້​ມັນ​ສົດ​ຊື່ນ

ພຣະ​ອົງ​ບັນ​ດານ​ໃຫ້​ດິນ​ອຸ​ດົມ​ສົມ​ບູນ

ແມ່​ນ້ຳ​ຫ້ວຍ​ຮ່ອງ​ຂອງ​ພະ​ເຈົ້າ​ມີ​ນ້ຳ​ຢູ່ເຕັມ​ພຽບ

ພຣະ​ອົງ​ຊົງ​ຈັດ​ຫາ​ເຂົ້າ​ໄວ້ ແລະ​ຊົງ​ຈັດ​ຕຽມ​ແຜ່ນ​ດິນ​ດັ່ງ​ນີ້     (ເຊີນ​ຮັບ)

11-12  ພຣະ​ອົງ​ຊົງ​ຫົດ​ນ້ຳ​ຕາມ​ຮ່ອງ​ໄຖ ເພື່ອ​ທຳ​ໃຫ້​ກ້ອນ​ຂີ້​ໄຖ​ຮາບ​ພຽງ

ຊົງ​ທຳ​ໃຫ້​ແຜ່ນ​ດິນ​ນັ້ນ​ປຽກ​ຊຸ່ມ​ອ່ອນ​ເປັນ​ຕົມ

ແລະ​ຊົງ​ອວຍ​ພອນ​ແນວຂອງ​ປູກໃຫ້​ເກີດດອກ​ອອກ​ຜົນ

ພຣະ​ອົງ​ຊົງປະ​ທານຄວາມ​ອຸ່ນ​ໜາ​ຝາ​ຄັ່ງ​ຕລອດ​ປີ

ຫົນ​ທາງ​ທີ່​ພຣະ​ອົງ​ສະ​ເດັດ​ຜ່ານ​ໄປ​ກໍ​ມີ​ແຕ່​ຄວາມ​ອຸ​ດົມ​ສົມ​ບູນ.         (ເຊີນ​ຮັບ)

13-14  ທົ່ງ​ຫຍ້າ​ປ່າ​ປ່ຽວ​ກໍ​ສວຍ​ສົດ​ງົດ​ງາມ, ໂຄກ​ເນີນ​ຊື່ນ​ບານ​ສຳ​ຮານ​ໃຈ

ທົ່ງ​ທາມ​ກໍ​ເຕັມ​ແຕ່​ຝູງ​ແກະ, ທົ່ງ​ນາ​ກໍ​ເຕັມ​ແຕ່​ເຂົ້າ​ສຸກ​ເຮື່ອ​ຢູ່

ທຸກ​ສິ່ງ​ທຸກ​ຢ່າງ​ພາ​ກັນ​ໂຮ​ຮ້ອງ​ປະ​ສານ​ສຽງ​ດ້ວຍ​ຄວາມ​ຊື່ນ​ບານ.(ເຊີນ​ຮັບ)

ບົດອ່ານ​ທີ  

ຈົດ​ໝາຍ​ຂອງ​ນັກ​ບຸນ​ເປົາ​ໂລ​ຂຽນ​ເຖິງ​ສັດ​ຕະ​ບຸ​ລຸດ​ຊາວ​ນະ​ຄອນ​ໂຣ​ມາ (ຣມ. 8:18​-​23)

ສັ​ພ​ສິ່ງ​ທີ່​ຖືກ​ສ້າງ​ມາ ​ມີ​ຄວາມ​ປາ​ຖນາ​ອັນ​ແຮງ​ກ້າຢາກ​ເຫັນ​ບັນ​ດາ​ບຸດ​ຂອງ​ພຣະ​ເຈົ້າ ໄດ້​ຮັບ​ສີ​ມຸງ​ຄຸນ​ຮຸ່ງ​ເຮືອງ​ນັ້ນ.

          ພີ່​ນ້ອງ​ ທີ່​ຮັກ​, ຂ້າ​ພະ​ເຈົ້ົ້າຖື​ວ່າ ​ຄວາມ​ທຸກ​ທໍ​ະ​ມານ​ຕ່າງໆໃນ​ປັດ​ຈຸ​ບັນ​ນີ້ ຈະ​ປຽບ​ກັບ​ສີ​ມຸງ​ຄຸນ​ຮຸ່ງ​ເຮືອງທີ່​ຈະປາ​ກົດ​ອອກ​ມາ​ ໃນ​ຕົວພວກ​ເຮົາ​ນັ້ນບໍ່​ໄດ້. ສັພ​ສິ່ງ​ທີ່​ຖືກສ້າງ​ມາ​ ມີ​ຄວາມປາ​ຖນາ​ອັນ​ແຮງ​ກ້າ ຢາກ​ເຫັນ​ບັນ​ດາ​ບຸດ​ຂອງ​ພ​ະ​ເຈົ້ົ້າ​ໄດ້​ຮັບ​ສີ​ມຸງ​ຄຸນ​ຮຸ່ງ​ເຮືອງ​ ນັ້ນ. ຍ້ອນ​ວ່າ​ສັ​ພ​ສິ່ງ​ເຫລົ່າ​ນັ້ນຕ້ອງ​ຈຳ​ໃຈ​ຢູ່​ກ້ອງ​ອຳ​ນາດ​ແຫ່ງ​ອະ​ນິ​ຈັງ ​ບໍ່​ແມ່ນ​ຕາມ​ໃຈ​ໂຕ​ເອງ​ ແຕ່​ຕາມ​ນ້ຳ​ພຣະ​ທັຍ​ຂອງ​ ​ຣ​ະ​ອົງ​ ຜູ້​ຊົງ ​ບັນ​ ດານ​ໃຫ້​ເປັນ​ດັ່ງ​ນີ້. ແນວ​ໃດ​ກໍ​ດີ​ ສັພ​ ​ສິ່ງເຫລົ່າ​ນັ້ນກໍ​ມີ​ຫວັງ​ຢູ່​ ທີ່ຈະ​ໄດ້​ພົ້ົ້ນ​ຈາກ​ຄວາມ​ເປັນ​ຂ້ອຍ​ທາດ ແລະຈາກ​ຄວາມ​ເສື່ອມ​ ຊາມ ອັນ ​ຫລີກ​ບໍ່​ໄດ້​ນັ້ນ ເພື່ອ​ຈະ​ໄດ້​ມີ​ສ່ວນ​ໃນ​ເສ​ຮີ​ພາບ​ແລະ​ຄວາມ​ຮຸ່ງ​ເຮືອງ​ແຫ່ງ​ບັນ​ດາ​ບຸດ​ຂອງພ​ຣ​ະ​ເຈົ້ົ້າ. ພວກ ເຮົາ​ກໍ​ຮູ້​ຢູ່​ແລ້ວ​ວ່າ ຈົນ​ເຖິງ​ ສມັຍ​ນີ້ ສັ​ພ​ສິ່ງ​ທີ່​ພ​ຣ​ະ​ເຈົ້ົ້າ​ໄດ້​ສ້າງ​ມາ ຮ້ອງ​ຄາງ​ຢູ່​ດ້ວຍ​ຄວາມ​ເຈັບ​ປວດ ເໝືອນດັ່ງ​ຜູ້​ຍິງ​ທີ່​ກຳ​ລັງ​ເກີດ​ລູກ. ແລະ​ບໍ່​ແມ່ນ​ແຕ່​ສັ​ພ​ສິ່ງ​ເ ທົ່າ​ ນັ້ນ ພວກ​ເຮົາ​ເອງ​ທີ່​ໄດ້​ຮັບ​ພ​ຣ​ະ​ຄຸນ​ກົກ​ເຄົ້າ​ຂອງ​ພ​ຣ​ະ​ຈິດ​ແລ້ວ ​ກໍ​ຍັງ​ຮ້ອງ​ຄາງ​ຢູ່​ໃນ​ໃຈ ໃນ​ເວ​ລາ​ທີ່​ຄອງ​ຖ້າ​ພ​ຣ​ະ​ອົງ​ປະ​ທານ​ໃຫ້​ເຮົ​າ ເປັນ​ບຸດ​ບຸນ​ທັມ​ຂອງ​ພະ​ອົງ ແລະ​ກູ້​ໄຖ່​ເອົາ​ຮ່າງ​ກາຍ​ຂອງ​ເ​ຮົາ. (ນີ້​ແມ່ນ​ວາ​ຈາ​ຂອງ​ພ​ຣະ​ເປັນ​ເຈົ້າ)

ອັລເລລູຢາ   (ຢງ. 17,17)

        ອັ​ນ​ເລ​ລູ​ຢາ ! ອັ​ນ​ເລ​ລູ​ຢາ ! ໂອ​ພ​​ຣະ​ອົງເຈົ້າ ພະ​ວາ​ຈາ​ຂອງ​ພ​ຣະ​ອົງ​ແມ່ນ​ຄວາມ​ຈິງ ໂຜດ​ທຳ​ໃຫ້​ພວກ​ຂ້າ​ພະ​ເຈົ້າ​ເປັນ​ຜູ້​ສັກ​ສິດ​ ໃນ​ຄວາມ​ຈິງ​ນັ້ນ​ເທີ້ນ. ອັ​ນເລ​ລູ​ຢາ !

 ພ​ະ​ວໍ​​ຣະ​ສານໂດຍ​ນັກ​ບຸນ​ມັດ​ເທວ (ມ​ທ. 13:1-23)

                                                ຜູ້​ຫວ່ານ​ໄດ້​ອອກ​ໄປ​ຫວ່ານ​ເຂົ້າ.

        ໃນ​ເວ​ລາ​ນັ້ນ ພ​ະ​ເຢ​ຊູ​ເຈົ້ົ້າ​ສເດັດ​ອອກ​ຈາກ​ເຮືອນ ມາ​ປະ​ທັບ​ນັ່ງ​ທີ່ແຄມ​ທະ​ເລ. ຝູງ​ຄົນ​ເປັນ​ອັ​ນ​ມາກພາ​ກັນ​ມາ​ຫ​້ອມ​ລ​້ອມ​ ພ​​ຣະ​ອົງ. ຈົນ​   ​ຣ​ະ​ອົງ​ຈຳ​ເປັນ​ຕ້ອງ​ລົງ​ປະ​ທັບ​ນັ່ງຢູ່​ເຮືອ​ລໍ​າ​ໜຶ່ງ. ສ່ວນ​ຝູງ​ຄົນກໍ​ຈຸ້ມ​ກັນ​ຢູ່​ຕ​າມ​ເທິງ​ຝັ່ງ. ແລ​້ວ​ພ​​ຣະ​ອົງ​ກໍ​ໄດ້ກ່າວ​ແກ່​ ພວກ​ເຂົາ ​ຫລາຍ​ເຮື່ອງເປັນ​ຄວາມ​ປຽບ​ທຽບ​ວ່າ: ນ​ີ້​ແຫລະ​ຜູ້​ຫວ່ານໄດ້​ອອກ​ໄປ​ຫວ່ານ​ເຂົ້ົ້າ. ເວ​ລາ​ທີ່​ລາວ​ຫວ່ານ​ຢູ່​ນັ້ນ ເຂົ້ົ້າ​ບາງເມັດ​ ຕົກ​ລົງ​ຕາມ​ແຄມ​ທາງ ແລະ​ໝູ່​ນົກ​ກໍ​ມາ​ຕອດ​ກິນ​ໝົດ. ບາງ​ເມັດ​ຕົກ​​ຢູ່​ເທິງ​ພະ​ລານຫີນບ​່ອນ​ມີ​ດິນ​ແຕ່​ເລັກ​ນ້ອຍ  ແລະ​ມັນ​ກໍ​ງອກ​ຂຶ້ນ​ທັນ ​ທີຍ້ອນ​ດິນ​ບໍ່​ເລິກ. ແຕ່​ພໍ​ເມື່ອ​ຕາ​ເວັນ​ຂຶ້ນ​ແລ້ວ ແດດ​ກໍ​ເຜົາ​ມັນ, ແລະ​ມັນ​ກໍ​ຫ່ຽວແຫ້ງໄປ​ດ້ວຍ​ວ່າ​ຂາດ​ຮາກ. ບາງ​ເມັດຕົກລົງ​ໃນ​ພຸ່ມ​ໜາມ ແລະ​ໜາມກ​ໍ​ຂຶ້ນ​ຫງຳເຂົ້ົ້າ​ໃຫ້​ຕາຍ. ບາງ​ເມັດ​ຕົກ​ໃສ່​ດິນ​ດີ, ຈຶ່ງໃຫ້​ໝາກ​ຜົນເຖິງ​ຮ້ອຍ​ເທົ່າ, ຫົກ​ສິບ​ເທົ່າ, ສາມ​ສິບ​ເທົ່າ. ໃຜ​ມີ​ຫູ​ຟັງກໍ​ໃຫ້​ ຟັງ​ເອົາ.

            ພວກ​ສາ​ວົກ​ເຂົ້ົ້​າ​ມາ​ທູນ​ພ​​ຣະ​ເຢ​ຊູ​ເຈົ້າ​​ວ່າ: ເປັນ​ຫຍັງພ​​ຣະ​ອົງ​ຈຶ່ງ​ກ່າວ​ເປັນ​ຄ​ວາມ​ປຽບ​ທຽບ ແກ່​ພວກ​ເຂົາ?​ຣ​ະ​ເຢ​ຊູ​ເຈົ້ົ້າຕອບ ​ພວກ​ສາ​ວົກ​ວ່າ: ຍ້ອ​ນ​ວ່າ​ສໍ​າ​ຮັບ​ພວກ​ເຈົ້ົ້າ ພວກ​ເຈົ້ົ້າ​ໄດ້​ຮັບ​ພ​​ຣະ​ຄຸນໃຫ້​ຮູ້​ເຖິງ​ຂໍ້​ເລິກ​ລັບແຫ່ງ​ອາ​ນາ​ຈັກ​ສວັນ; ສ່ວນ​ພວກ​ຄົນ​ອື່ນ​ນັ້ນ ເຂົາ​ບໍ່​ໄດ້​ຮັບ​ເລີຍ. ດ້ວຍ​ວ່າ​ຜູ້​ທີ່​ມີ​ແລ້ວ​ຈະ​ໄດ້​ຮັບ​ຕື່ມ​ອີກ, ແລະ​ຈະ​ມີ​ຢ່າງ​ອຸ​ດົມ​ສົມ​ບູນ; ແຕ່​ສ່ວນ​ຜູ້​ທີ່​ບໍ່​ມີ​ນັ້ນ, ແມ່ນ​ວ່າ​ອັນ​ທີ່​ມີ​ແລ້ວ​ກໍ​ຈະ ​ຖືກ​ຖອນ​ອອກ. ດ້ວຍ​ເຫດ​ນີ້, ເຮົາ​ຈຶ່ງ​ກ່າວ​ແກ່​ພວກ​ເຂົາ​ໂດຍ​ທາງ​ຄວາມ​ປຽບ​ທຽບ; ຍ້ອນ​ວ່າ​ພວກ​ເຂົາ​ເບິ່ງ​ແຕ່​ບໍ່​ເຫັນ, ພວກ​ເຂົ​າ​ຟັງແຕ່​ ບໍ່​ໄດ້​ຍິນ​ ແລະ​ບໍ່​ເຂົ້າ​ໃຈ. ຄົນ​ພວກ​ນີ້​ຖືກ​ຕ້ອງ​ກັບ​ຄຳ​ທຳ​ນາຍ​ຂອງ​ທ່ານປະ​ພາ​ສົກ​ອີ​ຊາ​ຢາທີ່​ກ່າວ​ວ່າ: ພວກ​ເຈົ້າ​ຈະ​ຟັງ​ລ້າໆແຕ່​ ຈະ​ບໍ່​ ເຂົ້າ​ໃຈ; ພວກ​ເຈົ້າ​ຈະ​ເບິ່ງ​ລ້າໆແຕ່​ຈະ​ບໍ່​ເຫັນ​ດອກ. ຍ້ອນ​ວ່າ​ຈິດ​ໃຈ​ຂອງ​ຄົນ​ພວກ​ນີ້​ປຶກ​ໜາ​ໄປ​ແລ້ວ: ພວກ​ເຂົາ​ໄດ້​ອັດ​ຫູ​ແລະ ​ຫລັບ​ຕາ​ ໄວ້, ຢ້ານ​ວ່າ​ຕາ​ພວກ​ເຂົ​າ​ຈະ​ເຫັນ, ຫູ​ພວກ​ເຂົາ​ຈະ​ຍິນ, ຢ້ານ​ວ່າ​ຈິດ​ໃຈ​ຂອງ​ພວກ​ເຂົາ​ຈະ​ເຂົ້າ​ໃຈ, ແລະ​ພວກ​ເຂົາ​ຈະ​ໄດ້​ກັບ​ໃຈ, ທັງ​ຢ້ານ​ ວ່າ​ເຮົາ​ຈະ​ໄດ້​ປິ່ນ​ປົວ​ພວ​​ກ​ເຂົາ​ໃຫ້​ດີ​ດ້ວຍ. ສ່ວນ​ພວກ​ເຈົ້າ, ບຸນ​ລາບ​ແກ່​ຕາພວກ​ເຈົ້າ​ທີ່​ເຫັນ, ບຸນ​ລາບ​ແກ່​ຫູ​ພວກ​ເຈົ້າ​ທີ່​ຍິນ ເຮົາ​ກ່າວ​ ແກ່​ ພວກ​ເຈົ້າ​ເປັນ​ຄວາມ​ຈິງວ່າ: ປະ​ພາ​ສົກ​ແລະ​ຜູ້​ຊອບ​ທັມ​ຫລາຍ​ຄົນ​ປາ​ຖນາ​ຢາກ​ເຫັນສິ່ງ​ທີ່​ພວກ​ເຈົ້າ​ໄດ້​ເຫັນ, ແຕ່​ກໍ​ບໍ່​ໄດ້​ເຫັນ, ປາ​ຖນາ​ ຍິນ​ສິ່ງ​ທີ່​ພວກ​ເຈົ້າ​ໄດ້ຍິນ ແຕ່ກ​ໍບໍ່​ໄດ້​ຍິນ​ເລີຍ.

            ດັ່ງ​ນີ້ ພວກ​ເຈົ້ົ້າຈົ່ງ​ຟັງ​ຄວາມ​ປຽບ​ທຽບ​ເຮື່ອງ​ຜູ້​ຫວ່ານ​ເຂົ້ົ້າ: ຜູ້​ໃດ​ຟັງ​ໂອ​ວາດ​ເຮື່ອງ​ອາ​ນາ​ຈັກ​ສວັນໂດຍ​ບໍ່​ເຂົ້ົ້າ​ໃຈ, ມານ​ຮ້າຍ​ ກໍ ມາ​ຫລົກ​ຖອນ​ເອົາ​ອັ​ນ​ທີ່​ຫວ່ານ​ລົງ​ໃນ​ໃຈ​ເຂົາ​ນັ້ນ: ນີ້​ແມ່ນ​ຜູ້​ທີ່​ຮັບ​ເອົາ​ເມັດ​ເຂົ້ົ້າທີ່​ຕົກ​ລົງ​ຕາມ​ແຄມ​ທາງ. ເມັດ​ທີ່​ຕົກ​ລົງຕາມ​ພະ​ລານຫີນ ຄື​ຜູ້​ໄດ້​ຟັງພ​ະ​ວາ​ຈາ ແລ້ວ​ກໍ​ຮັບ​ໄວ້​ທັນ​ທີດ້ວຍ​ຄວາມ​ຍິນ​ດີ. ແຕ່​ຍ້ອນ​ຕົວ​ເອງ​ບໍ່​ມີ​ຮາກ ຈຶ່ງບໍ່​ຖາ​ວອນ​ໄດ້: ພໍ​ແຕ່​ຖືກ​ຄວາມ​ລຳ​ບາກ ຫລື​ການ​ບຽດ​ບຽນ​ຍ້ອນ​ພ​​ຣະວາ​ຈາ​ນັ້ນ ເຂົາ​ກໍ​ພ​ະລາດ​ລົ້ມ​ທ​ັນ​ທີ. ເມັດ​ທີ່​ຕົກ​ໃນ​ພຸ່ມ​ໜາມ ຄື​ຜູ້​ທີ່​ໄດ້​ຟັງ​ພ​ຣ​ະ​ວາ​ຈາ, ແຕ່​ຄວາມ​ກັງ​ວົນ ​ຝ່າຍ ​ໂລກແລະ​ຄວາມ​ຜູກ​ພັນ​ກັບ​ຊັບ​ສົມ​ບັດມາ​ຫງຳ.  ພ​​ຣະ​ວາ​ຈານັ້ນ​ຈຶ່ງ​ເກີດ​ຜົນ​ບໍ່​ໄດ້. ເມັດ​ທີ່​ຕົກ​ໃສ່​ດິນດີ ຄື​ຜູ້​ທີ່​ໄດ້​ຟັງ​ພ​ຣ​ະວາ​ຈາ ​ແລະ​ເຂົ້ົ້າ​ໃຈ, ຈຶ່ງ​ເກີດ​ໝາກ​ຜົ​ນເຖິງ​ຮ້ອຍ​ເທົ່າ, ຫົກ​ສິບ​ເທົ່າ, ສາມ​ສິບ​ ເທົ່​າ. (ນີ້​ແມ່ນ​ວາ​ຈາ​ຂອງ​ພະ​ຄ​ຣິ​ສ​ໂຕ​ເຈົ້າ)

ບົດ​ວິງວອນ​ຖວ​າຍ​ບັນ​ນາ​ການ

        ໂອ​ພ​ຮະ​ອົງ​ເຈົ້ົ້າ ໂຜດ​ທອດ​ພ​ຮະ​ເນດເຄື່ອງ​ບັນ​ນາ​ການ​ຂອງ​ພຮ​ະຄ​ຣິ​ສ​ຕະ​ຈັກ​ຜູ້​ກໍາ​ລັງໄຫວ້ ວອນ​ພຮ​ະ​ອົງ​ຢູ່​ນີ້. ໂຜດ​ປະ​ທານ​ ໃຫ້​ພວກ​ທີ່​ເຊື່ອ​ພ​ຮະ​ອົງ ໄດ້​ຮັບ​ພຮະ​ຄຸນບັນ​ດານ​ຄວາມ​ສັກ​ສິດທະ​ວີ​ຂຶ້ນເທີ້ນ.

ບົດ​ເພງ​ຮັບ​ສິນ   (ພ​ສ​ສ. 83:4-​5)

1.​​ ນົກ​ຈອກ​ຍັງ​ມີ​ທີ່​ອາ​ໄສ ນົກ​ເຂົາ​ຍັງ​ມີ​ຮັງ​ໃຫ້​ລູກ​ຢູ່. ສ່ວນ​ຂ້າ​ພະ​ເຈົ້ົ້າ​ເພິ່ງ​ອາ​ສັຍ​ພ​​ຣະ​ແທ່ນ​ ຂ​ອງ​ພ​ຣ​ະ​ອົງ ໂອ​ພ​ຣະ​ເຈົ້ົ້າ​ແຫ່ງ​ໂລກ​ພິ​ພົບ ພ​​ຣະ​ເຈົ້ົ້າ​ແລະ​ກະ​ສັດ​ຂອງ​ຂ້າ​ພະ​ເຈົ້ົ້າ. ບ​ຸນ​ມະ​ຫາລາບ​ແກ່​ພວກ​ທີ່​ອາສັຍ​ຢູ່ໃນ​ເຮືອນ​ຂອງ​ພ​ຣ​ະ​ອົງ ເຂົາ​ຈະ​ຮ້ອງ​ສັນ​​ຣະ​ເສີນ​ ​ຣ​ະ​ອົງ ຕ​ລອດ​ນິ​​ຣັນ​ດອນ. ລື (ຢງ. 6:57)

2. ພ​​ຣະ​ອົງ​ກ່າວ​ວ່າ: ​​ໃຜ​ກິນ​ເນື້ອ​ຂອງ​ເຮົາ​ແລະ​ດື່ມ​ໂລ​ຫິດ​ຂອງ​ເຮົາ ຜູ້​ນັ້​ນຢູ່​ໃນ​ເຮົາ ​ແລ​ະ​ເຮົາ​ກໍ​ສະ​ຖິດ​ຢູ່ໃນ​ຜູ້​ນັ້​ນດ້ວຍ.

ບົດ​ວິງວອນ​ຫລັງ​ຮັບ​ສິນ: ພວກ​ເຮົາຈົ່ງ​ອ​້ອນວອນ

        ໂອ​ພ​ະ​ອົງ​ເຈົ້ົ້າ  ພວກ​ຂ້າ​ພະເຈົ້າໄດ້​ຮັບ​ສິນ​ສັກ​ສິດ​ນີ້ແລ້ວ ແລະ​ທຸກ​ເທື່ອ​ທີ່​ພວກ​ຂ້າ​ພະ​ເຈົ້ົ້າສເລີມສລອງ​ຂໍ້​ເລິກ​ລັບ​ນີ້ ໂຜດ   ໃຫ ້​ພ​ຣ​ະ​ຄຸນ​ທີ່​ຈະຊ່ວຍ​ພວກ​ຂ້າ​ພະ​ເຈົ້າໃຫ້​ຮອດ​ນີ້ ທະ​ວີ​ຂ​ຶ້ນໃນ​ຕົວ​ພວກ​ຂ້າ​ພະ​ເຈົ້ົ້າເທີ້ນ.


ວັນ​ອາ​ທິດ ທີ 14 ຕ​ລອດ​ປີ 1

ກົງກັບວັນທີ 8 ກໍຣະກົດ 2017


ບົດ​ເຮິ້ມ​ຕົ້ົ້ນ    (--.  47:10 -11)

        ໂອ​ພຣ​ະ​​ເຈົ້ົ້າ ພວກ​ຂ້າ​ພະ​ເຈົ້ົ້າຮຳ​ເພິງ​ເຖິງ​ພຣ​ະ​ເມດ​ຕາ​ຂອງ​ພຮ​ະ​ອົງຢູ່​ໃນ​ພ​ຣະ​ວິ​ຫານ: ໂອ​ພ​ຣະ​ເຈົ້ົ້າການຍ້ອງຍໍ​ສໍຣະ​ເສີນ​ ພຣ​ະ​ອົງ ກໍ​ແຜ່​ໄປ​ຈົນ​ເຖິງ​ສຸດ​ໂລກ ດ​ັ່ງ​ດຽວ​ກັບ​ພຣະ​ນາມ​ຂອງ​ພຮ​ະ​ອົງ  ຍ້ອນ​ວ່າພ​ຣະ​ຫັດ​ຂອງ​ພ​ຣະ​ອົງເຕັມ​ແຕ່​ຄວາມຍຸ​ຕິ​ທັມ.

ບົດ​ວິງວອນ: ---ɺ

            ໂອ​ພ​ຣະ​ເຈົ້ົ້າ ຍ້ອນ​ພຣ​ະ​ບຸດໄດ້​ຊົງ​ຖ່ອມ​ຕົວ​ລົງ ພຣ​ະ​ອົງ​ຈຶ່ງ​ໄດ້​ຍໍ​ໂລກທີ່​ລົ້ົ້ມ​ແລ້ວໃຫ້​ລຸກ​ຂຶ້ນ​ເສັຽ​ໃໝ່ ຂໍ​ໂຜ​ດ​ໃຫ້​ພວກ​ສັດ​ຕະ ​ບ​ຸ​ຣຸດ​ຂອງ​ພຣ​ະ​ອົງ​ໄດ້​ມີ​ຄວາມ​ຊື່ນ​ຊົມ​ຍິນ​ດີ​ສເມີ ດ້ວຍບັນ​ດານ​ໃຫ້ພວກ​ທີ່​ພ​ຣະ​ອົງໄດ້​ຊ່ວຍ​ໃຫ້​ພົ້ົ້ນ​ຈາກ​ເປັນ​ຂ້ອຍ​ທາດຂອງ​ບາບ​ນັ້ນ ໄດ້​ຮັບ​ຄວາມ​ສຸກ​ນິ​ຣັນດອນ​ເທີ້ນ.

ບົດອ່ານ​ທີ 1   (-. 9:9-10)

---! ------------- -------Ⱥ-.  

ບົດ​ອ່ານ​ຈາກ​ໜັງ​ສື​ຂອງ​ປະ​ພາ​ສົກ​ຊາ​ກາ​ຣີ

   ບຸດ​ສາວ​ແຫ່ງ​ຊີ​ອອນ​ເອີຍ ! ຈົ່ງ​ມ່ວນ​ຊື່ນ​ຢ່າງ​ສຸດ​ຂີດ​ເຖີດ. ບຸດ​ສາວ​ແຫ່ງ​ເຢ​ຣູ​ຊາ​ແລມ​ເອີຍ ! ຈົ່ງ​ໂຮ​ຮ້ອງ​ຍິນ​ດີ​ເຖ​ີດ ! ເຫັນ​ບ​ໍ ! ພຣະ​ມະ​ ຫາ​ກະ​ສັດ​ຂອງ​ເຈົ້າ​ກຳ​ລັງ​ສ​ເດັດ​ມາ​ຫາ​ເຈົ້າ. ພຣະ​ອົງ​ຊົງ​ເປັນ​ຜູ້​ຊອບ​ທັມ, ຊົງ​ເປັນ​ຜູ້​ມີ​ໄຊ, ຊົງ​​ເປັນ​ຜູ້​ສຸ​ພາບ​ອ່ອນ​ຫວານ ແລະ​ຊົງ​ປະ​ທັບ​ ຢູ່​ເທິງ​ຫລັງ​ລາ​ນ້ອຍ​ຕົວ​ໜຶ່ງ ຊຶ່ງ​ເປັນ​ລູກ​ຂອງ​ແມ່​ມັນ.

ພຣະ​ອົງ​ຈະ​ຊົງ​ທຳ​ລາຍ​ລົດ​ຮົບ​ຂອງ​ພວກ​ເອ​ຟ​ຣາ​ອິມ ແລະ​ມ້າ​ເສິກ​ຂອງ​ຊາວ​ເຢ​ຣູ​ຊາ​ແລມ. ພຣະ​ອົງ​ຈະ​ຫັກ​ໜ້າ​ທະ​ນູ​ເສິກ​ຖິ້ມ ແລະ​ຈະ ​ປະ​ ກາດ​ສັນ​ຕິ​ສຸກ​ແກ່​ນາ​ນາ​ຊາດ. ອາ​ນາ​ຈັກ​ຂອງ​ພຣະ​ອົງ​ຈະ​ກວ້າງ​ໃຫຍ່​ໄພ​ສານ​ອອກ​ໄປ ຈາກ​ທະ​ເລ​ນີ້​ໄປ​ເຖິງ​ທະ​ເລ​ພຸ້ນ ແລະ​ຈາກ​ ແມ່​ນ້ຳ​ເອີ​ຟ​ຣັດ​ໄປ​ຈົນ​ສຸດ​ແຜ່ນ​ດິນ​ໂລກ. (ນີ້​ແມ່ນ​ວາ​ຈາ​ຂອງ​ພຣະ​ເປັນ​ເຈົ້າ)

ເພງ​ສັກ​ສິດ (ພ​ສ​ສ. 144, 1-2, 8-9, 10-11,13ຄງ-14)

ຮັບ :     ໂອ​ພຣະ​ອົງ​ເຈົ້າ ຈອມ​ກະ​ສັດ​ຂອງ​ຂ້າ​ພະ​ເຈົ້າ ຂໍ​ຖວາຍ​ພອນ​ແດ່​ພຣະ​ນາມ​ຂອງ​ພຣະ​ອົງ​ຕລອດ​ໄປ.

1-2      ໂອ​ພຣະ​ອົງ​ເຈົ້າ ຈອມ​ກະ​ສັດ​ຂອງ​ຂ້າ​ພະ​ເຈົ້າ

ຂ້າ​ພະ​ເຈົ້າ​ຂໍ​ຍ້ອງ​ຍໍ​ສໍ​ຣະ​ເສີນ​ພຣະ​ອົງ

ຂໍ​ຖວາຍ​ພອນ​ແດ່​ພຣະ​ນາມ​ຂອງ​ພຣະ​ອົງ​ຕລອດ​ໄປ.

ໂອ​ພຣະ​ອົງ​ເຈົ້າ ຂ້າ​ພະ​ເຈົ້າ​ຂໍ​ຖວາຍ​ພອນ​ແດ່​ພຣະ​ອົງ​ທຸກໆ​ວັນ

ຂ​ໍ​ຍ້ອງ​ຍໍ​ສໍ​ຣະ​ເສີນ​ພຣະ​ນາມ​ຂອງ​ພຣະ​ອົງ​ຕລອດ​ໄປ.         (ເຊີນ​ຮັບ)

8-9      ພຣະ​ອົງ​ເປັນ​ຄວາມ​ອ່ອນ​ຫວານ​ແລະ​ຄວາມ​ເມດ​ຕາ​ກະຣຸ​ນາ

ພຣະ​ອົງ​ບໍ່​ຊົງ​ໂກດ​ງ່າຍ ແຕ່​ເຕັມ​ພຽບ​ດ້ວຍ​ຄວາມ​ຮັກ.

ພຣະ​ອົງ​ເຈົ້າ​ຊົງ​ພຣະ​ທັຍ​ດີ​ຕໍ່​ມະ​ນຸດ​ທຸກ​ຄົນ

ຊົງ​ກະ​ທຳ​ທຸກ​ສິ່ງ​ດ້ວຍ​ຄວາມ​ອ່ອນ​ຫວານ. (ເຊີນ​ຮັບ)

10-11 ໂອ​ພຣະ​ອົງ​ເຈົ້າ ຂໍ​ໃຫ້​ທຸກ​ສິ່ງ​ທີ່​ພຣະ​ອົງ​ຊົງ​ສ້າງ​ມາ ຈົ່ງ​ສົມ​ມະ​ນາ​ຄຸນ​ພຣະ​ອົງ

ຂໍ​ໃຫ້​ພວກ​ທີ່​ຮັກ​ພຣະ​ອົງ ຈົ່ງ​ຍ້ອງ​ຍໍ​ສໍ​ຣະ​ເສີນ​ພຣະ​ອົງ

ໃຫ້​ເຂົາ​ປ່າວ​ປະ​ກາດ​ວ່າ ພຣະ​ອົງ​ສເວີຍຣາດ​ຢ່າງ​ຮຸ່ງ​ເຮືອງ

ແລະ​ເລົ່າ​ລື​ກິດ​ຈະ​ການ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ. (ເຊີນ​ຣັບ)

13ຂຄ   ພຣະ​ອົງ​ເຈົ້າ​ຊົງ​ກ່າວ​ແຕ່​ຄວາມ​ຈິງ

ພຣະ​ອົງ​ຊົງ​ກະ​ທຳ​ທຸກ​ສິ່ງ​ດ້ວຍ​ຄວາມ​ຮັກ

ພຣະ​ອົງ​ເຈົ້າ​ຊົງ​ຊວ້ານ​ຊູ​ທຸກ​ຄົນ​ທີ່​ກຳ​ລັງ​ຈະ​ລົ້ມ

ແລະ​ຊົງ​ຊ່ວຍ​ຄົນ​ຫລັງ​ກ່ອມ​ທັງ​ຫລາຍ​ໃຫ້​ຢືນ​ກົງ. (ເຊີນ​ຮັບ)

 ບົດອ່ານ​ທີ 2   (. 8:9-11.13)

ຖ້າພວກ​ພີ່​ນ້ອງ​ຈຳ​ກັດ​ວຽກ​ການ​ຝ່າຍ​ເນື້ອ​ໜັງ​ນັ້ນ​ໃຫ້​ພິ​ນາດ​ໄປ​ດ້ວຍ​ເດ​ຊະ​ພະ​ຈິດ​ແລ້ວ ພວກ​ພີ່​ນ້ອງ​ກໍ​ຈະ​ມີ​ຊີ​ວິດ.

ຈົດ​ໝາຍ​ຂອງ​ນັກ​ບຸນ​ເປົາ​ໂລ​ຂຽນ​ເຖິງ​ສັດ​ຕະ​ບຸ​ລຸດ​ຊາວ​ນະ​ຄອນ​ໂຣ​ມາ

               ພີ່​ນ້ອງ​ທີ່​ຮັກ​, ຖ້າ​ຫາກວ່າ​ພ​ຣ​ະ​ຈິດ​ຂອງ​ພ​ຣະ​ເຈົ້ົ້າສະ​ຖິດ​ຢູ່​ນໍ​າ​ພວກ​ພີ່​ນ້ອງ​ຈິງ​ແທ້, ພວກ​ພີ່​ນ້ອງ​ກໍ​ບໍ່​ຢູ່​ກ້ອງ​ອຳ​ນາດ​ ຂອງ​ເນື້ອ​ ໜັງ​ ແຕ່​ຢູ່​ກ້ອ​ງ​ອຳ​ນາດ​ຂອງ​ຈິດ, ຖ້າ​ຜູ້​ໃດ​ບໍ່​ມີ​ພ​ະ​ຈິດ​ຂອງ​ພະ​ຄ​ຣິ​ສ​ໂຕ​ຢູ່​ນຳ, ຜູ້​ນັ້ນ​ກໍ​ບໍ່​ແມ່ນ​ຂອງ​ພ​ະ​ຄ​ຣິ​ສ​ໂຕ. ຖ​້າ​ພະ​ຄ​ຣິ​ສ​ໂຕ​ເຈົ້ົ້າ​ ສະ​ ຖິດ​ ກັບ​ພວກ​ພີ່​ນ້ອງ​ແທ້, ແມ່ນ​ວ່າ​ກາຍ​ຂອງ​ພວກ​ພີ່​ນ້ອງ​ຕ້ອງ​ຕາຍ​ຍ້ອນ​ບາບ​ກໍ​ຕາ​ມ, ແຕ່​ຈິດ​ວິນ​ຍານ​ຂອງ​ພວກ​ພີ່​ນ້ອງ​ກໍ​ຍັງ​ມີ​ຊີ​ວິດຢູ່​ ຍ້ອນ​ ຄວາມ​ຊອບ​ທັມ. ຖ້າ​ພ​ຣ​ະ​ຈິດ​ຂອງ​ພ​ຣ​ະ​ອົງ ​ຜູ້​ຊົງ​ບັນ​ດານ​ໃຫ້​ພ​ະ​ເຢ​ຊູ​ກັບ​ຄືນ​ຊີບ​ຈາກ​ພວກ​ຜູ້​ຕາຍ​ນັ້ນ ສະ​ຖິດ​ຢູ່​ນຳ​ຕົວ​ພວກ​ ພີ່​ນ້ອງ​ ແລ້ວ, ​ະ​ອົງ​ຜູ້​ຊົງ​ບັນ​ດານ​ໃຫ້​ພ​ຣ​ະ​ເຢ​ຊູ​ເຈົ້າກັບ​ຄືນ​ຊີບ​ຈາກ​ພວກ​ຜູ້​ຕາຍ​ ກໍ​ຈະ​ຊົງ​ບັນ​ດານ​ໃຫ້​ຮ່າງ​ກາຍ​ອັນ​ຕາຍ​ເປັນ​ຂອງ​ ພວກ​ພີ່​ ນ້ອງ​ ກັບ​ຄືນ ​ຊີບ​ໃໝ່​ ເດ​ຊະ​ພ​​ຣະ​ຈິດ​ຂອງ​ພ​ະອົງ ຜູ້​ສະ​ຖິດ​ຢູ່​ໃນ​ພວກ​ພີ່​ນ້ອງ​ນັ້ນ​ແລ. ຍ້ອນ​ວ່າ​ ຖ້າ​ພວກ​ພີ່​ນ້ອງ​ດຳ​ເນີນ​ຊີ​ວິດ​ ຕາມ​ ເນື້ອ​ ໜັງ, ພວກ​ພີ່​ ນ້ອງ​ກໍ​ຈະຕ້ອງ​ຕາຍ. ​ແຕ່​ຖ້າ​ພວກ​ພີ່​ນ້ອງ​ກຳ​ຈັດ​ວຽກ​ການ​ຝ່າຍ​ເນື້ອ​ໜັງ​ນັ້ນໃຫ້​ພິ​ນາດ​ໄປ​ດ້ວຍ​ເດ​ຊະ ​ພ​​ຣະ​ຈິດ​ ແລ້ວ, ພວກ​ ພີ່​ ນ້ອງ​ກໍ​ ຈະ​ ມີ​ຊີ​ວິດ.   (ນີ້​ແມ່ນ​ວາ​ຈາ​ຂອງ​ພະ​ເປັນ​ເຈົ້າ)

ອັລເລລູຢາ   (ມ​ທ. 11, 25)

          ອັ​ນ​ເລ​ລູ​ຢາ ! ອັ​ນ​ເລ​ລູ​ຢາ ! ໂອ​ພຣ​ະ​ເຈົ້າພຣ​ະ​ບິ​ດາ​ຂອງ​ພວກ​ຂ້າ​ພະ​ເຈົ້າ ພ​ຣະ​ອົງ​ເຈົ້າ​ແຫ່ງ​ຈັກ​ກະ​ວານ. ຂໍ​ຖວາຍ​ພອນ​ແດ່​ ພຣ​ະ​ອົງ ຍ້ອນ​ພຣ​ະ​ອົງ​ໄດ້​ໄຂ​ສຳ​ແດງ​ຂໍ້​ເລິກ​ລັບແຫ່ງ​ອາ​ນາ​ຈັກ​ແກ່​ພວກ​ຕ່ຳຕ້ອຍ​ດ້ອຍ​ປັນ​ຍາ. ອັ​ນ​ເລ​ລູ​ຢາ !

ພ​ຣະ​ວໍ​ຣະ​ສານໂດຍ​ນັກ​ບຸນ​ມັດ​ເທວ (-. 11:25-30)

-                                                                           ເຮົາ​ມີ​ໃຈ​ອ່ອນ​ຫວານ​ແລະ​ສຸ​ພາບ.

     ໃນ​ເວ​ລາ​ນັ້ນ ພຣ​ະ​ເຢ​ຊູ​ເຈົ້ົ້າ​ຊົງ​ກ່າວ​ວ່າ: ໂອ​ພຣ​ະ​ບິ​ດາເຈົ້ົ້​າສວັນ​ແລະ​ແຜ່ນ​ດິນ ! ລູກ​ຂໍ​ສັນຣະ​ເສີ​ນ​ພ​ຣະ​ອົງ  ດ້ວຍ ໄດ້ຊົງ​ປິດ​ບັງ ສິ່ງ​ເຫລົ່າ​ນີ້ແກ່​ບັນ​ດາ​ຜູ້​ສ​ລາດ​ຫລັກ​ແຫລມ ແລະ​ໄດ້ ຊົງ​ໄຂ​ສຳ​ແດງແກ່​ບັນ​ດາ​ຜູ້​ຕຳ່​ຕ້ອຍດ້ອຍ​ປັນ​ຍາ. ແມ່ນ​ແລ້ວ ! ໂອ​ພຣ​ະ​ບິ​ດາ​ເຈົ້ົ້າ ພ​ຣະ​ອົງ​ຊົງ​ພໍ​ພຣ​ະ​ທັຍ​ດັ່ງ​ນີ້. ພຣ​ະ​ບິ​ດາ​ໄດ້ຊົງ​ມອບທຸກ​ສິ່ງໃຫ້​ແກ່​ລ​ູກ ແລະ​ບໍ່​ມີ​ໃຜຮູ້​ພ​ຣະ​ບຸດ ເວັ້ນ​ແຕ່ພຣ​ະ​ບິ​ດາ, ດັ່ງ​ດຽວ​ກັນ ບໍ່​ມີ​ໃຜ​ຮູ້​ ພຣ​ະ​ບິ​ດາເວັ້ນ​ແຕ່​ພຣ​ະ​ບຸດ ແລະ​ຜູ້​ພ​ຣະ​ບຸດຊົງ​ພໍ​ພຣ​ະ​ທັຍໄຂ​ສຳ​ແດງ​ໃຫ້​ຮູ້ເທົ່າ ນັ້ນ.

       ພວກ​ເຈົ້ົ້າທັງ​ຫລ​າຍ​ຜູ້ທົນ​ທຸກແລະ​ແບກ​ໜັກ, ຈົ່ງ​ມາ​ຫາເຮົາ​ເຖີດ, ແລະ​ເຮົາ​ຈະ​ທຸ​ເລົາ​ເບົາ​ໃຈພວກ​ເຈົ້ົ້າ. ຈົ່ງ​ຮັບ​ແບກ​ເອົາແອກ ​ຂອງ​ເຮົາແລະ​ກາຍ​ເປັນ​ລູກ​ສິດ​ເຮົາ ຍ້ອນ​ວ່າເຮົາ​ມີໃຈ​ອ​່ອນ​ຫວານແລະ​ສຸ​ພາບ, ແລະ​ພວກ​ເຈົ້າ​ຈະ​ໄດ້​ຮັບຄວາມ​ທຸ​ເລົາ​ບັນ​ເທົາໃຈ. ແມ່ນ​ແລ້ວ ແອກ​ຂອງ​ເຮົາ​ແບກໄດ້​ງ່າຍ  ແລະ​ຂອງ​ທີ່​ຕ້ອງ​ແບກ​ນັ້ນກໍ​ເບົາ​ດ້ວຍ. (ນີ້​ແມ່ນ​ວາ​ຈາ​ຂອງ​ພຣະ​ຄ​ຣິ​ສ​ໂຕ​ເຈົ້າ)

ບົດ​ວິງວອນ​ຖວາຍ​ບັນ​ນາ​ການ

        ໂອ​ພຣ​ະ​​ເຈົ້ົ້າ ຂໍ​ໃຫ້ເຄື່ອງບູ​ຊາທີ່​ພວກ​ຂ້າ​ພະ​ເຈົ້ົ້ານ້ອມ​ຖວາຍເປັນ​ກຽດໃຫ້ພຣ​ະ​ນາມ​ຂອງ​ພ​ຣະ​ອົງ​ນີ້ ຊຳ​ຣະ​ພວກ​ຂ້າ​ພະ​ເຈົ້າ ໃຫ້​ບໍ​ຣິ​ສຸດ ແລະ​ຊ່ວຍ​ພວກ​ຂ້າ​ພະ​ເຈົ້ົ້າດຳ​ເນີນ​ຊີ​ວິດຢ່າງ​ຊາວ​ສວັນ​ທະ​ວ​ີ​ຂຶ້ນ​ທຸກວັນເທີ້ນ.

ບົດ​ເພງ​ຮັບ​ສິນ  (ພ​ສ​ສ. 33:9)

1. ຈົ່ງ​ລອງ​ຊິມແລະ​ພິ​ຈາ​ລະ​ນາ​ເບິ່ງວ່າ ພຣ​ະ​ອົງ​ເຈົ້ົ້າຊົງ​ພ​ຣະ​ທັຍອ່ອນ​ຫວານສັກ​ພຽງ​ໃດ  ບຸນ​ມະ​ຫາ​ລາບ​ແກ່​ຜູ້​ທີ່​ໄວ້​ໃຈ​ນຳ​ພຣ​ະ​ອົງ. ຫລື     (ມ​ທ. 11:28)  2.​ ພ​ຣະ​ອົງ​ເຈົ້ົ້າ​ກ່າວ​ວ່າ: "ທ່ານ​ທຸກ​ຄົນ​ທີ່​ຕ້ອງ​ລຳ​ບາກ​ແລະ​ແບກ​ຫາມ​ໜັກ ຈົ່ງ​ມາ​ຫາ​ເຮົາ  ເຮົາ​ຈະ​ໃຫ້​ພວກ​ທ່ານ​ ໄດ້​ຮັບ​ການ​ພັກ​ຜ່ອນ.

ບົດ​ວິງວອນ​ຫລັງ​ຮັບ​ສິນ: ພວ​ກ​ເຮົາ​ຈົ່ງ​ອ້ອນວອນ

        ໂອ​ພຣ​ະ​ອົງເຈົ້ົ້າ ​ພວກ​ຂ້າ​ພະ​ເຈົ້ົ້າໄດ້​ຮັບ​ພຣ​ະ​ຄຸ​ນອັນ​ຍິ່ງ​ໃຫຍ່ນີ້ຢ່າງ​ເຕັມ​ພຽບ​ແລ້ວ ຂໍ​ໂຜດ​ໃຫ້ພ​ຣະ​ຄຸນ​ນັ້​ນ​ເກີດ​ຜົນ​ ບັນ​ດານ ຄວາມ​ຮອດໃຫ້​ພວກ​ຂ້າ​ພະ​ເຈົ້ົ້າ ເພື່ອ​ຈະ​ໄດ້​ຍ້ອງ​ຍໍ​ສໍ​ຣະເສີນ  ພຣະ​ອົງຢູ່​ສເມີເທີ້ນ.


 

  -- - 10 --캩- 1

            -솴-흭   (--. 26, 1-2)

--흾ȭ--Ⱦ -----ɾ--흾 ɾ-----ɾ---é--? --- ȭ--ɺ--򩢺-ɾ--흾 ð---ɾ--흾ĩ?- --- -----ɾ--흾- ɺ-Ⱥ--- ---ɸ.

           -򤸺                    

---ɺ º--- ---ȭ---󩣸---Ⱦ ----򤸺 -ɾ--흾 -Ⱦ- -Ħ-----å -ɾ---ĩ----ȼ-- -------- ɸ-Ħ--- ---ꚭ.

             -Ⱦ- 1  (-. 6:3-6)---ξ-- -ȭ---ξ---.  

-Ⱦ---- ----º-

-- ------- -ù------- ---------ȭ ----. ----------- -Ⱦ-, ---í---î-Ĵ-- ---ɾ-. ------Ⱦ: ----, -ɺ---ù--? - -ɺ---ù--? º-, -----Ⱦ- ----, Ⱦ---Ϻ---ɤ-į-ĸ-. -, --ĩ-ù-------- -쾨------ù---ɾ-. -ĩ-ɾ-- -ɸ-----º--. ɺ-Ⱦ ----ξ-- ---ξ---, --ξ- -ù------- -ȭ---ξ---.

(-ȭ--------)

             - (... 49:1.8,12-13,14-15)

: --Ģ---ù------Ⱦ--  ĩ-------.

            -----흾, ------쾨 -Ⱦ---ɺ----

-򩪾- ----Ⱦ

---- -ȭ-ɺ----Ⱦ- ---

------- ---------.   (-)

            ɾ---, ------

ɺ-Ⱦ- --------í-- ----

--- -į---꾭------?  (-)

            ----- -----------,

---------- ù---į. ---- -ɺ--

-ȸ-ù- -----.    (-).

            -Ⱦ- 2        (. 4:18-25)

---Ⱦ-- -Ϙ--- -Ⱦ-ĩ-------.  

-Ͼ------ ----- -----

-ɺ--, ȭ-Ⱦ- --ɸ-𪾴, ------ -Ⱦ-ĩ-,- - Ⱦ--ĩ--- ------, -----흾-ĩ-Ⱦ--Ⱦ-Ⱦ: --- ---. ȭ-Ⱦ ------Ⱦ---ɺ -----Ⱦ----ɸ, --꺭------- --Ⱦ- -ɸ---, -- ---Ⱦ- --ĩ--ɺ----Ⱦ-é. Ⱦ----æ -í------흾-, -Ⱦ-ĩ------- --ɺ-------. ©--å-Ⱦ--ɾ-Ⱦ -흾----ùɦ-- --ĩ---ĸ- -----į. ɺ----Ⱦ-- -- 흾----Ⱦ- ---. -----Ⱦ: --Ⱦ -Ⱦ----꿔 ȭ---Ⱦ--. --------ɸ, ------Ⱦ -------- ɺ---- í-------ª -흾---쾨 -ĩ--------. -ĩ--ɺ---- --ĩ--- -ȸ---ù----.         

(-ȭ------)

       Ⱥ----   (. 1:14,12)

---- ! ---- ! ----- ĩ---- -ĩ-------쾨. ȸ-----ɺ---- -----꾭--ù------. ---- !

            ---    (-. 9:9-13)

--ĩ------ -----.

---- ©----

í--, -------ɸ, -----Ⱦ-Ⱦ--į, ----ĩ----· ---- 쾸---Ⱦ--. ---Ⱦ--쾸-Ⱦ: ----. 쾸-- --򩪾----į.  - ------ȸ-ª -----, ----ȸ ---쾨- 흾--ȸ-ª---- ---. ---- -----Ⱦ: - --- --꾭-- ȸ-----ȸ --? -----흾-ĩ-򭣸---, -----Ⱦ: ---- -ɺ---, -Ⱦ ȭ----ȸ -ɺ--. -- -- -흾-å---Ͼ ---Ⱦ: -----, ȭ---. -ɸ --ĩ-------, -Ⱦ-----.       (-ȭ---------ª-)

             -򤸺---- 

º---흾 °-----꺩--- --ɾ--흾 -ù---- ꆲ-ɾ-ɺ--- ------ ---- - ---ɾ--흾ɸ.  

      ---     (--. 17:3)

1.--      ----ɺ--ɭ-ξ -Ⱥ----ɾ-- -----Ⱥ --ȸ- -----ɾ--흾.

2.      ----흾--- -é-í---í--흾 콲- --í--ɸ.    (1 . 4:16)  

            -----                          

--ɺ  º- °--ɾ--흾 ù-----쿺--Ⱦ ---ɾ-- į---꾤----ɸ.

v v v v v v v v v v v v v v v

 


   ວັນຈັນ​ອາ​ທິດທີ 7 ກຳ​ນົດປາ​ສ​ກາ​ ປີ ທີ່ 1 (A)

ກົງກັບວັນ ທີ່ 29 ຜືດ 2017


ວັນຈັນອາທິດທີ່ 7 ກຳນົດປາສກາ

  -솴-.   (-.1 : 8)

---ĩ------ ------ -----í--. ɸ--, ------ù-- ----. ----.

 -򤸺.

---ɺ,º----, -ɾ------- °-ù---- - ------ɾ--, -ȸ--ɾ-- --ɤ-ղ------ ----- -ù-- -캩--- ---ɾ---ꚭ.

 .  (-. 1-9 : 1-8)

--Ⱦ-ĩ----, -Ⱦ-ĩ------ɸ--?

-Ⱦ-----------꿴-

---¯-----¡--, --ĩ--꾤-Ⱦ---, ɸ-------§. --Ⱦ-ĩ-------. Ⱦ-----Ⱦ: --Ⱦ-ĩ----, -Ⱦ-ĩ------ɸ--? --ĩ--Ⱦ-Ⱦ ---ĩ--Ⱦ--Ⱦ-----. Ⱦ----Ⱦ: - -ȭ--Ⱦ-ĩ---ɾ--é? ---Ⱦ: ȭ--ɾ-. ---Ⱦ-Ⱦ: -ĩ-°--ɾ- Ȥ-----å, © -ù--- -------------. ----Ⱦ---ɸ, ---ĩ---ɾ -í----- ---. -------, -----ĩ-----í--, ---쾨-ĩ-솴----Ⱦ ---ĩ. ---- ----- --ĩ-į-Ⱦ----í-»- -Ⱦ--. Ⱦ-ĩ-Ⱦ-º------ -숺----ħ---- -----ù-.    

(-ȭ-------)

 --.   (--.  67 : 2-3, 4-5, 6-7)

: ----í- -»-ɺ----------.

  :    ----.

v -------,

ɸ------------į

---------- --------.

-----į----ij,

------------

--- --ɺ-į---ij-.    (-)

v ȸ----꿭-ȸ---,

--©-- -ɺ-----------.

-Ⱦ--ɺ-------,

-숭------------.

-Ģ-꾤-ù--- -----,

---ȭ-------

-ɺ---------.    (-)

v ---ȭ------ɾ, ȭ--ɺ----ɾ.

ȭ--- -----í---------.

----꾭------©-ȼ,

-꾭--󲾮-----.

ȸ-----ɼ--į--Ⱥ-ij--.   (-)

 v      ----.    (. -- : 3, 1)

---- ! ---- ! --ɺ-ĩ-----ɺ--뽣---ª--ɸ, -ɺ---------, Ⱥ-뽣-ª-- ---------.  ----.

 v  -----   ( 16 :- -29-33)

--ȼ- ! -ĩ----ɸ.

-----©--.

-------ɺ- ------á--ɸ- ---------Ⱦ: ꈺ-- ----Ⱦ-Ⱦ-- ©--ç--꼮--. -- -ɾ-ɺ---Ⱦ -------Ⱦ --ɺ--ù-ð--. ɺ-- -ɾ-ɺ---Ⱦ --------. ------Ⱦ: -- ---ɸ-? -- --- ---ɸ, -----į---꾤 ------. -- ---- , ɺ--------. ---쉾-- ù--- -ù-------í-å. ɺ----ɺ-----í-, ---ȼ-! -ĩ----ɸ.           (-ȭ---------ª-)

 v      -򤸺----.

º----, °-ù---- ----------ª- ---ɾ--- ù---. -ù------꾭------- --ù-----ɾ---ꚭ.

 v  --.   ( 14 : 18; 16 : 22)

----Ⱦ-Ⱦ: --ù------ɾ. ------, ------- --ð----į-ĩ.  ----.

 v            -򤸺--- 

---ɺ,º--- ---------, °-----------, ɸ-Ⱦ -ɾ------ɸ, ----ɾ--- ---쾨-į. °-ù----- -ĩ--- ù-------Ȥ-------- ĩ-Ⱦ------ꚭ.

----------------------------------------------------

 


ວັນ​ອາ​ທິດທີ 7 ກຳ​ນົດປາ​ສ​ກາ​ ປີ ທີ່ 1 (A)

ກົງກັບວັນອາທິດ ທີ່ 28 ຜືດ 2017

                                                         

                                                                    ບົດ​ເຮີ່ມ​ຕົ້ນ (ພ​ສ​ສ. 26: 7, 8, 9)
ໂອ​ພຣະ​ອົງ​ເຈົ້າ ໂຜດ​ສະ​ດັບ​ຟັງ​ສຽງ​ຂ້າ​ພະ​ເຈົ້າ​  ຜູ້​ຄອງ​ຫາ​ພຣະ​ອົງ. ດວງ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ກາບ​ທູນ​ພຣະ​ອົງ​ວ່າ: ໂອ​ພຣະ​ອົງ​ເຈົ້າ, ຂ້າ​ພະ​ເຈົ້າ​ຊອກ​ຫາ ​ຢາກ​ເຫັນ​ພຣະ​ພັກ​ຂອງ​ພຣະ​ອົງ ບໍ່​ມີ​ຍາມ​ຢຸດ​ຢ່ອນ. ຂໍ​ຢ່າ​ຫັນ​ພຣະ​ພັກ​ໜີ​ຈາກ​ຂ້າ​ພະ​ເຈົ້າ​ທ້ອນ. ອັ​ລເລ​ລູ​ຢາ.
ບົດ​ວິງວອນ : ພວກ​ເຮົາ​ຈົ່ງ​ອ້ອນວອນ
ໂອ​ພຣ​ະ​ອົງ​ເຈົ້າ, ຍ້ອນພວກ​ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ ພຣະ​ມະ​ຫາ​ໄຖ່​ຂອງ​ມະ​ນຸດ​ຊາດ ຊົງ​ຊີ​ວິດ​ຢູ່​ໃນ​ສີ​ມຸງ​ຄຸນ​ຂອງ​ພຣະ​ອົງ​ແລ້ວ ໂຜດ​ຟັງ​ຄຳ​ວິງວອນ ແລະ​ທຳ​ໃຫ້​ພວກ​ຂ້າ​ພະ​ເຈົ້າ​ແນ​່​ໃຈ​ວ່າ ພຣະ​ອົງ​ຊົງ​ສະ​ຖິດ​ຢູ່​ນຳ​ພວກ​ຂ້າ​ພະ​ເຈົ້າ  ​ຈົນ​ເຖິງວັນ​ສິ້ນ​ໂລກ   ຕາມ​ທີ່​ພຣະ​ອົງ​ໄດ້​ສັນ​ຍາ​ໄວ້​ນັ້ນເທີ້ນ.
ບົດ​ອ່ານທີ 1   
ບົດ​ອ່ານ​ຈາກໜັງ​ສື​ກິຈ​ການ​ຂອງ​ພວກ​ອັ​ຄ​ທັມ​ທູດ (ກ​ຈ. 1: 12-​14)
ທຸກ​ຄົນ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວກັນ ຕັ້ງ​ໜ້າ​ຕັ້ງ​ຕາ​ສວດ​ພາ​ວະ​ນາ.
ເມື່ອ​ພຣະ​ເຢ​ຊູ​ເຈົ້າສະ​ເດັດ​ຂຶ້ນ​ສວັນ​ແລ້ວ ພວກ​ອັຄ​ທັມ​ ​ທູດ​ໄດ້​ພາ​ກັນ​ລົງ​ຈາກ​ພູ​ໝາກກອກ ແລະ​ກັບ​ສູ່​ນະ​ຄອນ​ເຢ​ຣູ​ຊາ​ແລມ ຊຶ່ງ​ມີ​ໄລ​ຍະ​ທາງ​ບໍ່​ໄກ​ປານ​ໃດ; ປະ​ມານ​ເທົ່າ​ກັບ​ທີ່​ເດີນ​ໄດ້​ໃນ​ວັນ​ພຣ​ະ. ເມື່ອ​ມາ​ເຖິງ​​ເມືອງ​ແລ້ວ ພວກ​ເພິ່ນ​ກໍ​ໄດ້​ຂຶ້ນ​ໄປ​ຢູ່​ຫ້ອງ​ຊັ້ນ​ເທິງ ບ່ອນ​ພວກ​ເພິ່ນ​ເຄີຍ​ປະ​ຊຸມ​ກັນ ມີ ເປ​ໂຕຣ​, ຢວງແລະ​ອັນ​ເດ​ຣ, ຟີ​ລິບ​ແລະ​ໂທ​ມາ, ບາ​ກໂທ​ໂລ​ເມ ແລະ​ມັດ​ເທວ, ຢາ​ໂກ​ເບ ລູກ​ຊາຍ​ ຂອງ​ ອັ​ນ​ເຟ, ແລະ​ຊີ​ມອນ​ຜູ້​ໃຈ​ຮ້ອນ​ຮົນ ແລະ​ຢູ​ດາ ​ລູກ​ຊາຍ​ຂອງ​ຢາ​ໂກ​ເບ. ໝົດ​ທຸກ​ຄົນ​ຮ່ວມ​ເປັນ​ຈິດ​​ໜຶ່ງ​ໃຈ​ດຽວ ແລ​ະພາ​ວະ​ນາ​ ພ້ອມ​ ກັບ​ພວກ​ຜູ້​ຍິງ​ບາງ​ຄົນ   ຊຶ່ງ​ມີ​ພຣ​ະ​ນາງ​ມາ​ຣີ​ອາ​ມານ​ດາ ພຣ​ະ​ເຢ​ຊູ​ເຈົ້າ, ແລ​ະ​ພີ່​ນ້ອງຂອງ​ເພິ່ນ. (ນີ້​ແມ່ນ​ວາ​ຈາ​ຂອງ​ພຣະ​ເປັນ​ເຈົ້າ)
ບົດ​ເພງສັກ​ສິດ   (ພ​ສ​ສ.  26 : 1.​4, 7-​8ກ)
ຮັບ :  ຂ້າ​ພະ​ເຈົ້າ​ແນ່​ໃຈ​ວ່າ ຈະ​ໄດ້​ເຫັນ​ພຣະ​ກະ​ຣຸ​ນາ​ຂອງ​ພຣະ​ອົງ ຢູ່​ໃນ​ໂລກ​ມະ​ນຸດ.
ພຣ​ະ​ອົງ​ເຈົ້າ​ ເປັ​ນ​ຄວາມ​ສະ​ວ່າງ ແລະ​ຄວາມ​ຮອດ​ຂອງ​ຂ້າ​ພະ​ເຈົ້າ
ຂ້າ​ພະ​ເຈົ້າ​ຍັງຈະ​ຢ້ານ​ກົວ​ໃຜ​ອີກ​ບໍ?
ພ​ຣະ​ອົງ​ເຈົ້າ​ເປ​ັນ​ປ້ອມ​ແໜ້ນ​ໜາ​ ປ້ອງ​ກັນ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ,
ຂ້າ​ພະ​ເຈົ້າ​ຍັງຈະ​ສັ່​ນ​ຢ້ານ​ຢູ່​ຕໍ່​ໜ​້າ​ໃຜ​ບໍ?    (ເຊີນ​ຮັບ)
ຂ້າ​ພະ​ເຈົ້າ​ໄດ້​ວອນ​ຂໍ​ສິ່ງ​ດຽວ ທີ່​ຂ້າ​ພະ​ເຈົ້າ​ສແວງ​ຫາ​ຄື​
ອາ​ໄສ​ຢູ່​ໃນ​ພຳ​ນັກ​ຂອງ​ພຣ​ະ​ອົງ​ເຈົ້າ​
ທຸກໆ​ວັນ​ ຕ​ລອດ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ,
ເພື່ອ​ເຊີຍ​ຊົມ​ ຄວາມ​ອ່ອນ​ຫວາ​ນ​ຂອງ​ພຣະ​ອົງ​ເຈົ້າ​
ແລະ​ຕິດ​ພັນ​ໝັ້ນ​ແກ່ນ ​ກັບ​ພ​ຣະ​ວິ​ຫານ​ຂອງ​ພ​ຣະ​ອົງ. (ເຊີນ​ຮັບ)
ໂອ​ພຣ​ະ​ອົງ​ເຈົ້າ, ໂຜດ​ສະ​ດັບ​ຟັງ. ຂ້າ​ພະ​ເຈົ້າຮ້ອງ​ຫາ​ພຣ​ະ​ອົງ
ໂຜດ​ສົງ​ສານ, ໂຜດ​ຕອບ​ຮັບ​ຂ້າ​ພະ​ເຈົ້າ​ເຖີດ
ດວງ​ໃຈ​ຂອງ​ຂ້າ​ພະ​ເຈົ້າ ເອົາ​ວາ​ຈາ​ຂອງ​ພ​ຣະ​ອົງ
​ມາ​ບອກ​ຂ້າ​ພະ​ເຈົ້າ​ອີກ: ຈົ່ງ​ຊອກ​ຫາ​ພຣະ​ພັກ​ຂອງ​ພຣະ​ອົງ
ໂອ​ພຣະ​ອົງ​ເຈົ້າ​ເອີຍ!
ຂ້າ​ພະ​ເຈົ້າ​ຊອກ​ຫາ​ ຢາກ​ເຫັນ​ພຣະ​ພັກ​ຂອງ​ພຣະ​ອົງ.  (ເຊີນ​ຮັບ)
 
ບົດ​ອ່ານ​ ທິ່ 2
ບົດ​ອ່ານ​ຈາກ​ຈົດ​ໝາຍ​ຂອງ​ນັກ​ບຸນ​ເປ​ໂຕ​ອັຄສາ​ວົກ​ສະ​ບັບ​ທີ 1 (1ປ​ຕ. 4 : 13-​16)
ຖ້າ​ພວກ​ພີ່​ນ້ອງ​ຖືກ​ດ່າ​ວ່າ   ຍ້ອນ​ພຣະ​ນາມ​ຂອງ​ພຣະ​ຄຣິ​ສ​ໂຕ​ເຈົ້າ ພວກ​ພີ່​ນ້ອງ​ກໍ​ເປັນ​ຜູ້​ມີ​ບຸນ.
ພີ່​ນ້ອງ​ທີ່​ຮັກ, ຈົ່ງ​ມີ​ຄວາມ​ຊື່ນ​ຊົມ​ຍິນ​ດີ ຍ້ອນ​ໄດ້​ມີ​ສ່ວນ​ຮ່ວມ​ໃນ​ຄວາມ​ທຸກ​ທໍ​ຣະ​ມານ ​ຂອງ​ພຣະ​ຄ​ຣິ​ສ​ໂຕ​ເຈົ້າ ແລະ​ເມື່ອ​ເຖິງ​ເວ​ ລາ​ພຣະ​ອົງ​ຈະ​ສຳ​ແດງ​ສີມ​ຸງ​ຄຸນ, ພວກ​ພີ່​ນ້ອງ​ຈະ​ມີ​ຄວາມ​ໂສ​ມະ​ນັດ​ຍິນ​ດີ​ເປັນ​ຢ່າງ​ຍິ່ງ. ຖ້າ​ພວກ​ພີ່​ນ້ອງ​ຖືກ​ດ່າ​ວ່າ ຍ້ອນ​ພຣະ​ນາມ​ຂອງ​ ພຣະ​ຄ​ຣິ​ສ​ໂຕ​ເຈົ້າ ພວກ​ພີ່​ນ້ອງ​ກໍ​ເປັນ​ຜູ້​ມີ​ບຸນ ຍ້ອນ​ວ່າ ພະ​ຈິດ​ຜູ້​ເປັນ​ກຽດ​ສັກ​ສີ ​ແລະ​ຣິດ​ທາ​ນຸ​ພາບ​ຂອງ​ພຣະ​ເປັນ​ເຈົ້າ  ສະ​ຖິດ​ຢູ່​ກັບ​ ພວກ​ພີ່​ນ້ອງ. ຢ່າ​ໃຫ້​ຜູ້​ໃດ​ໃນ​ພວກ​ພີ່​ນ້ອງ ​ ຕ້ອງ​ທຸກ​ ທໍ​ຣະ​ມານ ຍ້ອນ​ເປັນ​ຄຣິ​ຕ​ກອນ  ເປັນ​ໂຈນ​ຜູ້​ຮ້າຍ ເປັນ​ຄົນ​ຊົ່ວ​ຊ້າ ຫລື​ເປັນ​ຄົນ​ ຣະ​ ເມີດ​ສິດ​ທິ​ຂອງ​ຜູ້​ອື່ນ, ແຕ່​ຖ້າ​ຜູ້​ໃດ​ຕ້ອງ​ທຸກ​ທໍ​ຣະ​ມານ ຍ້ອນ​ເປັນຄ​ຣິ​ສ​ຕັງ ກໍ​ຢ່າ​ມີ​ຄວາມ​ອັບ​ອາຍ ໃຫ້​ເຂົາ​ຖວາຍ​ກຽດ​ແດ່​ພຣະ​ເຈົ້າ ຍ້ອນ​ ໄດ້​ມີ​ຊື່​ວ່າ​ເປັນ​ຄ​ຣິ​ສ​ຕັງ.  (ນີ້​ແມ່ນ​ວາ​ຈາຂອງພຣະ​ເປັນເຈົ້າ)
ອັ​ລ​ເລ​ລູ​ຢາ   (ຢວງ 14 : 18)
ອັ​ລ​ເລ​ລູ​ຢາ ! ອັ​ລ​ເລ​ລູ​ຢາ ! ພຣະ​ອົງ​ເຈົ້າ​ກ່າວ​ວ່າ: ເຮົາ​ຈະ​ບໍ່​ປະ​ພວກ​ເຈົ້າ​ໄວ້​ເປັນ​ກຳ​ພ້າ ເຮົາ​ຈະ​ກັບ​ມາ​ຫາ​ພວກ​ເຈົ້າ​ອີກ ແລ້ວ​ພວກ​ເຈົ້າ​ຈະ​ມີ​ຄວາມ​ຊື່ນ​ຊົມ​ຍິນ​ດີ. ອັ​ລ​ເລ​ລູ​ຢາ !
ພຣ​ະ​ວໍຣະ​ສານ​   
ພຣ​ະ​ວໍ​ຣະ​ສານ​ໂດຍ​ນັກ​ບຸນຢວງ (ຢວງ  17 :​ ​ 11ຂ-​19)
ໂອ​ພຣ​ະ​ບິ​ດາ​ຜູ້​ສັກ​ສິດ, ໂຜດ​​ໃຫ້​ພວກ​ເຂົາ​ໄດ້​ເປັນ​ໜຶ່ງ​ດຽວ​ຄື​ພວກ​ເຮົາ.
ເວ​ລາ​ທີ່​ພຣ​ະ​ເຢ​ຊູ​ຕ້ອງຈາກ​ໂລກ​ເມືອ​ຫາ​ພຣ​ະ​ບິ​ດາ ໃກ້​ຈະມາ​ເຖິງ​ແລ້ວ ພ​ຣະ​ອົງ​ຊົງ​ເງີຍ​ພຣ​ະ​ພັກ​ຂຶ້ນ​ຟ້າ ພາ​ວະ​ນາ​ວ່າດັ່ງ​ນີ້: ໂອ​ພຣ​ະ​ບິ​ດາ​ຜູ້​ສັກ​ສິດ, ໂຜດ​ປົກ​ປັກ​ຮັກ​ສາ​ພວກ​ທີ່​ພຣ​ະ​ອົງ​ໄດ້​ມອບ​ໃຫ້​ລູກ​ ໃນ​ນາມ​ຂອງ​ພ​ຣະ​ອົງ ເພື່ອ​ໃຫ້​ພວກ​ເຂົາ​ໄດ້​ເປັນ​ໜຶ່ງ​ດຽວ ​ຄື​ພວກ​ເຮົາ. ເມື່ອ​ເວ​ລາ​ລູກ​ຢູ່​ນຳ​ພວກ​ເຂົາ, ລູກ​ກໍ​ໄດ້​ປົກ​ປັກ​ຮັກ​ສາ​ ພວກ​ທີ່​ພ​ຣະ​ອົງ​ໄດ້​ມອບ​ໃຫ້ໃນ​ນາມ​ຂອງ​ພ​ຣະ​ອົງ. ລູກ​ໄດ້​ເບິ່ງ​ແຍງ​ ພວກ​ເຂົາ ແລະ​ບໍ່​ມີ​ໃຜ​ໃນ​ພວກ​ເຂົາ​ຕ້ອງ​ເສັຽ​ໄປ, ເວັ້ນ​ແຕ່​ລູກ​ແຫ່ງ​ຄວາມ​ຈິບ​ຫາຍ  ເພື່ອ​ໃຫ້​ສຳ​ເຣັດ​ຕາມ​ພ​ະ​ຄັມ​ພີ. ດຽວ​ນີ້​ ລູກ​ຫລົບ​ເມືອ​ ຫາພຣ​ະ​ອົງ. ລູກບອກ​ເຮື່ອງ​ນີ້​ໃຫ້​ເຂົາ​ຮູ້ ຕັ້ງ​ແຕ່​ເວ​ລາ​ລູກ​ຍັງ​ຢູ່​ໃນ​ໂລກ ເພື່ອ​ໃຫ້​ພວກ​ເຂົາ​ ໄດ້​ຮັບ​ຄວາມ​ຍິນ​ດີ​ຂອງ​ລູກ​ຢ່າງ​ເຕັມ​ພຽບ. ລູກ​ ໄດ້​ມອບ​ພ​ຣະ​ວາ​ຈາ​ຂອງພ​ຣະ​ອົງ​ໃຫ້​ພວກ​ເຂົາ, ແລະ​ໂລກ​ເລີຍ​ຊັງ​ພວກ​ເຂົາ, ຍ້ອນ​ພວກ​ເຂົາ​ບໍ່​ເປັນ​ຂອງ​ໂລກ ຄື​ລູກ​ເອງ​ ບໍ່​ເປັນ​ ຂອງ​ ໂລກ​ນັ້ນ​ແລ້ວ. ລູກ​ບໍ່​ວອນ​ຂໍ​ພ​ຣະ​ອົງ​ເອົາ​ພວກ​ເຂົາ​ອອກ​ຈາກ​ໂລກ, ແຕ່​ຂໍ​ປ້ອງ​ກັນ​ພວກ​ເຂົາ​ ໃຫ້​ຫວິດ​ຈາກ​ຜີ​ຊົ່ວ​ຮ້າຍ. ພວກ​ເຂົາ​ບໍ່​ ເປັນ​ຂອງ​ໂລກ ຄື​ລູກ​ເອງ​ ບໍ່​ເປັນ​ຂອງ​ໂລກ. ໂຜດ​ບັນ​ດານ​ໃຫ້​ພວກ​ເຂົາ​ສັກ​ສິດ​ໃນ​ສັດ​ຈິງ. ພຣ​ະ​ວາ​ຈາ​ຂອງ​ພ​ະ​ອົງ​ ແມ່ນ​ຄວາມ​ສັດ​ຈິງ. ພຣ​ະ​ອົງ​ໄດ້​ຊົງ​ໃຊ້​ລູກ​ ມາ​ໃນ​ໂລກ​ນີ້​ຢ່າງ​ໃດ, ລູກ​ຈະ​ໃຊ້​ພວກ​ເຂົາ​ ໄປ​ໃນ​ໂລກ​ຢ່າງ​ນັ້ນ​ດ້ວຍ.  ລູກ​ສະ​ຣະ​ເພື່ອ​ພວກ​ເຂົາ, ເພື່ອ​ໃຫ້​ພວກ​  ຂົາ​ເປັນ​ຜູ້​ສັກ​ສິດ​ໃນ​ຄວາມ​ຈິງ. (ນີ້​ແມ່ນ​ວາ​ຈາ​ຂອງ​ພຣະ​ຄ​ຣິ​ສ​ໂຕ​ເຈົ້າ)
ບົດ​ວິງວອນ​ຖວາຍ​ບັນ​ນາ​ການ
ໂອ​ພຣ​ະ​ອົງ​ເຈົ້າ, ໂຜດ​ຮັບ​ຄຳ​ວິງວອນ​ ແລະ​ເຄື່ອງ​ບັນ​ນາ​ການ​ທີ່​ພວກ​ສັ​ຕ​ບຣຸດ​ນ້ອມ​ຖວາຍ ດ້ວຍ​ໃຈ​ຮ້ອນ​ຮົນ​ສັດ​ທາ ແລະ​ຂໍ​ໃຫ້​ສິນ​ບູ​ຊາ​ນີ້ ຊ່ວຍ​ພວກ​ຂ້າ​ພະ​ເຈົ້າ ​ໄດ້​ຮັບ​ສີ​ມຸງ​ຄຸນ​ຢູ່​ສວັນ​ເທີ້ນ.
ບົດ​ເພງຮັບ​ສິນ: (ຢວງ 17,22)
ພ​ຣະ​ເຢ​ຊູ​ເຈົ້າ​ກ່າວ​ວ່າ: ໂອພຣ​ະ​ບິ​ດາ​ເຈົ້າ, ລູກວອນ​ຂໍ​ເພື່ອ​ໃຫ້​ພວກ​ເຂົາ​ໄດ້​ເປັນ​ໜຶ່ງ​ດຽວ ຄື​ພວກ​ເຮົາ​ເປັນ​ໜຶ່ງ​ດຽວ​ນັ້ນ​ແລ. ອັ​ລ​ເລ​ລູ​ຢາ.​
ບົດ​ວິງວອນ​ຫລັງ​ຮັບ​ສິນ :   ພວກ​ເຮົາ​ຈົ່ງ​ອ້ອນວອນ
ໂອ​ພ​ຣະ​​ເຈົ້າພຣະ​ມະ​ຫາ​ໄຖ່​ຂອງ​ພວກ​ຂ້າ​ພະ​ເຈົ້າ, ໂຜດ​ຟັງ​ຄຳ​ວິງວອນ​ຂອງ​ພວກ​ຂ້າ​ພະ​ເຈົ້າ ແລະ​ຂໍ​ໃຫ້​ການ​ຮັບ​ສິນ​ນີ້ ຊ່ວຍ​ ພວກ​ຂ້າ​ພະ​ເຈົ້າ​ໃຫ້​ເຊື່ອ​ທະ​ວີ​ຂຶ້ນ​ວ່າ ຂໍ້​ເລິກ​ລັບ​ແຫ່ງ​ຄວາມ​ຮັກ​ຂອງ​ພຣະ​ອົງ​ນັ້ນ ຈະ​ສຳ​ເັດ​ຄົບ​ຖ້ວນ​ໃນ​ພ​ຮະ​ຄ​ຣິ​ສ​ຕະ​ຈັກ ເໝືອນ​ດັ່ງ​ທີ່​ ໄດ້​ ສຳ​ເຣັດ​ໄປ​ແລ້ວ​ ໃນ​ອົງ​ພຣະ​ຄ​ຣິ​ສ​ໂຕປະ​ມຸກ​ຂອງ​ພຣະ​ຄ​ຣິ​ສ​ຕະ​ຈັກ​ນັ້ນ​ເທີ້ນ.

 

ວັນ​ ສລອງ​ພຣະ​ເຢ​ຊູ​ເຈົ້າ​ສະ​ເດັດ​ຂຶ້ນ​ສວັນ

ປີ A, B, C

ກົງກັບວັນພຮະຫັດ ທີ່ 25 ພື​ສ​ພາ 2017

 


                                                                ບົດ​ເຮິ່ມ​ຕົ້ນ   (ກ​ຈ. 1 : 11)

ພວກ​ຊາວ​ຄາ​ລີ​ເລ​ເອີຍ, ພວກ​ທ່ານ​ຍັງ​ພາ​ກັນ​ປລາດ​ໃຈແຫງນ​ໜ້າ​ເບິ່ງ​ຟ້າ​ເຮັດ​ຫຍັງ​ອີກ? ພວກ​ທ່ານ​ໄດ້​ແນມ​ເຫັນ​ ພຣະ​ອົງ​ສະ​ເດັດ​ຂຶ້ນ​ສວັນ​ແນວ​ໃດ, ແລ້ວ​ພຣະ​ອົງ​ຈະ​ສະ​ເດັດ​ລົງ​ມາ​ອີກ​ ແບບ​ດຽວ​ກັນ. ອັ​ລເລ​ລູ​ຢາ.

ບົດ​ວິງວອນ:   ພວກ​ເຮົາ​ຈົ່ງ​ອ້ອນວອນ

ໂອ​ພຣ​ະ​ເຈົ້າ ຜູ້​ຊົງ​ຣິດ​ທາ​ນຸ​ພາບ, ດ້ວຍ​ວ່າ ການ​ສະ​ເດັດ​ຂຶ້ນ​ສວັນ​ຂອງ​ພຣະ​ບຸດ​ເຈົ້າ ແມ່ນ​ຊັຍ​ຊະ​ນະ​ຂອງ​ພວກ​ຂ້າ​ພະ​ເຈົ້າ, ແລະ​ຍ້ອນວ່າ ພຣະ​ອົງ​ໄດ້​ຊົງ​ຮຽກ​ພວກ​ຂ້າ​ພະ​ເຈົ້າ  ​ມາ​ເພື່ອ​ຫວັງ​ຈະ​ໄດ້​ຮັບ​ສີ​ມຸງ​ຄຸນ  ຊຶ່ງ​ພຣະ​ອົງ​ຜູ້​ເປັນ​ສີ​ສະ​ ໄດ້​ສະ​ເດັດ​ໄປ​ຮັບ​ເອົາ​ກ່ອນ, ແລ້ວ​ຂໍ​ໂຜດ​ໃຫ້​ພວກ​ຂ້າ​ພະ​ເຈົ້າ​ ຊື່ນ​ຊົມ​ຍິນ​ດີ​   ຂອບ​ພຣະ​ຄຸນ​ພຣະ​ອົງ​ເທີ້ນ.

ບົດ​ອ່ານທີ

ບົດ​ອ່ານ​ຈາກ​ໜັງ​ສື​ກິດ​ຈະ​ການ​ຂອງ​ພວກ​ອັກ​ຄະ​ທຳມະ​ທູດ (-. 1- : 1-11)

ພຣະ​ເຢ​ຊູ​ເຈົ້າ​ສະ​ເດັດ​ ​ຂຶ້ນສວັນ​ຕໍ່​ໜ້າ​ພວກ​ເຂົາ

ເທ​ໂອ​ຟີ​ໂລ​ເອີຍ, ໃນ​ໜັງ​ສື​ເຫລັ້ມ​ຕົ້ນ, ເຮົາ​ໄດ້​ກ່າວ​ເຖິງ​ທຸກ​ສິ່ງ​ທີ່​ພຣ​ະ​ເຢ​ຊູ​ເຈົ້າ​ ໄດ້​ຊົງ​ກະ​ທຳ​ແລະ​ສັ່ງ​ສອນ. ຕັ້ງ​ແຕ່​ຕົ້ນ​ຈົນ​ ຮອດ​ ວັນ ​ພຣ​ະ​ອົງ​ຊົງ​ຖືກ​ຍົກ​ຂຶ້ນ​ສວັນ, ຫລັງ​ຈາກ​ໄດ້​ໃຫ້​ຄຳ​ແນະ​ນຳ​ສັ່ງ​ສອນ ​ແກ່​ພວກ​ອັ​ຄະ​ທັມ​ທູດ ຊຶ່ງ​ພຣ​ະ​ອົງ​ຊົງ​ເລືອກ​ສັນ ​ດ້ວຍ​ເດ​ຊະ ​ພຣ​ະ ​ຈິດ​ເຈົ້າ. ພາຍ​ຫລັງ​ມະ​ຫາ​ທໍ​ຣະ​ມານ​ແລ້ວ, ພ​ຣະ​ອົງ​ໄດ້​ປະ​ຈັກ​ມາ​ຫາ​ພວກ​ນີ້​ເອງ, ສຳ​ແດງ​ໃຫ້​ເຫັນ​ວ່າ ​ພຣ​ະ​ອົງ​ຊົງ​ມີ​ຊີ​ວິດ​ຢູ່ ໂດຍ​ ອາ​ໄສ​ຫລັກ​ຖານ​ຫລາຍ​ຢ່າງ; ໃນ​ລະ​ຍະ​ສີ່​ສິບ​ວັນ ພຣ​ະ​ອົງ​ປະ​ຈັກ​ມາ​ຫາ​ພວກ​ເພິ່ນ ແລະ​ໄດ້​ສົ​ທ​ນາ​ເລື່ອງ​ອາ​ນາ​ຈັກ​ພຣ​ະ​ເຈົ້າ ​ກັບ​ພວກ​ ເພິ່ນ. ມື້​ໜຶ່ງ​ ເວ​ລາ​ພຣ​ະ​ອົງ​ຮ່ວມ​ຮັບ​ປະ​ທານ​ອາ​ຫານ ​ກັບ​ພວກ​ອັ​ຄະທັມ​​ທູດ,   ພ​ຣະ​ອົງ​ຊົງ​ສັ່ງ​ບໍ່​ໃຫ້​ໄປ​ໄກ​ ຈາກ​ນະ​ຄອນ​ເຢ​ຣູ​ຊາ​ແລມ, ແຕ່​ໃຫ້​ຄອຍ​ຖ້າ​ ພຣ​ະ​ສັນ​ຍາ​ຂອງ​ພຣ​ະ​ບິ​ດາ​ເຈົ້າ, ພ​ຣະ​ອົງ​ຊົງ​ກ່າວ​ວ່າ: ແມ່ນ​ສິ່ງ​ທີ່​ເຮົາ​ເອງ​ ໄດ້ບອກ​ໃຫ້​ພວກ​ເຈົ້າ​ຮູ້​ແລ້ວ​ວ່າ: ສ່ວນຢວງ ​ເພິ່ນ​ທຳ​ພິ​ທີ​ລ້າງ​ດ້ວຍ​ນ້ຳ ແຕ່​ສ່ວນ​ພວກ​ເຈົ້າ​  ໃນໜ້ອຍ​ວັນ​ຈະ​ມາ​ນີ້ ພວກ​ເຈົ້າ​ຈະ​ໄດ້​​ຮັບ​ພິ​ທີ​ລ້າງ​ໃນ​ພຣ​ະ​ຈິດ​ເຈົ້າ.

ພວກ​ອັ​ຄທັມ​ທູດ​ໄດ້​ປະ​ຊຸມ​ກັນ​ ແລະ​ຕັ້ງ​ຄຳ​ຖາມ​ຂຶ້ນ​ວ່າ: ພ​ຣະ​ອົງ​ເຈົ້າ​ເອີຍ! ແມ່ນ​ເວ​ລານີ້​ບໍ​ ທີ່​ພຣ​ະ​ອົງ​ຈະ​ຟື້ນ​ຟູ​ອິ​ສ​ຣາ​ແອ​ນ​ ຂຶ້ນເປັນ​ອາ​ນາ​ຈັກ​ໃໝ່? ພຣ​ະ​ອົງ​ຊົງ​ກ່າວ​ຕອບ​ພວກ​ເພິ່ນ​ວ່າ: ບໍ່​ແມ່ນ​ໜ້າ​ທີ່​ພວກ​ເຈົ້າ ​ທີ່ຈະ​ຕ້ອງ​ຮູ້​ຈັກ​ເວ​ລາ​ຫລືຍາມ ​ຊຶ່ງ​ພ​ຣະ​ບິ​ດາ​ເຈົ້າ​ ໄດ້​ຊົງຄາດ​ໄວ້ດ້ວຍ​ຣິດ​ທານຸ​ພາບ​ຂອງ​ພຣ​ະ​ອົງ​ແຕ່​ຜູ້​ດຽວ. ແຕ່​ວ່າ​ພວກ​ເຈົ້າ​ ໄດ້​ຮັບ​ພາ​ລະ​ກຳ​ລັງ​ຂອງ​ພຣ​ະ​ຈິດ​ເຈົ້າ ທີ່​ຈະ​ສະ​ເດັດ​ມາ​ ໃນ​ ພວກ​ເຈົ້າ. ດ້ວຍ​ເຫດ​ນີ້, ພວກ​ເຈົ້າ​ຈະ​ເປັນ​ພິ​ຍານ​ໃຫ້​ເຮົາ​ຢູ່​ນະ​ຄອນ​ເຢ​ຣູ​ຊາ​ແລມ, ຢູ່​ແຂວງ​ຢູ​ດາ​​ແລະ​ຊາ​ມາ​ຣີ ແລະ​ຈົນ​ເຖິງສຸດ​ມຸມ​ ໂລກ. ພໍ​ພຣ​ະ​ອົງ​ໄດ້​ກ່າວ​ດັ່ງ​ນີ້​ແລ້ວ, ພວກ​ເພິ່ນ​ກໍ​ເຫັນ​ພ​ຣະ​ອົງສະ​ເດັດ​ເຫາະ​ຂຶ້ນ, ແລ້ວ​ມີ​ເມກ​ກ້ອນ​ໜຶ່ງ​ ມາ​ຫຸ້ມເອົາ​ພຣ​ະ​ອົງອອກ​ຈາກ ສາຍ ​ຕາ​​ພວກ​ເພິ່ນ. ແລະ​ເວ​ລາ​ທີ່​ພວກ​ເພິ່ນ​ແຫງນ​ໜ້າ​ເບິ່ງ​ທ້ອງ​ຟ້າ ຂະ​ນະ​ທີ່​ພຣ​ະ​ອົງ​ສະ​ເດັດລັບ​ໄປ​ນັ້ນ ພໍ​ດີ​ມີ​ສອງ​ຄົນ​ນຸ່ງ​ເຄື່ອງ​ຂາວ ປະ​ຈັກ​ມາ ຢືນ​ຢູ່​ຕໍ່​ໜ້າ​​ພວກ​ເພິ່ນ. ແລະ​ກ່າວ​ວ່າ: ຊາວ​ຄາ​ລີ​ເລ​ເອີຍ! ພວກ​ເຈົ້າ​ຍັງ​ພາ​ກັນ​ແຫງນ​ໜ້າ​ເບິ່ງ​ຟ້າ​ເຮັດ​ຫຍັງ​ອີກ? ພຣ​ະ​ເຢ​ຊູ​ເຈົ້າ ​ຜູ້​ຖືກ​ຍົກ​ຂຶ້ນ​ໄປ​ຈາກ​ພວກ​ເຈົ້າ​ນັ້ນ, ພ​ຣະ​ອົງ​ຍັງ​ຈະ​ສະ​ເດັດຫ​ລົບ​ມາ​ອີກ ຢ່າງດ​ຽວ​ກັບ​ທີ່​ພວກ​ເຈົ້າ​ໄດ້​ເຫັນ ​ພ​ຣະ​ອົງ​ສະ​ເດັດ​ໄປ ​ສູ່​ສວັນ ​ນັ້ນ​ແລ.  (ນີ້​ແມ່ນ​ວາ​ຈາ​ຂອງ​ພຣະ​ເປັນ​ເຈົ້າ)

ເພງ​ສັກ​ສິດ ( ພ​ສ​ສ.  46 : 2-​3, 6-​7, 8-9 )

ຮັບ :  ພຣ​ະ​ເຈົ້າ​ສະ​ເດັດ​ຂຶ້ນ​ກາງ​ສຽງ​ໂຮ​ຮ້ອງ, ພຣ​ະ​ອົງ​ເຈົ້າ​ຊົງ​ສະ​ເດັດ​ເຫາະ​ຂຶ້ນ​ກາງ​ສຽງ​ແກ​, ສຽງ​ຊັຍຊະ​ນະ.

ນາ​ນາ​ຊາດ​ທັງ​ຫລາຍ ​ຈົ່ງ​ຕົບ​ມື,
ຈົ່ງ​ໂຮ​ຮ້ອງ​ສັຣ​ເສີນ​ພ​ຣະ​ເຈົ້າ ​ດ້ວຍ​ສຽງ​ຊື່ນ​ຊົມ​ຍິນ​ດີ,
ຍ້ອນ​ວ່າ ​ພຣ​ະ​ອົງ​ເຈົ້າ​ຜູ້​ສູງ​ສຸດ​  ຊົງ​ເປັນ​ໜ້າ​ຢ້ານ​ກົວ
ແລະ​ເປັນ​ມະ​ຫາ​ກະ​ສັດ  ​ທົ່ວ​ແຜ່ນ​ດິນ​ໂລກ.    (ເຊີນ​ຮັບ)
                                                              ພ​ຣະ​ເຈົ້າ​ສະ​ເດັດ​ຂຶ້ນ​ກາງ​ສຽງ​ໂຮຮ້ອງ.
ພ​ຣະ​ອົງ​ເຈົ້າ​ສະ​ເດັດ​ເຫາະ​ຂຶ້​ນ​ກາງ​ສຽງ​ແກ, ສຽງ​ຊັຍຊະ​ນະ
ຈົ່ງ​ຮ້ອງ​ເພງ​ສັຣ​ເສີນ, ຈົ່ງ​ຮ້ອງ​ເພງ​ສັຣ​ເສີນ​ພ​ຣະ​ເຈົ້າ.
ຈົ່ງ​ຮ້ອງ​ເພງ​ສັຣ​ເສີນ ​ກະ​ສັດ​ຂອງ​ພວກ​ເຮົາ.
ຈົ່ງ​ຮ້ອງ​ເພງ​ສັຣ​ເສີນ​ເຖີດ! (ເຊີນ​ຮັບ)
ດ້ວຍ​ວ່າ ​ພ​ຣະ​ເຈົ້າ​ຊົງ​ເປັນ​ກະ​ສັດ ​ແຫ່ງ​ໂລກ​ທັງ​ມວນ;
ດັ່ງ​ນີ້​  ຈົ່ງ​ບັນ​ເລງ​ເພງ​ດົນ​ຕີ​  ສັນຣະ​ເສ​ີ​ນ​ພ​ຣະ​ອົງ
ພຣ​ະ​ເຈົ້າ​ຊົງ​ສວີຍ​ຣາດ​  ເໜືອ​ປະ​ຊາ​ຊາດ.
ພຣ​ະ​ເຈົ້າ​ຊົງ​ປະ​ທັບ​ບົນ​ພຣ​ະ​ຣາຊ​ບັນ​ລັງ​ສັກ​ສິດ​ຂອງ​ພຣ​ະ​ອົງ.(ເຊີນ​ຮັບ)
 
ບົດ​ອ່ານທີ 2
ບົດ​ອ່ານ​ຈາກ​ຈົດ​ໝາຍ​ຂອງ​ນັກ​ບຸນ​ເປ​ົາ​ໂລ​ຂຽນ​ເຖິງ​ສັ​ຕ​ບຸ​ຣຸດຊາວ​ເອ​ເຟ​ໂຊ (ອ​ຟ. 1 : 17-​23)

ພຣະ​ອົງ​ເຈົ້າ​ໄດ້​ແຕ່ງ​ຕັ້ງ​ພຣະຄຣິ​ສ​ໂຕ ໃຫ້​ປະ​ທັບ​ຢູ່​ເບື້ອງ​ຂວາ​ຂອງ​ພຣະ​ອົງ​ໃນ​ສວັນ

ພີ່​ນ້ອງ​ທີ່​ຮັກ, ຂໍ​ພະ​ເຈົ້າ​ຂອງ​ພຣະ​ເຢ​ຊູ​ຄ​ຣິ​ສ​ໂຕ ພຣະ​ອົງ​ເຈົ້າ​ຂອງ​ເຮົາ​  ພຣະ​ບິ​ດາ​ຜູ້​ຊ​ົງ​ສີ​ຣິ​ມຸງ​ຄຸນ​ ໄດ້​ປະ​ທານ​ໃຫ​້​ພວກ​ພີ່​ນ້ອງ ມີ​ຈິດ​ໃຈ​ເຕັມ​ດ້ວຍ​ຄວາມ​ສລາດ  ແລະ​ໄດ້​ຮັບ​ຄວາມ​ສະ​ວ່າງ   ເພື່ອ​ຮູ້​ແຈ້ງ​ເຖິງ​ພຣະ​ອົງ. ຂໍ​ພຣະ​ອົງ​ປະ​ທານ​ຄວາມ​ສະ​ວ່າງ​ ແກ່ດວງ​ໃຈ ​ຂອງ​ພວກ​ພີ່​ນ້ອງ  ເພື່ອໃຫ້​ຮູ້​ວ່າ  ການ​ທີ່​ພຣະ​ອົງ​ຮຽກ​ພວກ​ພີ່​ນ້ອງ​ນັ້ນ     ເພື່ອ​ຫວັງ​ອັນ​ໃດ​ແດ່  ແລະ​ໃຫ້​ຮູ້​ວ່າ  ມໍ​ຣະ​ດົກ​ທີ່​ຈະ​ໄດ້​ຮັບ​ ຮ່ວມ​ ກັບ​ພວກ​ນັກ​ບຸນ​ນັ້ນ ມີ​ສະ​ງ່າ​ຣາ​ສີອຸ​ດົມ​ສົມ​ບູນ​ສັກ​ພຽງ​ໃດ. ທັງ​ໃຫ້​ຮູ້​ວ່າ ຣິດ​ທາ​ນຸ​ພາບ​ທີ່​ພຣະ​ອົງ​ໄດ້​ສຳ​ແດງ​ອອກ​ມາ ເພື່ອ​ພວກ​ເຮົາ​ຜູ້​ ເຊື່ອ​ພຣະ​ອົງ​ນັ້ນ  ຍິ່ງ​ໃຫຍ່​ສັກ​ພຽງ​ໃດ​ດ້ວຍ.  ສ່ວນ​ອຳ​ນາດ​​ກຳ​ລັງ  ແລະ​ຣິດ​ທາ​ນຸ​ພາບ​ອັນ​ຍິ່ງ​ໃຫຍ່​ ສຸດ​ຄະ​ນາ​ນັບ​ນັ້ນ  ພຣະ​ອົງ​ໄດ ້​ສຳ​ ແດງໃຫ້​ປາ​ກົດໃນ​ອົງ​ພຣະ​ຄ​ຣິ​ສ​ໂຕ​ເຈົ້າ  ໂດຍ​ປະ​ທານ​ໃຫ້​ພຣະ​ອົງ​ ກັບ​ຄືນ​ຊີບ​ຈາກ​ພວກ​ຜູ້​ຕາຍ  ແລະ​ໃຫ້​ປະ​ທັບ​ຢູ່​ເບື້ອງ​ຂວາ​ ຂອງ​ ພຣະ​ ອົງ​ໃນ​ສວັນ. ເໝືອ​ບັນ​ດາ​ເທບ​ນິ​ກອນ, ຜູ້​ປົກ​ຄອງ, ຜູ້​ມີ​ອຳ​ນາດ, ຜູ້​ມີ​ຣິດ​ເດດ, ຜູ້​ມີ​ອະ​ນຸ​ພາບ ແລະ​ເໜືອ​ນາມ​ທັງ​ປວງ​ ທີ່​ເອີ່ຍ​ ອອກ​ມາ​ໄດ້, ບໍ່​ແມ່ນ​ແຕ່​ສມັຍ​ນີ້​ເທົ່າ​ນັ້ນ  ແຕ່​ໃນ​ສມັຍ​ໜ້າ​ອີກ​ດ້ວຍ.  ພຣະ​ອົງ​ເຈົ້າ​ຊົງ​ຜາບ​ສິ່ງ​ສາ​ຣະ​ພັດໄວ້​ ຢູ່​ໃຕ້​ພຣະ​ບາດ​ຂອງ​ ພຣະ ​ຄ​ຣິ​ສ​ໂຕ ແລະ​ຊົງ​ແຕ່ງ​ຕັ້ງ​ພຣະ​ອົງ​ ໃຫ້​ຢູ່​ເໜືອ​ສັບ​ພະ​ສິ່ງ​ທັງ​ຫລາຍ ໃຫ້​ເປັນ​ສີ​ສະ​ຂອງ​ພຣະ​ຄ​ຣິ​ສ​ຕະ​ຈັກ.  ຊຶ່ງ​ເປັນ​ພຣະ​ກາຍ​ທິບ​ ຂອງ​ ພຣະ​ອົງ ອັນ​ເປັນ​ຄວາມ​ສົ​ມ​ບູນ​ຂອງ​ພຣະ​ອົງ  ຜູ້​ຊົງ​ທຳ​ໃຫ້​ທຸກ​ສິ່ງ​ຄົບ​ບໍຣິ​ບູນ​ໃນ​ທຸກ​ຢ່າງ. (ນີ້ແມ່ນ​ວາ​ຈາ​ຂອງ​ພະ​ເປັນ​ເຈົ້າ)

ຫລື      ປີ B

ບົດ​ອ່ານ​ຈາກ​ຈົດ​ໝາຍ​ຂອງ​ນັກ​ບຸນ​ເປ​ົາ​ໂລ​ຂຽນ​ເຖິງ​ສັດ​ຕະ​ບຸ​ຣຸດດຊາວ​ເອ​ເຟ​ໂຊ    (ອ​ຟ. 4 : 1-​13)

​ພວກ​ເຮົາ​ທຸກ​ຄົນ​ ຈະ​ໄດ້​ບັນ​ຣຸ​ເຖິງ​ຄວາມ​ເປັນ​ຜູ້​ໃຫຍ່ ເຕັມ​ຂນາດ​ຄວາມ​ສົມ​ບູນ​ຂອງ​ພຣະ​ຄຣິ​ສໂຕ.

        ພີ່​ນ້ອງ​ທີ່​ຮັກ, ຂ້າ​ພະ​ເຈົ້າເປົາ​ໂລ, ​ຜູ້​ຖືກ​ຄຸມ​ຂັງ​ຍ້ອນພຣະ​ອົງ​ເຈົ້າ ຂໍ​ວິງ ວອນ​ພວກ​ພີ່​ນ້ອງ​ ຈົ່ງ​ປະ​ພຶດ​ຕົວໃຫ້​ສົມ​ກັບ​ ທີ່​ໄດ້​ຖືກ​ ພຣະ​ເປັນ​ເຈົ້າ​ຮຽກ​ຮ້ອງ​ມາ. ຄື​ວ່າ ຕ້ອງ​ມີ​ໃຈ​ສຸ​ພາບ​ແທ້, ມີ​ຄວາມ​ອ່ອນ​ຫວານ, ພາກ​ພຽນ, ອົດ​ທົນ​ຕໍ່​ກັນ​ແລະ​ກັນ ​ດ້ວຍ​ຄວາມ​ຮັກ.  ຈົ່ງ​ ພະ​ ຍາ​ຍາມ​ເອົາ​ຄວາມ​ສັນ​ຕິ​ສຸກ ຜູກ​ມັດ​ຄວາມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ. ມີ​ພະ​ກາຍ​ດຽວ, ມີ​ພຣະ​ຈິດ​ເຈົ້າ​ອົງ​ດຽວ  ຕາມ​ທີ່​ພຣະ​ເຈົ້າ​     ໄດ້ ຊົງ​ຮຽກເອົາ​ພວກ​ພີ່​ນ້ອງ​ມາ,    ເພື່ອ​ຄວາມ​ຫວັງ​ອັນ​ດຽວ. ມີ​ພຣະອົງ​ເຈົ້າ​ຜູ້​ດຽວ,   ມີ​ຄວາມ​ເຊື່ອ​ອັນ​ດຽວ   ແລະ​ສິນ​ລ້າງ​ບາບ ​ອັນ​ ດຽວ. ມີ​ພຣະ​ເຈົ້າ​ອົງ​ດຽວ ​ຜູ້​ເປັນ​ພຣະບິ​ດາ​ຂອງ​ທຸກ​ຄົນ ພຣະ​ອົງ​ຊົງ​ສະ​ຖິດ​ຢູ່​ເໜື​ອ​ທຸກ​ຄົນ ຢູ່​ທ່າມ​ກາງ​ທຸກ​ຄົນ  ແລະ​ຢູ່​ໃນ​ທຸກ​ຄົນ. ປານ​ນັ້ນ​ກໍ​ດີ ພວກ​ເຮົາ​ແຕ່​ລະ​ຄົນ ​ໄດ້​ຮັບ​ພຣະ​ທານ​ມາກ​ນ້ອຍ ຕາມ​ແຕ່​ພຣະ​ຄ​ຣິ​ສ​ໂຕ ​ຈະ​ກຳ​ນົດ​ໃຫ້.   ດ້ວຍ​ເຫດ​ນີ້  ຈຶ່ງ​ມີ​ຄຳ​ກ່າວ​ວ່າ  ເມື່ອ​ພຣະ​ອົງ​ສະ​ເດ​ັດ​ຂຶ້ນ​ເບື້ອງ​ບົນ ພຣະ​ອົງ​ໄດ້​ຈັບ​ພວກ​ເປັນ​ຂ້າ​ຊະ​ເລີຍ​ໄປ​ພ້ອມ. ພຣະ​ອົງ​ຊົງ​ແຈກ​ຂອງ​ພຣະຣາຊທານ​ ແກ່ມວນ​ ມະ​ ນຸດ. ຄຳ​ວ່າ ພຣະ​ອົງ​ສະ​ເດັດ​ຂຶ້ນ, ໝາຍ​ຄວາມ​ວ່າ ພຣະ​ອົງ​ສະ​ເດັດ​ລົງ​ໄປ​ແຜ່ນ​ດິນ ເບື້ອງ​ລຸ່ມ​ກ່ອນບໍ່​ແມ່ນ​ບໍ ຜູ້​ທີ່​ສະ​ເດັດ​ລົງ​ໄປ ກໍ​ ແມ່ນ​ຄົນ​ດຽວກັບ ​ຜູ້​ທີ່​ຂຶ້ນ​ໄປ​ເໜືອ​ສວັນ​ຊັ້ນ​ຟ້າ ເພື່ອ​ ຈະ​ໄດ້​ເປັນ​ເຈົ້າ​ຄອບ​ຄອງ​ທຸກ​ສິ່ງ. ແມ່ນ​ພຣະ​ອົງ​ເອງ ໄດ້​ຊົງ​ປະ​ທານ​ໃຫ້​ ລາງ​ຄົນ​ ເປັນ​ອັກ​ຄະ​ທັມ ທູດ ລາງ​ຄົນ​ເປັນ​ປະ​ພາ​ສົກ, ລາງ​ຄົນ​ເປັນ​ຜູ້​ປະ​ກາດ​ຂ່າວ​ປະ​ເສີດ ລາງ​ຄົນ​ເປັນ​ນາຍ​ຊຸມ​ພາ​ບານ ຫລື​ຜູ້​ສັ່ງ​ສອນ ເພື່ອ ​ໃຫ້​ຄ​ຣິ​ສ​ຕະ​ຊົນ ​ມີ​ຖາ​ນະ​ຕຽມ​ພ້ອມ​ທຳ​ໜ້າ​ທີ່​ຕ່າງໆ ໃນ​ການ​ເສີມ​ສ້າ​ງ​ພຣະ​ກາຍ​ຂອງ​ພຣະ​ຄ​ຣິ​ສ​ໂຕ​ເຈົ້າ. ຈົນ​ກວ່າ​ພວກ​ເຮົາ​ທຸກ​ຄົນ​ ຈະ​ໄດ້​ບັນ​ລຸ​ເຖິງ​ຄວາມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ ​ໃນ​ຄວາມ​ເຊື່ອ ແລະ​ໃນ​ຄວາມຮູ້​ເລິກ ​ເຊິ່ງ​ເຖິ​ງ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ  ແລະ​ໄດ້​ເປັນ ຜູ້​ໃຫຍ່​ ເຕັມ​ສານ ຄື ເຕັມ​ຂນາດ​ຄວາມ​ສົມ​ບູນ​ຂອງ​ພຣະ​ຄ​ຣິ​ສ​ໂຕ. (ນີ້​ແມ່ນ​ວາ​ຈາ​ຂອງ​ພຣະ​ເປັນ​ເຈົ້າ)

 ຫລ   ປີ C

ບົດ​ອ່ານ​ຈາກ​ຈົດ​ໝາຍ​​ຂຽນ​ເຖິງ​​ຊາວ​ເຮ​ເບີ​ຣ  (ຮບ. 9 : 24-​28; 10 : 19-​23)

​ຮະ​ຄ​ຣິ​ສ​ໂຕ​ເຈົ້າ​ ໄດ້​ສະ​ເດັດ​ເຂົ້າ​ໃນ​ສວັນ​ເອງ.

        ພີ່​ນ້ອງ​ທີ່​ຮັກ  ພະ​ຄ​ຣິ​ສ​ໂຕ​ເຈົ້າ ​ບໍ່​ໄດ້​ສະ​ເດັດ​ເຂົ້າ​ໃນ​ສະ​ຖານ​ສັກ​ສິດ ທີ່​ສ້າງ​ຂຶ້ນ​ດ້ວຍ​ມື​ມະ​ນຸດ, ອັນ​ເປັນ​ການ​ລອກ​ແບບ ​ຈາກ​ສະ​ຖານ​ທີ່​ສັກ​ສິດ​ຈິງ​ແທ້, ແຕ່​ພ​ຮ​ະ​ອົງ​ໄດ້​ສະ​ເດັດ​ເຂົ້າ​ໃນ​ສວັນ​ເອງ ເພື່ອ​ເຂົ້າ​ເຝົ້າ​ພi​ະ​ເຈົ້າ ເພື່ອ​ພວກ​ເຮົາໃນ​ເວ​ລາ​ນີ້. ແລະ​ບໍ່​ແມ່ນ​ ເພື່ອ​ຖວາຍ​ພຣ​ະ​ອົງ​ເອງ​ ຫລາຍ​ຄັ້ງ​ຫລາຍ​ຄາວ ເໝືອນ​ກັບ​ມະ​ຫາ​ສົງ​  ທີ່​ເຂົ້າ​ໃນ​ສະ​ຖານ​ທີ່​ສັກ​ສິດ​ທຸກໆ​ປີ, ພ້ອມ​ກັບ​ເອົາ​ເລືອດ   ທີ່​ບໍ່​ ແມ່ນ​ເລືອດ​ຂອງ​ຕົວ​ເອງເຂົ້າ​ໄປ​ນຳ.   ບໍ່​ດັ່ງ​ນັ້ນ, ພ​ຣະ​ອົງ​ຄົງ​ຈະ​ຕ້ອງ​ທົນ​ທໍ​ຣະ​ມານ ​ຫລາຍ​ຄັ້ງ​ຫລາຍ​ຄາວ​ແລ້ວ ຕັ້ງ​ແຕ່​ເລີ່ມ​ສ້າງ​ໂລກ ​ມາ. ຕາມ​ຈິງ​ແລ້ວ, ພຣ​ະ​ອົງ​ໄດ້​ສຳ​ແດງ​ຕົນ​ເທື່ອ​ດຽວ ໃນ​ວາ​ຣະ​ສຸດ​ທ້າຍ ເພື່ອ​ລຶບ​ລ້າງ​ບາບ ດ້ວຍ​ຖວາຍ​ພ​ຣະ​ອົງ​ເອງ​ເປັນ​ສິນ​ບູ​ຊາ. ມະ​ ນຸດ​ເຮົາ​ຖືກ​ກຳ​ໜົດ​ໃຫ້​ຕາຍ​ແຕ່​ເທື່ອ​ດຽວ ແລ້ວ​ຖືກ​ພິ​ພາກ​ສາ​ແນວ​ໃດ, ພຣ​ະ​ຄ​ຣິ​ສ​ ໂຕ​ກໍ​ດັ່ງ​ດຽວ​ກັນ ພຣ​ະ​ອົງ​ໄດ້​ຊົງ​ຖວາຍ​ ພ​ຣະ​ອົງ​ ເອງ ເທື່ອ​ດຽວ  ເພື່ອ​ລຶບ​ລ້າງ​ບາບ​ຂອງ​ຄົນ​ທັງ​ຫລາຍ, ແລະ​ພຣ​ະ​ອົງ​ຈະ​ປາ​ກົດ​ມາ​ອີກ​ເທື່ອ​ທີສອງ, ຫາກ​ບໍ່​ແມ່ນ​ກ່ຽວ​ກັບ​ເຮື່ອງ​ບາບ:  ແຕ່​ ເພື່ອ​ນຳ​ຄວາມ​ຮອດ  ມາ​ໃຫ້​ພວກ​ທີ່​ຄອງ​ຖ້າ​ພຣ​ະ​ອົງ.

            ພີ່​ນ້ອງ​ທີ່​ຮັກ, ດ້ວຍ​ເຫດ​ນີ້​ ພວກ​ເຮົາ​ຈຶ່ງ​ມີ​ຄວາມ​ຫວັງ​ແທ້ ທີ່​ຈະ​ເຂົ້າ​ໃນ​ສະ​ຖານຍອດ​ສັກ​ສິດ ດ້ວຍ​ອາ​ສັຍ ​ພະ​ໂລ​ຫິດ​ຂອງ​ ພຣະ ​ເຢ​ຊູ​ເຈົ້າ.  ບັດ​ນີ້​ ພວກ​ເຮົາ​ມີ​ຫົນ​ທາງ​ສາຍ​ໃໝ່ ແລະ​ມີ​ຊີ​ວິດ​  ຊຶ່ງ​ພຣະ​ອົງ​ເຈົ້າ​ໄດ້​ຕັດ​ຜ່ານ​ຜ້າ​ກັ້ງ​ນັ້ນ ຄື​ວ່າ​ຜ່ານ​ທາງ​ພຣະ​ກາຍ​ຂອງ ​ພຣະ ​ອົງ​ນັ້ນ​ເອງ, ແລະ​ພວກ​ເຮົາ​ກໍ​ມີ​ມະ​ຫາ​ສົງ  ​ຜູ້​ຍິ່ງ​ໃຫຍ່ປະ​ຈຳ​ຢູ່​ໃນ​ເຄ​ຫາ​ຂອງ​ພະ​ເຈົ້າ​ດ້ວຍ. ດັ່ງ​ນີ້​ ພວກ​ເຮົາ​ຈຶ່ງ​ພາ​ກັນ​ເຂົ້າ​ໄປ ດ້ວຍດວງ​ ໃຈ​ທ່ຽງກົງ​ ແລະ​ປ່ຽມ​ດ້ວຍ​ຄວາມ​ເຊື່ອ, ມີ​ດວງ​ໃຈ​ບໍ​ຣິິ​ສຸດ ​ປາສ​ຈາກ​ຄວາມ​ຜິດ​ໃນ​ມະ​ໂນ​ທັມ ພ້ອມ​ທັງ​ກາຍ​ທີ່​ໄດ້​ຮັບ​ການ​ຊຳ​ຣະ​ ໃຫ້​ສະ​ ອາດ​ດ້ວຍ​ນ້ຳ​ອັນ​ບຣິສຸດ. ຈົ່ງ​ໝັ້ນ​ແກ່ນ​ແໜ້ນ​ໜຽວ​ ໃນ​ຄວາມ​ຫວັງ​ສເມີີ​ໄປ ຍ້ອນ​ພຣະ​ອົງ  ​ຜູ້​ໄດ້​ສັນ​ຍາ​ນັ້ນ​ເປັນ​ຜູ້​ມີ​ສັດ​ຈະ.

(ນີ້​ແມ່ນ​ວາ​ຈາ​ຂອງ​ພຣະ​ເປັນ​ເຈົ້າ)

ອັ​ລ​ເລ​ລູ​ຢາ    (ມ​ທ. 28 : 19,20)

        ອັ​ລ​ເລ​ລູ​ຢາ ! ອັລເລ​ລູ​ຢາ ! ພຣະ​ອົງ​ເຈົ້າຊົງ​ກ່າວ​ວ່າ: ພວກ​ເຈົ້າ​ຈົ່ງ​ໄປ​ເທດ​ສນາ​ສັ່ງ​ສ​ອນ​ນາ​ນາ​ຊາດ, ແລະ​ສ່ວນ​ເຮົາ​ເອງ, ເຮົາ​ຈະ​ຢູ່​ນຳ​ພວກ​ເຈົ້າ​  ສເມີີ​ໄປ​ຈົນ​ສິ້ນ​ພິ​ພົບ. ອັ​ລ​ເລ​ລູ​ຢາ !

                                                                                        ປີ A

                ພຣ​ະ​ວໍ​ຣະ​ສານ-   

ພຣ​ະ​ວໍ​ຣະ​ສານ​ໂດຍ​ນັກ​ບຸນມັດ​ເທວ (ມ​ທ. 28 : 16-​20)

    ເຮົາ​ໄດ້​ຮັບ​ສິດ​ອຳ​ນາດ​ທຸກ​ປະ​ການ​ໃນ​ສວັນ​ແລະ​ໃນ​ແຜ່ນ​ດິນ.

        ໃນ​ເວ​ລາ​ນັ້ນ, ພວກ​ອັ​ຄ​ສາ​ວົກ​ທັງ​ສິບ​ເອັດ​ອົງ​ ພາ​ກັນ​ຂຶ້ນ​ເທິງ​ພູ​ໜ່ວຍ​ໜຶ່ງ ຢູ່​ແຂວງ​ຄາ​ລີ​ເລຕາມ​ພຣະ​ອົງ​ໄດ້​ສັ່ງ​ບອກ. ເມື່ອ​ພົບ​ ເຫັນ​ພຣະ​ອົງ​ແລ້ວ ພວກ​ເຂົາ​ກໍ​ພາ​ກັນ​ຂາບ​ໄຫວ້​ ນະ​ມັ​ສ​ການ​ພຣະ​ອົງ ແຕ່​ລາງ​ຄົນ​ຍັງ​ມີ​ຄວາມ​ສົງ​ໄສ​ຢູ່.

            ພຣະ​ເຢ​ຊູ​ເຈົ້າ​ຊົງ​ຫຍັບ​ເຂົ້າ​ ໄປ​ຫາ​ພວກ​ເຂົາ​ແລະ​ກ່າວ​ວ່າ: ເຮົາ​ໄດ້​ຮັບ​ສິດ​ອຳ​ນາດ​ທຸກ​ປະ​ການ ໃນ​ສວັນ​ແລະ​ໃນ​ແຜ່ນ​ດິນ, ດັ່ງ​ນັ້ນ ພວກ​ເຈົ້າ​ຈົ່ງ​ພາ​ກັນ​ໄປ​ທົ່ວ​ໂລກ ເພື່ອ​ທຳ​ໃຫ້​ທຸກ​ຊາດ​ທຸກ​ພາ​ສາ ໄດ້​ກັບ​ເປັນ​ລູກ​ສິດ​ຂອງ​ເຮົາ, ຈົ່ງ​ລ້າງ​ບາບ​ໃຫ້​ພວກເຂົາ ເດ​ຊະ​ ພຣະ​ນາມ​ພຣະ​ບິ​ດາ ແລະ​ພຣະ​ບຸດ ແລະ​ພຣະ​ຈິດ ແລະ​ສອນ​ໃຫ້​ເຂົາ ​ຖື​ຕາມ​ພຣະ​ບັນ​ຢັດ​ທັງ​ມວນ​ຂອງ​ເຮົາ, ສ່ວນ​ເຮົາ ເຮົາກໍ​ຢູ່​ນຳ​ພວກ ​ເຈົ້າ​ທຸກໆ​ວັນ ຈົນ​ເຖິງວັນ​ສິ້ນ​ພິ​ພົບ. (ນີ້​ແມ່ນ​ວາ​ຈາ​ຂອງ​ພຣະ​ຄຣິ​ສ​ໂຕ​ເຈົ້າ)

                                                                                       ປີ B

          ພ​ຣະ​ວໍ​ຣະ​ສານ​   

ພຣ​ະ​ວໍ​ຣະ​ສານ​ໂດຍ​ນັກ​ບຸນມັກ​ໂກ (ມ​ກ. 16 : 14-​20)

ເຮົາ​ໄດ້​ຮັບ​ສິດ​ອຳ​ນາດ​ທຸກ​ປະ​ການ​ໃນ​ສວັນ​ແລະ​ໃນ​ແຜ່ນ​ດິນ.

        ໃນ​ເວ​ລາ​ນັ້ນ, ພຣ​ະ​ເຢ​ຊູ​ເຈົ້າ​ຊົງ​ກ່າວ​ແກ່​ພວກ​ສາ​ວົກ​ວ່າ: ຈົ່ງ​ໄປ​ທົ່ວ​ໂລກ ປະ​ກາດ​ພ​ຣະ​ວໍ​ລຣະ​ສານ​ແກ່ມວນ​ມະ​ນຸດ. ຜູ້​ໃດ​ເຊື່ອ​ແລະ​ຮັບ​ສິນ​ລ້າງ​ບາບ ຜູ້​ນັ້ນ​ຈະ​ເອົາ​ຕົວ​ຮອດ ຜູ້​ໃດ​ບໍ່​ຍອມ​ເຊື່ອ   ຈະ​ຖືກ​ຕັດ​ສິນ​ລົງ​ໂທດ. ຜູ້​ເຊື່ອ​ຈະ​ທຳ​ອັ​ສ​ຈັນ​ນີ້​ໄດ້ຄື ຈະ​ໄລ່​ຜີ​ປີ​ສາດ​ໄດ້​ ດ້ວຍ​ອາ​ສັຍ​ນາມ​ຂອງ​ເຮົາ, ຈະ​ປາກ​ພາ​ສາ​ຕ່າງໆ​ໄດ້, ຈັບ​ງູ​ໄດ້, ແລະ​ຖ້າ​ເຂົາ​ກິນ​ຂອງ​ເບື່ອ​ແນວ​ຕາຍ, ກໍ​ບໍ່​ເປັ​ນ​ອັນ​ຕະ​ຣາຍ; ເຂົາ​ຈະ​ປົກ​ມື​ເທິງ​ຄົນ​ເຈັບ​ໂຊ, ແລະ​ຜູ້​ເຈັບ​ໂຊ​ກໍ​ຈະ​ຫາຍ​ຈາກ​ພະ​ຍາດ.    

            ເມື່ອ​ກ່າວ​ດັ່ງ​ນີ້​ແລ້ວ, ພຣະ​ເຢ​ຊູ​ເຈົ້າ​ກໍ​ສະ​ເດັດ​ຂຶ້ນ​ສວັນ, ປະ​ທັບ​ຢູ່​ເບື້ອງ​ຂວາ​ຂອງ​ພຣະ​ເປັນ​ເຈົ້າ. ສ່ວນ​ພວກ​ອັ​ຄ​ສາ​ວົກ ​ກໍ​ໄດ້​ແຕກ​ກັນ​ໄປ ເທດ​ສນາສັ່ງ​ສອນ​ທຸກ​ແຫ່ງ​ຫົນ, ພຣະ​ອົງ​ເຈົ້າ​ໄດ້​ຮ່ວມ​ມື​ກັບ​ພວກ​ເຂົາ, ແລະ​ໄດ້​ຮັບ​ຮອງຄຳ​ສັ່ງ​ສອນ​ຂອງ​ພວກ​ເຂົາ ດ້ວຍ​ບັນ​ດານ​ໃຫ້​ເກີດ​ມີ​ການ​ອັ​ສ​ຈັນ​ຕ່າງໆ​ໄປ​ພ້ອມ​ດ້ວຍ. (ນີ້​ແມ່ນ​ວາ​ຈາ​ຂອງ​ພຣະ​ຄ​ຣິ​ສ​ໂຕ​ເຈົ້າ)

                                                                                ປີ C

ພຣ​ະ​ວໍ​ຣະ​ສານ​   

ພຣ​ະ​ວໍຣະ​ສານ​ໂດຍ​ນັກ​ບຸນລູ​ກາ (ລກ. 24 : 46-​53)

ເຮົາ​ໄດ້​ຮັບ​ສິດ​ອຳ​ນາດ​ທຸກ​ປະ​ການ​ ໃນ​ສວັນ​ແລະ​ໃນ​ແຜ່ນ​ດິນ.

ໃນ​ເວ​ລາ​ນັ້ນ, ພຣະ​ເຢ​ຊູ​ເຈົ້າ​ຊົງ​​ກ່າວ​ແກ່ພວກ​ອັ​ຄ​ສາ​ວົກ​ວ່າ: ດັ່ງ​ນີ້ ໄດ້​ມີ​ຄຳ​ຂຽນ​ໄວ້​ວ່າ ພຣ​ະ​ຄ​ຣິ​ສ​ໂຕ​ເຈົ້າ​ຈະ​ຕ້ອງ​ໄດ້​ຮັບ​ທໍ​ຣະ​ມານ ແລະ​ຈະ​ກັບ​ເປັນ​ຄືນ​ມາ​ຈາກ​ພວກ​ຜູ້​ຕາຍໃນ​ວັນ​ທີສາມ, ແລະເດ​ຊະ​ພ​ຣະ​ນາມ​ຂອງ​ພຣ​ະ​ອົງ ການ​ເປັນ​ທຸກ​ກັບ​ໃຈ​ ແລະ​ການ​ຍົກ​ບາບ​ຈະ​ຕ້ອງ​ຖືກ​ປະ​ກາດ​ແກ່​ນາ​ນາ​ຊາດ, ໃຫ້​ເຮີ່ມ​ຕົ້ນ​ແຕ່​ ນະ​ຄອນ​ເຢ​ຣູ​ຊາ​ແລມ​ກ່ອນ. ພວກ​ເຈົ້າ​ເປັນ​ພະ​ຍານ​ໃນ​ຂໍ້ທີ່​ເປັນ​ມາ​ແລ້ວນີ້. ສ່ວນ​ເຮົາ, ເຮົາ​ກຳ​ລັງ​ຈະ​ສົ່ງ​ພຣະ​ຈິດ​ ທີ່​ພຣະ​ບິ​ດາ​ໄດ້​ຊົງ​ສັນ​ຍາ​ໄວ້ລົງ​ມາ​ໃນ​ພວກ​ເຈົ້າ; ແຕ່​ສ່ວນ​ພວກ​ເຈົ້າ, ໃຫ້​ຄອຍ​ຖ້າ​ຢູ່​ໃນກຸງ​ເຢ​ຣູ​ຊາ​ແລມ ຈົນ​ກວ່າ​ຈະ​ໄດ້​ທົງ​ພະ​ຣະ​ກຳ​ລັງ​ຈາກ​ເບື້ອງ​ບົນ. ແລ້ວ​ພຣະ​ອົງ​ຊົງ​ພາ​ພວກ​ເຂົາ​ອອກ​ຈາກ​ເມືອງ​ ໄປ​ເຖິງ​ບ້ານ​ເບ​ທາ​ນີ ແລະ​ພຣະ​ອົງ​ຊົງ​ຍົກ​ພຣະ​ຫັດຂຶ້ນ ອວຍ​ພອນ​ໃຫ້​ພວກ​ເຂົາ, ເວ​ລາ​ກຳ​ລັງ​ອວຍ​ພອນ​ໃຫ້​ພວກ​ເຂົາ​ຢູ່​ນັ້ນ ພຣະ​ອົງ​ຊົງ​ຫຍັບ​ອອກ​ຈາກ​ພວກ​ເຂົາ ແລະ​ຖືກ​ຍົກ​ຂຶ້ນ​ສ່​ູ​ສວັນ. ສ່ວນ​ພວກ​ເຂົາ​ນັ້ນ​  ກໍ​ຂາບ​ໄຫວ້​ພຣະ​ອົງ  ແລ້ວ​ກັບ​ຄືນ​ສູ່​ກຸງ​ເຢ​ຣູ​ຊາ​ແລມ  ດ້ວຍ​ຄວາມ​ຊື່ນ​ຊົມ​​ອັນ​ຍິ່ງ​ໃຫຍ່. ແລະ​ພວກ​ເຂົາ​ຢູ່​ໃນ​ພຣະ​ວິ​ຫານ​ຕລອດ​ເວ​ລາ ພ້ອມ​ກັນ​ຍົກ​ຍໍ​ສໍ​ຣະ​ເສີນ​ພຣະ​ເຈົ້າ. (ນີ້​ແມ່ນ​ວາ​ຈາ​ຂອງ​ພຣະ​ຄ​ຣິ​ສ​ໂຕ​ເຈົ້າ)

ບົດ​ວິງວອນ​ຖວາຍ​ບັນ​ນາ​ການ

ໂອ​ພຣ​ະ​ອົງ​ເຈົ້າ, ພວກ​ຂ້າ​ພະ​ເຈົ້າ​ນ້ອມ​ຖວາຍ​ສິນ​ບູ​ຊາ​ນີ້​ ເພື່ອ​ເປັນ​ກຽດ​ແດ່​ການ​ສະ​ເດັດ​ຂຶ້ນ​ສວັນ​ຂອງ​ພຣະ​ບຸດ, ອາ​ສັຍ​ການ​ແລກ​ປ່ຽນ​ຍອດ​ສັກ​ສິດ​ນີ້ ຂໍ​ໃຫ້​ພວກ​ຂ້າ​ພະ​ເຈົ້າ​ ກັບ​ເປັນ​ຄືນ​ມາ​ຮ່ວມ​ກັບ​ພຣະ​ອົງ ເພື່ອ​ຈະ​ໄດ້​ບັນ​ຣຸ​ເຖິງ​ຊີ​ວິດ​ນິ​ຣັນ​ດອນ​ ໃນ​ສວັນ​ດ້ວຍ.

ບົດ​ຮັບ​ສິນ   (ມ​ທ. 28 : 20)

ພຣ​ະ​ເຢ​ຊູ​ເຈົ້າ​ກ່າວ​ວ່າ: ເຮົາ​ເອງ​ ຈະ​ຢູ່​ນຳ​ພວກ​ເຈົ້າ​ສເມີ  ໄປຈົນ​ຮອດ​ວັນ​ສິ້ນ​ໂລກ.  ອັ​ລ​ເລ​ລູ​ຢາ.​

ບົດ​ວິງວອນ​ຫລັງ​ຮັບ​ສິນ: ພວກ​ເຮົາ​ຈົ່ງ​ອ້ອນວອນ

ໂອ​ພຣ​ະ​​ເຈົ້າຜູ້​ຊົງ​ຣິດ​ທາ​ນຸ​ພາບ ​ແລະ​ດຳ​ຣົງ​ນິ​ຣັນ​ດອນ, ພຣະ​ອົງ​ຊົງ​ແຈກ​ທານ​ພຣະ​ຄຸນ​ສວັນ ໃຫ້​ພວກ​ຂ້າ​ພະ​ເຈົ້າ ແຕ່​ເວ​ລາ​ພວກ​ຂ້າ​ພະ​ເຈົ້າ​ຍັງ​ຢູ່​ໃນ​ແຜ່ນ​ດິນ​ນີ້, ຂໍ​ໂຜດ​ໃຫ້​ພວກ​ຂ້າ​ພະ​ເຈົ້າ​ ປາດ​ຖນາ​ຢ່າງ​ແຮງ​ກ້າ​ຢາກ​ໄດ້​ສວັນ ບ່ອນ​ພຣະ​ຄ​ຣິ​ສ​ໂຕ  ຜູ້​ມີ​ສະ​ພາບ​ມະ​ນຸດ​ຂອງ​ພວກ​ຂ້າ​ພະ​ເຈົ້າ ສະ​ຖິດ​ຢູ່​ກັບ​ພຣະ​ອົງ​ນັ້ນ​ເທີ້ນ.


 
                                               ວັນທັມດາອາທິດທີ່6ກຳນົດປາສກາ ປີ1

 
 
                                            ວັນ​ອາ​ທິດທີ 6 ກຳ​ນົດປາ​ສ​ກາ​ ປີ ທີ່ 1 (A)

ກົງກັບວັນອາທິດ ທີ່ 21 ພືດ 2017


                                             
                                                                                   ບົດ​ເຮີ່ມ​ຕົ້ນ

ພວກ​ທ່ານ​ຈົ່ງ​ປະ​ກາດ ​ດ້ວຍ​ຄວາມ​ຍິນ​ດີ ເພື່ອ​ໃຫ້​ທຸກ​ຄົນ​ໄດ້​ຍິນ. ພວກ​ທ່ານ​ຈົ່ງ​ປະ​ກາດ​ ໄປ​ຈົນ​ສຸດ​ມຸມ​ໂລກວ່າ ພຣ​ະ​ອົງ​ເຈົ້າ​ໄດ້​ກູ້​ໄຖ່​ປະ​ຊາ​ກອນ​ຂອງ​ພຣ​ະ​ອົງ. ອັ​ລ​ເລ​ລູ​ຢາ.

ບົດ​ວິງວອນ:  ພວກ​ເຮົາ​ຈົ່ງ​ອ້ອນວອນ

ໂອ​ພຣ​ະ​ເຈົ້າ​ ຜູ້​ຊົງ​ຣິດ​ທາ​ນຸ​ພາບ, ໂຜດ​ໃຫ້​ພວກ​ຂ້າ​ພະ​ເຈົ້າ​ ໄດ້​ສເລີມ​ສລອງ ວັນ​ແສນ​ຍິນ​ດີ​ນີ້ ເພື່ອ​ເປັນ​ກຽດ​ແດ່​ພຣ​ະ​ອົງ​ເຈົ້າ ​ຜູ້​ໄດ້​ກັບ​ເປັນ​ຄືນ​ມາ ແລະ​ຂໍ​ໂຜດ​ໃຫ້​ພວກ​ຂ້າ​ພະ​ເຈົ້າ ​ປະ​ຕິ​ບັດ​ຕາມ​ທີ່​ໄດ້​ລຳ​ລຶກ​ເຖິງ ໃນ​ວັນ​ແສນ​ຍິນ​ດີ​ນີ້​ຢູ່​ສເມີີ​ເທີ້ນ.

ອັ​ລ​ເລ​ລູ​ຢາ   (ຢງ. 14 : 23)

ອັ​ລ​ເລ​ລູ​ຢາ  ອັ​ລ​ເລ​ລູ​ຢາ  ພຣ​ະ​ເຢ​ຊູ​ເຈົ້າ​ກ່າວ​ແກ່​ພວກ​ລູກ​ສິດ​ວ່າ:  ຜູ້​ໃດ​ຮັກ​ເຮົາ​ ກໍ​ຮັກ​ສາ​ວາ​ຈາ​ຂອງ​ເຮົາ ແລະ​ພຣ​ະ​ບິ​ດາ​ຂອງ​ເຮົາ​ຈະ​ຮັກ​ຜູ້​ນັ້ນ; ແລ້ວ​ພວກ​ເຮົາ​ຈະ​ມາ​ຫາ​ເຂົາ ແລະ​ຈະ​ຕັ້ງ​ທີ່​ພັກ​ອາ​ສັຍ​ຢູ່​ໃນ​ຕົວ​ເຂົາ.   ອັ​ລ​ເລ​ລູ​ຢາ

ພຣ​ະ​ວໍຣະ​ສານ​   

ພຣ​ະ​ວໍ​ຣະ​ສານ​ໂດຍ​ນັກ​ບຸນຢວງ (ຢງ.14 : 15-​21)

ໃນ​ເວ​ລາ​ນັ້ນ, ຟີ​ລິບ​​ລົງ​ໄປ​ເມືອງ​ໜຶ່ງ​ ໃນ​ແຂວງ​ຊາ​ມາ​ຣີ​ ແລະ​ໄດ້​ເທດ​ປະ​ກາດ​ພຣ​ະ​ຄ​ຣິ​ສ​ໂຕ​ເຈົ້າ. ພວກ​ປະ​ຊາ​ຊົນ​ຮວມ​ກັນ ​ເປັນ​ກຸ່ມ ​ກ້ອນ​ ດຽວ ພ້ອມ​ກັນ​ຕິດ​ໃຈ​ ນຳ  ​ພຣ​ະ​ທັມ​ເທ​ສນາ​ຂອງ​ທ່ານ, ຍ້ອນ​ທຸກ​ຄົນ​ໄດ້​ຍິນ​ເລົ່າ​ລື​  ເຖິງ​ການ​ອັສ​​ຈັນ​ຂອງ​ທ່ານ ຫລື​ໄດ້​ເຫັນ​ກັບ ​ຕາ​ເອງ. ຕາມ​ຈິງ​ແລ້ວ, ຈິດ​ຊົ່ວ​ຮ້າຍ​ ໄດ້​ອອກ​ຈາກ​ພວກ​ທີ່​ມັນ​ເຂົ້າ​ສິງ​ຫລາຍ​ຄົນ ໂດຍ​ຮ້ອງ​ສຽງ​ດັງ. ພວກ​ຄົນ​ເປ້ຽຫ​ລ່ອຍ​  ແລະ​ພິ​ການ ​ຫລາຍ​ຄົນ ​ໄດ້​ຫາຍ​ດີ​ດ້ວຍ. ແລະ​ເມືອງ​ນັ້ນ ໄດ້​ຮັບ​ຄວາມ​ມ່ວນຊື່ນ​​ຍິນ​ດີອັນ​ຍິ່ງ​ໃຫຍ່.

ເມື່ອ​ຊາບ​ຂ່າວ​ວ່າ: ແຂວງ​ຊາ​ມາ​ຣີ​​ ໄດ້​ຮັບ​ພຣ​ະ​ວາ​ຈາ​ຂອງ​ພຣ​ະ​ເຈົ້າ​ແລ້ວ, ພວກ​ອັ​ຄ​ທັມທູດ​ ທີ່ຢູ່​ນະ​ຄອນ​ເຢ​ຣູ​ຊາ​ແລມ ຈຶ່ງ​ສົ່ງ​ເປ​ໂຕຣ​​ ແລະ​ຢວງ​ໄປ​ທີ່​ນັ້ນ. ພວກ​ທ່ານ​ໄດ້​ລົງ​ໄປ​ຫາຊາວ​ຊາ​ມາ​ຣີ​ ແລະ​ພາ​ວະ​ນາ​ຊ່ວຍ​ພວກ​ເຂົາ ​ໃຫ້​ໄດ້​ຮັບ​ພຣ​ະ​ຈິດ​ເຈົ້າ. ຍ້ອນ​ພວກ​ເຂົາ ຍັງ​ບໍ່​ ທັນ​ໄດ້​ຮັບ​ພຣ​ະ​ຈິດ​ເຈົ້າ​ສັກ​ຄົນ, ໄດ້​ຮັບ​ແຕ່​ສິນ​ລ້າງ​ບາບ ໃນ​ນາມຂອງ​ພຣະ​ເຢ​ຊູພຣ​ະ​ອົງເຈົ້າ​​ເທົ່າ​ນັ້ນ. ເປ​ໂຕຣ​​ແລະ​ຢວງ​ຈຶ່ງ​ປົກ​ມ ເໜືອ​ ພວກ​ເຂົາ ແລະ​ພວກ​ເຂົາ​ກໍ​ໄດ້​ຮັບ​ພ​ຣະ​ຈິດ​ເຈົ້າ. (ນີ້​ແມ່ນ​ວາ​ຈາ​ຂອງ​ພຣະ​ເປັນ​ເຈົ້າ)

ບົດ​ເພງສັກ​ສິດ   (​ພ​ສ​ສ. 65 : 1-2,-3ກ,4-6; 7ກ,17,20)

ຮັບ :   ທົ່ວ​ແຜ່ນ​ດິນ​ ຈົ່ງ​ຖວາຍ​ສາ​ທຸ​ການ​ ແດ່ພຣະ​ເປັນ​ເຈົ້າ.
ທົ່ວ​ແຜ່ນ​ດິນ ​ຈົ່ງ​ຖວາຍ​ສາ​ທຸ​ການ ​ແດ່ພຣະ​ເປັນ​ເຈົ້າ
ຈົ່ງ​ຖວາຍ​ກຽດ​ ໃຫ້​ພຣະ​ນາມ​ຂອງ​ພຣະ​ອົງ
ຈົ່ງ​ສັຣ​ເສີນ​ພຣະ​ອົງ​ຢ່າງ​ສະ​ງ່າ, ຈົ່ງ​ທູນ​ພຣະ​ອົງ​ວ່າ:
ໂອ​ພຣະ​ອົງ​ເຈົ້າ, ວຽກ​ການ​ຂອງ​ພຣະ​ອົງ​ ເປັນ​ໜ້າ​ເກງ​ກົວ​ແທ້. (ເຊີນ​ຮັບ)
ທົ່ວ​ແຜ່ນ​ດິນ​ ຂາບ​ລົງ​ຕໍ່​ພຣະ​ພັກພຣະ​ອົງ
ແລະ​ຮ້ອງ​ເພງ​ສັຣເສີນ​ພຣະ​ອົງ ແລະ​ພຣະ​ນາມ​ຂອງ​ພຣະ​ອົງ​ດ້ວຍ.
ເຊີນ​ມາ​ເບິ່ງ ວຽກ​ການ​ຂອງ​ພຣະ​ເຈົ້າ
ພຣະ​ອົງ​ເກີນ​ວ່າ ເປັນ​ໜ້າ​ເກງ​ຂາມ ແກ່​ຄົນ​ທັງ​ຫລາຍ
ຍ້ອນ​ກິດ​ຈະ​ການ ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ. (ເຊີນ​ຮັບ)
ແລະ​ພວກ​ເຂົາ​ ໄດ້​ຍ່າງ​ຂ້າມ​ນ້ຳ​ໄປ​  ໂດຍ​ບໍ່​ປຽກ​ຕີນ
ດ້ວຍ​ເຫດ​ນີ້​ ພວກ​ເຂົາ​ຈຶ່ງ​ຊື່ນ​ຊົມ​ຍິນ​ດີ​ໃນ​ພຣະ​ອົງ​
ຜູ້​ຊົງ​ຣິດ​ ເໜືອ​ສິ່ງ​ທັງ​ຫລາຍ ​ຢູ່​ສເມີ​ເປັນ​ນິດ.    (ເຊີນ​ຮັບ)
ພວກ​ທ່ານ​ ຜູ້​ຢ້ານ​ຈຽມ​ພຣະ​ເປັນ​ເຈົ້າ
ຈົ່ງ​ພາ​ກັນ​ມາ​ຟັງ, ​ຂ້າ​ພະ​ເຈົ້າ ຈະ​ເລົ່າ​ຄວາມ​ດີ​ທຸກ​ຢ່າງ
ທີ່​ພຣະ​ອົງ​ ໄດ້​ກະ​ທຳ ​ຕໍ່​ຂ້າ​ພະ​ເຈົ້າ ໃຫ້​ພວກ​ທ່ານ​ຟັງ.
ຂໍ​ພຣະ​ອົງ​ເຈົ້າ ​ຜູ້​ໄດ້​ສະ​ດັບ​ຟັງ​ຄຳ​ວິງວອນ ແລະ​ຮັກ​ແພງ​ຂ້າ​ພະ​ເຈົ້າ​ນັ້ນ
ຈົ່ງ​ໄດ້​ຮັບ​ພຣະ​ພອນ​ເທີ້ນ. (ເຊີນ​ຮັບ)

 -Ⱦ 2

ບົດ​ອ່ານ​ຈາກ​ຈົດ​ໝາຍ​ຂອງ​ນັກ​ບຸນ​ເປ​ໂຕ​ອັຄສາ​ວົກ​ສະ​ບັບ​ທີ 1 (1ປ​ຕ. 3 : 15-​18)

ພຣະ​ອົງ​ສິ້ນ​ພຣະ​ຊົນ​ຝ່າຍ​ກາຍ  ແຕ່​ກັບ​ຄືນ​ຊີບ​ໃໝ່​ຝ່າຍ​ວິນ​ຍານ.

ພີ່​ນ້ອງ​ທີ່​ຮັກ, ຈົ່ງ​ຖື​ເອົາ​ພຣະ​ຄຣິ​ສ​ໂຕ​ເປັນ​ພຣະ​ອົງ​ເຈົ້າ ຢູ່​ໃນ​ຈິດ​ໃຈ​ຂອງ​ພວກ​ພີ່​ນ້ອງ    ດ້ວຍ​ຕຽມ​ພ້ອມ​ສເມີ  ທີ່​ຈະ​ໃຫ້​ຄຳ​ ຕອບ​ ອັນ​ພໍ​ອົກ​ພໍ​ໃຈ  ແກ່​ທຸກ​ຄົນ​ທີ່​ຢາກ​ຮູ້​ເຖິງ​ເຫດ​ຜົນ  ທີ່​ທຳ​ໃຫ້​ພວກ​ພີ່​ນ້ອງ​ມີ​ຄວາມ​ຫວັງ. ຈົ່ງ​ແປ​ອະ​ທິ​ບາຍ​ ດ້ວຍ​ຄວາມ​ອ່ອນ​ຫວານ ຢ່າງ​ມີ​ ຄວາມ​ນັບ​ຖື  ແລະ​ດ້ວຍ​ຄວາມ​ບໍ​ຣິ​ສຸດ​ໃຈ. ດັ່ງ​ນີ້ ພວກ​ທີ່​ໃສ່​ຄວາມ ​ແລະ​ເວົ້າ​ຮ້າຍ​ປ້​າຍ​ສີ​ໃສ່ຄວາມ​ປະ​ພຶດ​ດີ​ງາມ​ຂອງ​ພວກ​ພີ່​ນ້ອງ ໃນ​ ະ​ຄຣິ​ສ​ໂຕ​ເຈົ້າ​ນັ້ນ ຈະ​ຕ້ອງ​ໄດ້​ຮັບ​ຄວາມ​ອັບ​ອາຍ​ຂາຍ​ໜ້າ. ຕາມ​ຈິງ​ແລ້ວ ການ​ທົນ​ທຸກ​ທໍ​ຣະ​ມານ ​ຍ້ອນ​ທຳ​ດີ (ຖ້າ​ແມ່ນ​ນ້ຳ​ພຣະ ​ທັຍ​ ພຣະ​ເຈົ້າ) ກໍ​ຍັງ​ດີກວ່າ​ການ​ທົນ​ທຸກ​ທໍ​ຣະ​ມານ ​ຍ້ອນ​ທຳ​ແນວ​ບໍ່​ຖືກ​ຕ້ອງ.

ພຣະ​ຄ​ຣິ​ສ​ໂຕ​ເຈົ້າ​ ໄດ້​ສິ້ນ​ພຣະ​ຊົນ​ເທື່ອ​ດຽວ​ເທົ່າ​ນັ້ນ ຍ້ອນ​ບາບ​ຂອງ​ພວກ​ເຮົາ ພຣະ​ອົງ​ຜູ້​ຊອບ​ທັມສິ້ນ​ພຣະ​ຊົນ​ແທນ​ຄົນ​ອະ​ທັມ ເພື່ອ​ຈະ​ໄດ້​ຖວາຍ​ພວກ​ເຮົາ​ໃຫ້​ພຣະ​ເຈົ້າ ພຣະ​ອົງ​ສິ້ນ​ພຣະ​ຊົນ​ຝ່າຍ​ກາຍ ແຕ່​ກັບ​ຄືນ​ຊີບ​ໃໝ່​ຝ່າຍ​ວິນ​ຍານ. (ນີ້​ແມ່ນ​ວາ​ຈາຂອງ ພຣະ    ປັນເຈົ້າ)

ອັ​ລ​ເລ​ລູ​ຢາ   (ຢງ. 14 : 23)

ອັ​ລ​ເລ​ລູ​ຢາ  ອັ​ລ​ເລ​ລູ​ຢາ  ພຣ​ະ​ເຢ​ຊູ​ເຈົ້າ​ກ່າວ​ແກ່​ພວກ​ລູກ​ສິດ​ວ່າ:  �ຜູ້​ໃດ​ຮັກ​ເຮົາ​ ກໍ​ຮັກ​ສາ​ວາ​ຈາ​ຂອງ​ເຮົາ ແລະ​ພຣ​ະ​ບິ​ດາ​ຂອງ​ເຮົາ​ຈະ​ຮັກ​ຜູ້​ນັ້ນ; ແລ້ວ​ພວກ​ເຮົາ​ຈະ​ມາ​ຫາ​ເຂົາ ແລະ​ຈະ​ຕັ້ງ​ທີ່​ພັກ​ອາ​ສັຍ​ຢູ່​ໃນ​ຕົວ​ເຂົາ.   ອັ​ລ​ເລ​ລູ​ຢາ

                                                                                      ພຣ​ະ​ວໍຣະ​ສານ​   

ພຣ​ະ​ວໍ​ຣະ​ສານ​ໂດຍ​ນັກ​ບຸນຢວງ (ຢງ.14 : 15-​21)
ເຮົາ​ຈະ​ວອນ​ຂໍ​ພຣະ​ບິ​ດາ ແລ້ວ​ພຣະ​ອົງ​ຈະ​ປະ​ທານ ​ພຣະ​ຜູ້​ບັນ​ເທົາ​ອີກ​ອົງ​ໜຶ່ງ​ມາ​ໃຫ້​ພວກ​ເຈົ້າ.

ໃນ​ເວ​ລາ​ນັ້ນ, ພຣະ​ເຢ​ຊູ​ເຈົ້າ​ກ່າວ​ແກ່​ພວກ​ສາ​ວົກ​ວ່າ: ຖ້າ​ພວກ​ເຈົ້າ​ຮັກ​ເຮົາ ກໍ​ໃຫ້​ຖື​ຕາມ​ບັນ​ຢັດ​ຂອງ​ເຮົາ. ສ່ວນ​ເຮົາ ເຮົາ​ຈະ​ວອນ ​ຂໍ​ ພຣະ​ບິ​ດາ ແລ້ວ​ພຣະ​ອົງ​ຈະ​ປະ​ທານ​  ພຣະ​ຜູ້​ບັນ​ເທົາ​ອີກ​ອົງ​ໜຶ່ງ ຊຶ່ງ​ຈະ​ຢູ່​ກັບ​ພວກ​ເຈົ້າ​ສເມີ​ໄປ ຄືພຣະ​ຈິດ​ແຫ່ງ​ຄວາມ​ຈິງ ຊຶ່ງ​ໂລກ​ ບໍ່​ ອາດ​ຮັບ​ໄດ້ ຍ້ອນ​ວ່າ​ ໂລກ​ບໍ່​ເຫັນ​ແລະ​ບໍ່​ຮູ້​ຈັກ​ພຣະ​ອົງ ຍ້ອນ​ພຣະ​ອົງ​ສະ​ຖິດ​ຢູ່​ກາງ​ພວກ​ເຈົ້າ ແລະ​​ຈະ​ຢູ່​ໃນ​ພວກ​ເຈົ້າ​ດ້ວຍ.

ເຮົາ​ບໍ່​ປະ​ພວກ​ເຈົ້າ​  ໄວ້​ໃຫ້​ເປັນ​ກຳ​ພ້າ ເຮົາ​ຈະ​ກັບ​ມາ​ຫາ​ພວກ​ເຈົ້າ​ອີກ. ອີກ​ບໍ່​ເຫິງ ​ໂລກ​ຈະ​ບໍ່​ເຫັນ​ເຮົາ​ແລ້ວ.   ສ່ວນ​ພວກ​ເຈົ້າ​ຈະ​ເຫັນ​ເຮົາ ຍ້ອນ​ເຮົາ​ຊົງ​ຊີ​ວິດ ແລະ​ພວກ​ເຈົ້າ ​ກໍຈະ​ເປັນ​ຜູ້ມີ​ຊີ​ວິດ​ຢູ່​ດ້ວຍ. ໃນ​ເວ​ລາ​ນັ້ນ ພວກ​ເຈົ້າ​ຈະ​ຮູ້​ວ່າ: ເຮົາ​ສະ​ຖິດ​ຢູ່​ໃນ​ພຣະ​ບິ​ດາ ພວກ​ເຈົ້າ​ຢູ່​ ໃນ​ເຮົາ ແລະ​ເຮົາ​ກໍ​ສະ​ຖິດ​ຢູ່​ໃນ​ພວກ​ເຈົ້າ. ຜູ້​ໃດ​ຮັບ​ເອົາພຣະ​ບັນ​ຢັດ​ຂອງ​ເຮົາ ແລະ​ຖື​ຕາມ ຜູ້​ນັ້ນ​ແຫລະ​ຮັກ​ເຮົາ​ແທ້. ຜູ້​ໃດ​ຮັກ​ເຮົາ ພຣະ​ ບິ​ດາ​ຂອງ​ເຮົາ​ກໍ​ຮັກ​ເຂົາ ເຮົາ​ເອງ​ກໍ​ຈະ​ຮັກ​ເຂົາ ແລະ​ຈະ​ສຳ​ແດງ​ຕົວ​ເຮົາ​ແກ່​ເຂົາ​ດ້ວຍ.  (ນີ້​ແມ່ນ​ວາ​ຈາ​ຂອງ​ພຣະ​ຄ​ຣິ​ສ​ໂຕ​ເຈົ້າ)

ບົດ​ວິງວອນ​ຖວາຍ​ບັນ​ນາ​ການ

ໂອ​ພຣ​ະ​ອົງ​ເຈົ້າ, ຂໍ​ພ​ຣະ​ອົງ​ຮັບ​ຄຳ​ພາ​ວະ​ນາ ແລະ​ເຄື່ອງ​ບັນ​ນາ​ການ ​ທີ່​ພວກ​ຂ້າ​ພະ​ເຈົ້າ ນຳ​ມາ​ຖວາຍ​ເປັນ​ສິນ​ບູ​ຊາ​ນີ້. ແລະ​ເພື່ອ​ໃຫ້​ສົມ​ກັບ​ສິນ​ສັກ​ສິດ​ ແຫ່ງ​ຄວາມ​ຮັກ​ອັນ​ຍິ່ງ​ໃຫຍ່​ຂອງ​ພ​ຣະ​ອົງ​, ໂຜດ​ຊຳ​ຣະ​ພວກ​ຂ້າ​ພະ​ເຈົ້າ​  ໃຫ້​ບໍຣິ​ສຸດ​ເທີ້ນ.

ບົດ​ເພງຮັບ​ສິນ: (ຢງ. 14 : 15-​16)

ພ​ຣະ​ອົງ​ເຈົ້າ​ກ່າວ​ວ່າ: �ຖ້າ​ພວກ​ເຈົ້າ​ຮັກ​ເຮົາ, ຈົ່ງ​ຖື​ຕາມ​ບັນ​ຢັດ​ຂອງ​ເຮົາ. ເຮົາ​ຈະ​ວອນ​ຂໍ​ພ​ຣະ​ບິ​ດາ ແລ້ວ​ພຣ​ະ​ອົງ​ຈະ​ປະ​ທານ​ ອົງ​ຜູ້​ບັນ​ເທົາ​ອີກ​ອົງ​ໜຶ່ງ ມາ​ສະ​ຖິດ​ຢູ່​ນຳ​ພວກ​ເຈົ້າ ​ຕລອດ​ໄປ.  ອັລ​ເລ​ລູ​ຢາ.

ບົດ​ວິງວອນ​ຫລັງ​ຮັບ​ສິນ    ພວກ​ເຮົາ​ຈົ່ງ​ອ້ອນວອນ

ໂອ​ພ​ຣະ​​ເຈົ້າ ຜູ້​ຊົງ​ຣິດ​ທາ​ນຸ​ພາບ​ ແລະ​ດຳ​ຣົງ​ນິ​ຣັນ​ດອນ, ດ້ວຍ​ອາ​ສັຍ​ການ​ກັບ​ຄືນ​ຊີບ​ຂອງ​ພຣ​ະ​ຄ​ຣິ​ສ​ໂຕ​ເຈົ້າ,    ພ​ຣະ​ອົງ​ໄດ້​ດັດ​ແປງ​ພວກ​ຂ້າ​ພະ​ເຈົ້າ​ຂຶ້ນ​ໃໝ່​ເພື່ອ​ຊີ​ວິດ​ນຣັນ​ດອນ. ຂໍ​ໃຫ້​ຂໍ້​ເລິກ​ລັບ​ປາ​ສ​ກາ​ ເກີດ​ຜົນ​ທະ​ວີ​ຂຶ້ນ ແລະ​ໃຫ້​ອາ​ຫານ​ບັນ​ດານ ​ຊີ​ວິດ​ນິ​ຣັນ​ດອນ​ນີ້ ປະ​ທານ​ເຫື່​ອ​ແຮງ​ແກ່​ພວກ​ຂ້າ​ພະ​ເຈົ້າ​ດ້ວຍ​ເທີ້ນ.​


 
                                        ວັນ​ອາ​ທິດ ​ອາ​ທິດ​ທີ  5  ກຳ​ນົດ​ປາ​ສ​ກາ ປີທີ່ 1(A)

ກົງກັບວັນອາທິດທີ່ 14 ພືດ 2017


                
                                                                          ບົດ​ເຮີ້ມ​ຕົ້ົ້ົ້ົ້ນ (ພ​ສ​ສ. 97:1-2)
 ພວກ​ທ່ານ​ຈົ່ງ​ຮ້ອງ​ເພງ​ໃໝ່​ ຖວາຍ​ແດ່​ພຣະ​ອົງ​ເຈົ້າ ຍ້ອນ​ພຣະ​ອົງ​ເຈົ້າ​ໄດ້​ຊົງ​ທຳ​ສິ່ງມະ​ຫັ​ສ​ຈັນ. ພຣະ​ອົງ​ໄດ້​ສຳ​ແດງ​ຄວາມ​ຍຸ​ຕິ​ທັມ​ຂອງ​ພຣະ​ອົງ​  ຕໍ່​ໜ້າ​ນາ​ນາ​ຊາດ. ອັ​ລ​ເລ​ລູ​ຢາ.

ບົດ​ວິງວອນ:  ພວກ​ເຮົາ​ຈົ່ງ​ອ້ອນວອນ

ໂອ​ພຣະ​ອົງ ພຣ​ະ​ເຈົ້າຂອງ​ພວກ​ຂ້າ​ພະ​ເຈົ້າ, ພ​ຣະ​ອົງ​ໄດ້ຊົງໃຊ້​ພຣະ​ມະ​ຫາ​ໄຖ່ ມາ​ທຳ​ໃຫ້​ພວກ​ຂ້າ​ພະ​ເຈົ້າ​  ໄດ້​ເປັນ​ບຸດ​ບຸນ​ທັມ ຂອງ​ພຣະ​ອົງ.  ຂໍ​ໂຜດ​ທອດ​ພຣະ​ເນດ​ພວກ​ທີ່​ຮັກ​ແພງ​ພຣະ​ອົງ ​ເໝືອນ​ບິ​ດາ​ນີ້​ດ້ວຍ ແລະ​ຍ້ອນ​ວ່າ ພວກ​ເຂົາ​ໄດ້​ເຊື່ອ​ ໃນ​ພຣະ​ຄ​ຣິ​ສ​ ໂຕ​ ເຈົ້າ ​ແລ້ວ, ຂໍ​ໃຫ້​ພວກ​ເຂົາ​ໄດ້​ມີ​ເສ​ຣີ​ພາບ​ອັນ​ແທ້​ຈິງ  ແລະ​ໄດ້​ຮັບ​ຊີ​ວິດ​ນິ​ຣັນ​ດອນ​ດ້ວຍ​ເທີ້ນ.

ບົດ​ອ່ານທີ່ 1: 

ບົດ​ອ່ານ​ຈາກ​ໜັງ​ສື​ກິ​ຈ​ການ​ຂອງ​ພວກ​ອັ​ຄ​ທັມ​ທູດ (ກ​ຈ.  6, 1-​7)

ໃຫ້​ພວກ​ພີ່​ນ້ອງ​ເລືອກ​ເອົາ​ຊາຍ​ເຈັດ​ຄົນ ​ທ່າມກ​າງ​ພວກ​ພີ່​ນ້ອງ ທີ່​ມີ​ຊື່​ສຽງ​ດີ, ເຕັມ​ພຽບ​ດ້ວຍ​ພຣ​ະ​ຈິດ​ເຈົ້າ.

ໃນ​ເວ​ລາ​ນັ້ນ, ຈຳ​ນວນ​ພວກ​ສັຕ​ບຸ​ຣຸດ​ເພີ່ມ​ທະ​ວີ​ຂຶ້ນ, ພວກ​ຢິວ​ທີ່​ປາກ​ພາ​ສາ​ເກ​ັຣກ​ ຈົ່ມ​ບໍ່​ພໍ​ໃຈ​ນຳ​ພວກ​ຢິວ ​ທີ່​ປາກ​ພາ​ສາ​ເຮ​ເບ​ີຣ, ຍ້ອນ​ນາງ​ໝ້າຍ​ຂອງ​ພວກ​ເຂົາ​ ບໍ່​ໄດ້​ຮັບ​ແຈກ​ທານ​ປະ​ຈຳ​ວັນ. ອັ​ຄ​ທັມ​ທູດ​ທັງ​ສິບ​ສອງ ​ຈຶ່ງ​ຮຽກ​ພວກ​ສັ​ຕ​ບຸ​ຣຸດ​ເຂົ້າ​ມາ​ປະ​ຊຸມ ແລະ​ກ່າວ​ ກັບ​ ພວກ​ເຂົາ​ວ່າ: ຈະ​ໃຫ້​ພວກ​ເຮົາ​ປະ​ລະ​ການ​ ປະ​ກາດ​ພຣ​ະ​ວາ​ຈາ​ຂອງ​ພຣ​ະ​ເຈົ້າ ມາ​ແຈກ​ຢາຍ​ສິ່ງ​ຂອງ​ນັ້ນ ມັນ​ເປັນ​ການ​ບໍ່​ ສົມ ​ຄວນ.  ດັ່ງ​ນີ້  ໃຫ້​ພວກ​ພີ່​ນ້ອງ​ເລືອກ​ເອົາ​ຊາຍ​ເຈັດ​ຄົນ  ​ທ່າມກ​າງ​ພວກ​ພີ່​ນ້ອງ ທີ່​ມີ​ຊື່​ສຽງ​ດີ, ເຕັມ​ພຽບ​ດ້ວຍ​ພຣ​ະ​ຈິດ​ເຈົ້າ  ແລະ​ມີ​ຄວາມ​ ສລຽວສລາດ,   ແລ້ວ​ພວກ​ເຮົາ​ຈະ​ມອບ​ໜ້າ​ ທີ່​ນັ້ນ​ໃຫ້​ພວກ​ເຂົາ. ສ່ວນ​ພວກ​ເຮົາ, ພວກ​ເຮົາ​ຈະ​ກຳ​ກັບ​ແຕ່​ການ​ສວດ​ພາ​ວະ​ນາ ແລະ​ ການ​ ປະ​ກາດ​ພ​ຣະ​ວາ​ຈາ. ກອງ​ປະ​ຊຸມ​ທັງ​ໝົດ​ເຫັນ​ພ້ອມ​ໃນ​ຂໍ້​ສເນີີ ແລ້ວ​ພາ​ກັນ​ເລືອກ​ເອົາ​ສະ​ເຕ​ຟາ​ໂນ, ຜູ້​ເຕັມ​ພຽບ​ດ້ວຍ​ຄວາມ​ເຊື່ອ​ ແລະ​ພຣ​ະ​ຈິດ​ເຈົ້າ, ຟີ​ລິບ, ໂປ​ຣ​ກໍ​, ນີ​ກາ​ນໍ​, ຕີ​ມອນ, ປາກ​ເມ​ນາ​ດ ແລະ​ນີ​ໂກ​ເລົາ, ຜູ້​ເຂົ້າ​ຮີດ​ໃໝ່ ມາ​ຈາກ​ເມືອງ​ອັນ​ຕີ​ໂອ​ກີ​ອາ. ເຂົາ​ໄດ້​ ນຳ​ເອົາ​ຄົນ​ທັງ​ເຈັດ  ​ມາ​ສເນີີ​ຕໍ່​ພວກ​ອັ​ຄ​ທັມ​ທູດ. ພວກ​ເພິ່ນ​ໄດ້​ພາ​ວະ​ນາ​ວິງວອນ ແລ້ວ​ປົກ​ມື​ເໜືອ​ພວກ​ເຂົາ. ພ​ຣະ​ທັມ​ຄຳ​ສອນ ​ຂອງ​ ພຣ​ະ​ອົງ​ເຈົ້າ ​ກໍ​ແຜ່​ຜາຍ​ໄປ: ຈຳ​ນວນ​ພວກ​ສັ​ຕ​ບຸ​ຣຸດ​ ກໍ​ເພີ່ມ​ທະ​ວີ​ມາກ​ມາຍ ​ຢູ່​ນະ​ຄອນ​ເຢ​ຣູ​ຊາ​ແລມ, ແລະ​ມີ​ພວກ​ພ​ຣະ​ສົງ​ຢິວ​ ຈຳ​ນວນ ​ມາກ​ໄດ້​ເຂົ້າ​ມາ​ຖື​ຄວາມ​ເຊື່ອ​ດ້ວຍ.  (ນີ້​ແມ່ນ​ວາ​ຈາ​ຂອງ​ພຣ​ະ​ເປັນ​ເຈົ້າ)

          ບົດ​ເພງ​ສັກ​ສິດ   (ພ​ສ​ສ.  32 : 1-2, 4-5, 18-​-19)

ຮັບ :  ໂອ​ພຣະ​ອົງ​ເຈົ້າ, ໂຜດ​ຊົງ​ພຣະ​ເມດ​ຕາ​ ຕໍ່​ພວກ​ຂ້າ​ພະ​ເຈົ້າ
ດັ່ງ​ທ​ີ່​ພວກ​ຂ້າ​ພະ​ເຈົ້າ​  ໄວ້​ໃຈ​ນຳ​ພຣະ​ອົງ​ນັ້ນ​ເທີ້ນ.
ຄົນ​ຊອບ​ທັມ​ທັງ​ຫລາຍ, ຈົ່ງ​ໂຮ​ຮ້ອງ​ຍິນ​ດີ​ເພື່ອ​ພ​ຣະ​ອົງ​ເຈົ້າ
ພວກ​ມີ​ໃຈຊື່​ກົງ​ທັງ​ຫລາຍ  ຈົ່ງ​ສັ​ຣ​ເສີນ​ພ​ຣະ​ອົງ​ເຈົ້າ.
ຈົ່ງ​ສົມ​​ນາພຣ​ະ​ຄຸນ​ພ​ຣະ​ອົງ​ເຈົ້າ ດ້ວຍ​ສຽງ​ພິນ,
ຈົ່ງ​ເສບ​ເຄື່ອງດົນ​ຕີ ຖວາຍແດ່ພຣ​ະ​ອົງ​ເຈົ້າ.      (ເຊີນ​ຮັບ)
ພຣ​ະ​ວາ​ຈາ​ຂອງ​ພຣ​ະ​ອົງ​ເຈົ້າ​ຊື່​ກົງ
ແລະຊົງ​ມີ​ສັດ​ຈະໃນ​ທຸກ​ສິ່ງ ​ທີ່​ພຣ​ະ​ອົງ​ຊົງ​ກະ​ທຳ.
ພຣ​ະ​ອົງ​ມັກ​ຄວາມ​ຊອບທັມ​ ແລະ​ຄວາມ​ຊື່​ກົງ,
ທົ່ວ​ແຜ່ນ​ດິນ​ ເຕັມ​ແຕ່​ຄວາມ​ຮັກ​ຂອງ​ພຣ​ະ​ອົງ.      (ເຊີນ​ຮັບ)
​ພ​ຣະອົງ​ເຈົ້າ​ຊົງເຝົ້າ​ຮັກ​ສາ ພວກ​ທີ່​ຢ້ານ​ຈຽມພຣ​ະ​ອົງ,
ພວກ​ທີ່​ເຊື່ອໝັ້ນ ໃນ​ຄວາມ​ຮັກຂອງ​ພຣ​ະ​ອົງ.
ເພື່ອ​ຊ່ວຍພວກ​ເຮົາ ​ໃຫ້​ຫວິດ​ຕາຍ,
ແລະ​ຮັກ​ສາພວກ​ເຂົາ​ ໃຫ້​ມີ​ຊິ​ວິດ​ຢູ່່ໃນ​ເວ​ລາ​ອຶດ​ຢາກ.   (ເຊີນ​ຮັບ)

 ບົດ​ອ່ານທີ 2:   

ຈົດ​ໝາຍຂອງ​ນັກ​ບຸນ​ເປໂຕຣ ​ອັກ​ຄະ​ສາ​ວົກສະ​ບັບ​ທີ 1 (1ປ​ຕ.2:4-​9)

ພວກພີ່​ນ້ອງ​ເປັນ​ເຊື້ອ​ຊາດ​ ທີ່​ພຣະ​ເຈົ້າ​ເລືອກ​ສັນ​ ເປັນ​ສັງ​ຄະ​ນາ​ຈັກ.

                      ພີ່​ນ້ອງ​ທີ່​ຮັກ, ຈົ່ງ​ເຂົ້າ​ໄປ​ຫາ​ພຣະ​ອົງ ​ຜູ້​ເປັນ​ສີ​ລາ​ຊົງ​ຊີ​ວິດ ຊຶ່ງ​ມະ​ນຸດ​ທັງ​ຫລາຍ​ປະ​ຖິ້ມ ແຕ່​ພຣະ​ເຈົ້າໄດ້​ຊົງ​ຂັດ​ເລືອກ​ໄວ້ ແລະ​ຖື​ເປັນ​ ສີ​ລາ​ປຣະ​ເສີດ. ພວກ​ພີ່​ນ້ອງ​ເອງ​ໄດ້​ຖືກ​ສ້າງ​ຂຶ້ນ​ ເປັນ​ດັ່ງ​ສີ​ລາ​ຊົງ​ຊີ​ວິດ, ເປັນ​ວິ​ຫານ​ຝ່າຍ​ຈິດ, ມີ​ສົມ​​ນະ​ເພດ​ສັກ​ສິດ ເພື່ອ​ ຖວາຍ​ສິນ ​ບູ​ຊາ​ຝ່າຍ​ຈິດ ​ອັນ​ເປັນ​ທີ່​ຊອບ​ພຣະ​ທັຍ​ພຣະ​ເຈົ້າ ດ້ວຍ​ເດ​ຊ​ພຣະ​ເຢ​ຊູຄ​ຣິ​ສ​ໂຕ. ດ້ວຍ​ເຫດ​ນີ້, ຈຶ່ງ​ມີ​ຄຳ​ຂຽນ ໄວ້​ໃນ​ພຣະ ​ຄັມ​ ພີ​ວ່າ: ເຫັນ​ບໍ ເຮົາ​ວາງ​ສີ​ລາ​ຈອດ​ມຸມ​ໄວ້​ຢູ່​ພູ​ຊີ​ອອນ ເປັນ​ສີ​ລາ​ທີ່​ໄດ້​ຂັດ​ເລືອກ​ໄວ້ ແລະ​ປຣະ​ເສີດ​ຍິ່ງ ຜູ້​ໃດ​ເຊື່ອ​ໃນ​ສີ​ລາ​ນີ້ ຈະ​ບໍ່​ໄດ້​ຮັບ ​ຄວາມ​ອັບ​ ອາຍ​ ຂາຍ​ໜ້າ.
ດັ່ງ​ນີ້ ພວກ​ພີ່​ນ້ອງ​ຜູ້​ເຊື່ອ​ທັງ​ຫລາຍ, ຈົ່ງ​ພາກ​ພູມ​ໃຈ​ໃນ​ກຽດ​ນີ້​ເຖີດ ສ່ວນ​ຜູ້​ທີ່​ບໍ່​ຍອມ​ເຊື່ອ​ນັ້ນ ສີ​ລາ​ທີ່​ຊ່າງ​ກໍ່​ແກວ່ງ​ຖິ້ມ​ ແລະ​ໄດ້​ກາຍ​ເປັນ​ ສີ​ລາ​ຈອດ​ມຸມ​ນັ້ນ ຈະ​ເປັນ​ສີ​ລາ​ທີ່​ທຳ​ໃຫ້​ເຂົາ​ສະ​ດຸດ​ລົ້ມ ພຣະ​ອົງ​ໄດ້​ກຳ​ນົດ​ໄວ້​ໃຫ້​ເຂົາ​ສະ​ດຸດ​ລົ້ມ​  ດັ່ງ​ນີ້ ກໍ​ຍ້ອນ​ເຂົາ​ບໍ່​ເຊື່ອ​ພຣະ​ວາ​ຈາ.  ສ່ວນ​ພວກ​ພີ່​ນ້ອງ, ພວກ​ພີ່​ນ້ອງ​ເປັນ​ເຊື້ອ​ຊາດ  ​ທີ່​ພຣະ​ເຈົ້າ​ໄດ້​ກູ້​ໄຖ່​ເອົາ  ເພື່ອ​ຮ້ອງ​ສັລ​ເສີນ​ຣິດ​ທາ​ນຸ​ພາບ​ຂອງ​ພຣະ​ອົງ  ຜູ້​ໄດ້​ຮຽກ​ເອົາ ​ພວກ​ພີ່​ນ້ອງ  ​ອອກ​ຈາກ​ຄ​ວາມ​ມືດ ມາ​ຫາ​ຄວາມ​ສ​ວ່າງ​   ອັນ​ໜ້າ​ພິດ​ສວົງ​ຂອງ​ພຣະ​ອົງ.  (ນີ້​ແມ່ນ​ວາ​ຈາ​ຂອງ​ພຣະ​ເປັນ​ເຈົ້າ)

ອັ​ລ​ເລ​ລູ​ຢາ   (1 ຢວງ 4 : 14.16)

ອັ​ລ​ເລ​ລູ​ຢາ ! ອັ​ລ​ເລ​ລູ​ຢາ ! ພຣະ​ອົງ​ເຈົ້າ​ກ່າວ​ວ່າ: ເຮົາ​ເປັນ​ຫົນ​ທາງ ເປັນ​ຄວາມ​ຈິງ ​ແລະ​ຊີ​ວິດ, ບໍ່​ມີ​ຜູ້​ໃດ​ໄປ​ຫາ​ພຣະ​ບິ​ດາ​ໄດ້ ໂດຍ​ບໍ່​ຜ່ານ​ທາງ​ເຮົາ.  ອັ​ລ​ເລ​ລູ​ຢາ !

ພຣ​ະ​ວໍ​ຣະ​ສານ​ 

ພ​ຣະ​ວໍ​ຣະ​ສານ​ໂດຍ​ນັກ​ບຸນຢວງ (ຢວງ 14 : 1-​12)

ເຮົາ​ເປັນ​ຫົນ​ທາງ ເປັນ​ຄວາມ​ຈິງ​ ແລະ​ຊີ​ວິດ.

                ເວ​ລາ​ທີ່​ພຣ​ະ​ເຢ​ຊູ​ຈະ​ຕ້ອງ​ຈາກ​ໂລກ​   ເມືອ​ຫາ​ພຣ​ະ​ບິ​ດາໃກ້​ຈະ​ມາ​ເຖິງ ພຣ​ະ​ອົງ​ຊົງ​ກ່າວ​ແກ່​ພວກ​ລູກ​ສິດ​ວ່າ: ພວກ​ເຈົ້າ​ຢ່າ​ ຄັ່ງ​ແຄ້ນ​ໃຈ​ເລີຍ. ຈົ່ງ​ເຊື່ອ​ເຖິງ​ພຣ​ະ​ເປັນ​ເຈົ້າ ແລະ​ເຊື່ອ​ເຖິງ​ເຮົາ​ດ້ວຍ. ຢູ່​ເຮືອນ​ພຣ​ະ​ບິ​ດາ​ຂອງ​ເຮົາ​ ມີ​ບ່ອນ​ຢູ່​ຫລວງ​ຫລາຍ; ບໍ່​ດັ່ງ​ນັ້ນ ເຮົາ​ ກໍ​ຄົງ​ໄດ້​ບອກ​ພວກ​ເຈົ້າ. ເຮົາ​ໄປ​ເພື່ອ​ຕຽມ​ບ່ອນ​ໄວ້​ໃຫ້​ພວກ​ເຈົ້າ. ແລະ​ເມື່ອ​ໄດ້​ຕຽມ​ບ່ອນ​ແລ້ວ, ເຮົາ​ກໍ​ຈະ​ຫລົບ​ມາ​ເອົາ​ພວກ​ເຈົ້າ ​ມາ​ຢູ່​ນ ຳ​ເຮົາ, ເພື່ອ​ວ່າ ​ເຮົາ​ຢູ່​ບ່ອນ​ໃດ, ພວກ​ເຈົ້າ​ກໍ​ຈະ​ຢູ່​ນຳ​ດ້ວຍ. ສ່ວນ​ບ່ອນ​ທີ່​ເຮົາ​ຈະ​ໄປ,    ພວກ​ເຈົ້າ​ກໍ​ຮູ້​ຈັກ​ທາງ​ແລ້ວ. ໂທ​ມາ​ທູນ​ວ່າ: ພຣ​ະ ​ອົງ ​ເຈົ້າ​ເອີຍ! ພວກ​ຂ້າ​ນ້ອຍ​ຈະ​ຮູ້​ຈັກ​ທາງ​ໄດ້​ຢ່າງ​ໃດ?�ພຣ​ະ​ເຢ​ຊູ​ເຈົ້າ​ຕອບ​ວ່າ: ເຮົາ​ແມ່ນ​ຫົນ​ທາງ,   ຄວາມ​ຈິງ​ແລະ​ຊີ​ວິດ.    ບໍ່​ມີ​ໃຜ​ໄປ ​ຫາ​ພຣ​ະ​ ບິ​ດາ​ໄດ້ ໂດຍ​ບໍ່​ຜ່ານ​ທາງ​ເຮົາ.      

              ຖ້າ​ພວກ​ເຈົ້າ​ຮູ້​ຈັກ​ເຮົາ, ພວກ​ເຈົ້າ​ກໍ​ຈະ​ຮູ້​ຈັກ​ພຣ​ະ​ບິ​ດາ​ຂອງ​ເຮົາ​ດ້ວຍ. ຕັ້ງ​ແຕ່​ເວ​ລາ​ນີ້ ພວກ​ເຈົ້າ​ກໍ​ຮູ້​ຈັກ​ພຣ​ະ​ບິ​ດາ​ ແລະ​ໄດ້​ເຫັນ​ ພຣ​ະ​ອົງ​ແລ້ວ. ຟີ​ລິບ​ທູນ​ວ່າ: ພ​ຣະ​ອົງ​ເຈົ້າ​ເອີຍ! ໂຜດ​ຊີ້​ສຳ​ແດງ​ພຣ​ະ​ບິ​ດາ​ ໃຫ້​ພວກ​ຂ້າ​ນ້ອຍ​ເຫັນເທົ່າ​ນັ້ນ​ກໍ​ເປັນ​ພໍ. ພ​ຣະ​ເຢ​ຊູ​ເຈົ້າ​ຕອບ​ ວ່າ: ຟີ​ລິບ​ເອີຍ! ເຮົາ​ຢູ່​ກັບ​ພວກ​ເຈົ້າ​ແຕ່​ເຫິງ​ນານ​ແລ້ວ ເຈົ້າ​ຍັງ​ບໍ່​ຮູ້​ຈັກ​ເຮົາ​ບໍ ໃຜ​ໄດ້​ເຫັນ​ເຮົາ​ ກໍ​ໄດ້​ເຫັນ​ ພຣ​ະ​ບິ​ດາ​ດ້ວຍ. ເປັນ​ຫຍັງ​ ເຈົ້​າ​ ຈຶ່ງວ່າ ໂຜດ​ຊີ້​ສຳ​ແດງ​ພຣ​ະ​ບິ​ດາ​ ໃຫ້​ພວກ​ຂ້າ​ນ້ອຍ​ເຫັນ? ເຈົ້າ​ບໍ່​ເຊື່ອ​ບໍ​ວ່າ​:  ເຮົາ​ຢູ່​ໃນ​​ພຣະ​ບິ​ດາ  ແລະ​ພ​ຣະ​ບິ​ດາ​ຢູ່​ໃນ​ເຮົາ? ຂໍ້​ ຄວາມ ​ທີ່​ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ນັ້ນ ເຮົາ​ບໍ່​ໄດ້​ກ່າວ​ຕາມ​ລຳ​ພັງ​ເຮົາ​ເອງ; ແມ່ນ​ພຣ​ະ​ບິ​ດາ   ​ຜູ້​ສະ​ຖິດ​ຢູ່​ໃນ​ເຮົາ  ເປັນ​ຜູ້​ກະ​ທຳ​ກິ​ຈ​ການ ​ຂອງ​ພ​ຣະ​ອົງ. ຈົ່ງ​ເຊື່ອ​ຄວາມ​ທີ່​ເຮົາ​ກ່າວ: ເຮົາ​ຢູ່​ໃນ​ພຣ​ະ​ບິ​ດາ ແລະ​ພຣ​ະ​ບິ​ດາ​ຢູ່​ໃນ​ເຮົາ. ຖ້າ​ບໍ່​ເຊື່ອ​ຄວາມ​ເວົ້າ, ຢ່າງ​ນ້ອຍ​ຂໍ​ໃຫ້​ເຊື່ອ​ ຍ້ອນ​ກິ​ຈ​ການ​ຂອງ​ເຮົາ​ເອງ.

                 ເຮົາ​ບອກ​ພວກ​ເຈົ້າ​ເປັນ​ຄວາມ​ຈິງວ່າ: �ໃຜ​ເຊື່ອ​ເຖິງ​ເຮົາ​ກໍ​ຈະ​ກະ​ທຳ​ກິ​ຈ​ການ​ທີ່​ເຮົາ​ກະ​ທຳ​ຢູ່​ນີ້  ແລະ​ຍັງ​ຈະ​ກະ​ທຳ​ກິ​ຈ​ການ  ​ທີ່​ຍິ່ງ​ໃຫຍ່ ກວ່າ​ນັ້ນ​ອີກ​ດ້ວຍ,   ຍ້ອນ​ເຮົາ​ຄືນ​ເມືອ​ຫາ​ພຣະ​ບິ​ດາ.  (ນີ້​ແມ່ນ​ວາ​ຈາ​ຂອງ​ພ​ຣະ​ຄ​ຣິ​ສ​ໂຕ​ເຈົ້າ)

 ບົດ​ວິງວອນ​ຖວາຍ​ບັນ​ນາ​ການ

ໂອ​ພຣະ​​ເຈົ້າ ອາ​ສັຍ​ການ​ແລກ​ປ່ຽນ​ອັນ​ໜ້າ​ອັ​ສ​ຈັນ​ ແຫ່ງ​ຂອງ​ບູ​ຊາ​ນີ້, ພຣະ​ອົງ​ໄດ້​ໃຫ້​ພວກ​ຂ້າ​ພະ​ເຈົ້າ ມີ​ສ່ວນ​ໃນ​ສາ​ພາ​ວະ​ພຣະ​ເຈົ້າ​ຂອງ​ພຣະ​ອົງ. ຂໍ​ໂຜດ​ໃຫ້​ພວກ​ຂ້າ​ພະ​ເຈົ້າ ຜູ້​ໄດ້​ຮູ້​ຈັກ​ຄວາມ​ຈິງ​ຂອງ​ພຣະ​ອົງ​ນັ້ນ ໄດ້​ປະ​ພຶດ​ຕາມ​ຢ່າງ​ເໝາະ​ສົມ​ເທີ້ນ.

ບົດ​​ຮັບ​ສິນ   ( ຢວງ  15 : 1-​5)

ພຮະອົງເຈົ້າກ່າວວ່າ ເຮົາແມ່ນຕົ້ນອະງຸ່ນ ພວກເຈົ້າເປັນກິ່ງງ່າ, ຜູ້ໃດຢູ່ໃນເຮົາແລະເຮົາຢູ່ໃນເຂົາ, ຜູ້ນັ້ນກໍເກີດ ຫມາກຜົນ ຢ່າງ ມາກມາຍ ອັລເລລູຢາ:

ບົດ​ວິງວອນ​ຫລັງ​ຮັບ​ສິນ

ພວກ​ເຮົາ​ຈົ່ງ​ອ້ອນວອນ ໂອ​ພຣ​ະ​ອົງ​ເຈົ້າ, ໂຜດ​ສະ​ຖິດ​ຢູ່​ນຳ​ປະ​ຊາ​ກອນ​ ທີ່​ພຣະ​ອົງ​ໄດ້​ບັນ​ດານ​ໃຫ້​ຊາບ​ຊຶ້ງ ​ໃນ​ຂໍ້​ເລິກ​ລັບ​ ສວັນ ແລະ​ໂຜດ​ໃຫ້​ພວກ​ເຂົາ ​ປະ​ຖິ້ມ​ສະ​ພາບ​ຄົນ​ເກົ່າ  ເພື່ອ​ຮັບ​ເອົາ​ຊີ​ວິດ​ນິ​ຣັນ​ດອນ​ເທີ້ນ


                                                                  ພີ່ນ້ອງທີ່ນັບຖື ເເລະ ຮັກເເພງ

       ເນື່ອງໃນໂອກາດທີ່ໄປຢຽ້ມຊາວລາວ ໃນປະເທດ ເເລະຕ່າງປະເທດທົ່ວໂລກ ເຮົາກໍສັງເກດເຫັນວ່າ ການປະຕິບັດຄວາມ ເຊີ່ອ ເເລະສົ່ງເສີມຄວາມສັດທາ ຍັງຂາດການຟັງ ພຣະວາຈາ ເເລະເເນວທາງ ປະຕິບັດ ສິລທັມ ຕາມຄໍາສັ່ງສອນ ຂອງພຣະວໍຣະສານ ຂອງ ພຣະ ເຢຊູຄຣິສຕເຈົ້າ ຫລາຍຢ່າງ ຫລາຍປະເດັນ ເຮັດໃຫ້ເຮົາ ມີຄວາມເປັນຫ່ວ່ງເປັນໃຍ ມາຍັງພວກພີ່ນ້ອງ ທີ່ຮູ້ອ່ານຮູ້ຂຽນ ເເລະບໍ່ຮູ້ ພາສາລາວ ມີໂອກາດ ໄດ້ສໍາພັດກັບ ພຣະວາຈາເຈົ້າ ເເລະ ພາວະນາສັນຣະເສີນ ພຣະເຈົ້າ ເພຶ່ອ ປະຕິບັດພາຣະຫນ້າທີ່ ທໍາ ມາຫາລຽ້ງຊີບ ຕາມເເບບເເນວທາງເດີນ ຂອງອົງ ພຣະເຢຊູເຈົ້າສອນສັ່ງ.

     ເຮົາຈຶ່ງປະກອບ ເເວບໄຊ ເປັນພາສາລາວ ເເລະຝຣັ່ງ ອອກສົ່ງ ສູ່ພວກພີ່ນ້ອງ ຂັ້ນຕົ້ນ ກໍ ສົ່ງບົດອ່ານ ປະຈໍາວັນອາທິດ ກ່ອນ ຕໍ່ມາ ກໍຈະອອກ ບົດເພງ, ບົດພາວະນາ ບົດຮໍາເພິງ ສິນສັກສິດ ເເລະຄໍາສອນຕາມມາ.

      ຫວັງວ່າພວກພີ່ນ້ອງ ຄົງຍິນດີຮັບ ຍິນດີ ອຸ້ມຊູ ສົ່ງເສີມ ຊ່ວຍເຫລີອ ເເລະໃຫ້ ກໍາລັງໃຈ

                    ເຮົາຂໍຄອບໃຈ ເເລະ ສົ່ງ ພອນໄຊ ຂອງພຣະເຈົ້າ ມາຍັງພວກພີ່ນ້ອງ ໂດຍອາສັຍ ພຣະບາຣະມີຂອງອົງ ພຣະເຢຊູ ຄຣິສຕເຈົ້າ ພຣະເຈົ້າຂອງເຮົາ ເເລະ ພຣະເເມ່ເຈົ້າ ມາຣີອາ ຜູ້ນິຣະມົນ, ອາເເມນ.

                                                                                          ຄຸນພໍ່ ອັງຕວນ ມອນສວັນ (ທັມທູດ ເເຫ່ງ ເເມ່ພຣະນິຣະມົນ)


   

  ທຳວັດ ເດຶອນມັງກອນ

 

  ວັນພຣະຈິດສເດັດລົງມາ